• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ປະທັບໃຈຕະຫຼາດນັດ ອີຕິີ

ຈຸດພິເສດໃນຕະຫຼາດນັດ ອີຕີ ແມ່ນຜູ້ຂາຍ ແລະ ຜູ້ຊື້ ບໍ່ຮູ້ພາສາ ຂອງກັນ ແລະ ກັນ, ສະນັ້ນ ການແລກປ່ຽນຊື້ ຂາຍສິນຄ້າ ຈະມີຂຶ້ນດ້ວຍໃຊ້ພາສາມື ເປັນສັນຍາລັກ ຈົນກວ່າຜູ້ຊື້ ແລະ ຜູ້ຂາຍ ຈະມີຮອຍຍິ້ມ ຫຼື ຈັບມືກັນ ດ້ວຍຄວາມຍິນດີ.
ຕະຫຼາດນັບອີຕີ ໄດ້ຈັດຂຶ້ນໃນທຸກໆ ເຊົ້າວັນເສົາ, ເປັນບ່ອນ ເຕົ້າໂຮມ, ແລກປ່ຽນ, ຊື້ ຂາຍສິນຄ້າຂອງ ປະຊາຊົນບັນດາເຜົ່າ ຮ່າຍີ່, ຢາວແດງ, ໄຣ ແລະ ມົ້ງ ຢູ່ເມືອງ ບາດຊາດ, ແຂວງ ລາວ ກາຍ.
 
ຕະຫຼາດນັດ ອີຕີ ໄດ້ຈັດຕັ້ງຢູ່ໃຈກາງຕາແສງ ອີຕີ. ຕະຫຼາດນັດແຫ່ງນີ້ ບໍ່ພຽງແຕ່ເປັນບ່ອນແລກປ່ຽນ, ຊື້ຂາຍສິນຄ້າເທົ່ານັ້ນ, ຫາກຍັງເປັນບ່ອນພົບປະ, ນັດພົບຂອງຜູ້ບ່າວ, ຜູ້ສາວຕາມໝູ່ບ້ານຕ່າງໆ ຢູ່ທີ່ນີ້ ອີກດ້ວຍ.


ມູມໜຶ່ງ ຂອງ ຕະຫຼາດນັດ ອີຕີ.


ປະຊາຊົນບັນດາເຜົ່າຢູ່ ອີຕີ ມັກໄປຕະຫຼາດຊື້ທູບ ມາຮັບໃຊ້ໃຫ້
ແກ່ບັນດາງານບຸນທີ່ຈະໄດ້ຈັດຂຶ້ນໃນໄລຍະຕົ້ນປີ.



ຕະຫຼາດນັດ ອີຕີ ກໍ່ເປັນບ່ອນຂາຍຕົ້ນໄມ້ຫຼາຍຊະນິດ ທີ່ຜະລິດ ຢາພື້ນເມືອງ ຂອງເຜົ່າ ຮ່າຍີ່.


ໂຕເປັດທີ່ຊາວເຜົ່າ ຮ່າຍີ່ ລ້ຽງໄດ້ວາງຂາຍຢູ່ຕະຫຼາດນັດ ອີຕີ.


ເຂດພູສູງ ອີຕີ ເປັນບ່ອນເໝາະສົມໃນການ ປູກຜັກ ແລະ ໝາກໄມ້ ປອດສານພິດ.


ຮ້ານຂາຍເຄື່ອງນຸ່ງ ຍາມໃດ ກໍມີຜູ້ຊື້ຢ່າງຫຼວງຫຼາຍ ໃນຕົ້ນປີ ໃໝ່.


ມູມໜຶ່ງໃນຮ້ານຂາຍເຄື່ອງປະດັບ ຢູ່ຕະຫຼາດນັດ ອີຕີ.
.

ແມ່ຍິງເຜົ່າ ຮ່າຍີ່ ລອງໃຊ້ເຄື່ອງຄົວກິນທີ່ແປກໃໝ່.


ແມ່ຍິງເຜົ່າ ຮ່າຍີ່ ດຳ ພວມເລືອກຊື້ເຄື່ອງຂອງທີ່ຕ້ອງການ ຢູ່ ຕະຫຼາດ.


ແມ່ຍິງເຜົ່າ ມົ້ງ ພວມເລືອກຊື້ເຄື່ອງນຸ່ງ ຢູ່ຕະຫຼາດ ອີຕີ.


ຄວາມດີໃຈຂອງຍິງສາວເຜົ່າ ມົ້ງ ເມື່ອເລືອກຊື້ໄດ້ແພ ທີ່ຖືກໃຈ.

ຊາວທ້ອງຖິ່ນ ໄດ້ນຳເອົາບັນດາຜະລິດຕະພັນສິນຄ້າ ມາຂາຍຢູ່ ຕະຫຼາດເປັນຕົ້ນ: ເຄື່ອງມືຮັບໃຊ້ການຜະລິດ, ຫຼາຍສຸດແມ່ນ ໝາກໄມ້ ແລະ ຜັກຂອງ ຊາວເຜົ່າ ຮ່າຍີ່. ຊາວບ້ານຢູ່ຕາແສງ ຕ່າງໆ ກໍ່ເອົາມາຂາຍຢູ່ ຕະຫຼາດບັນ ດາຜະລິດຕະພັນສະ ເພາະ ຂອງທ້ອງຖິ່ນຕົນເອງ. ນາງ ວ່າງທິ ໂນ້ຍ, ຊາວເຜົ່າ ໄຣ, ຢູ່ບ້ານ ປ່ຽງລາວ, ຕາແສງ ເມື່ອງຮຸມ ໄດ້ ເອົາທູບມາຂາຍຢູ່ຕະຫຼາດ ແຫ່ງນີ້. ໄລຍະນີ້ ກົງກັບໄລຍະເວລາ ທີ່ຊາວເຜົ່າ ຮ່າຍີ່ ຢູ່ບ້ານ ຈອນແທ່ນ, ຕາແສງ ອີຕີ ໄປອະນາໄມ ແລະ ປັບປຸງຫຼຸມສົບ, ສະນັ້ນ ທູບຂອງ ນາງ ໂນ້ຍ ຈຶ່ງຂາຍໄດ້ດີ.
 
ຕະຫຼາດນັດ ອີຕີ ດຶງດູດຜູ້ເຂົ້າຮ່ວມຫຼາຍກວ່າໝູ່ ໃນເດືອນ ມິຖຸ ນາ ແລະ ເດືອນ ຕຸລາ, ຍ້ອນເວລານີ້ ແມ່ນລະດູເປັ່ງນ້ຳເຂົ້າ ນາ ແລະ ລະດູເກັບກ່ຽວເຂົ້າ, ສະນັ້ນ ຈຶ່ງດຶງດູດ ນັກທ່ອງທ່ຽວ ມາ ຮັບຊົມຄວາມສວຍສົດງົດງາມຂອງທົ່ງນາຂັ້ນໄດ ຢູ່ທີ່ນີ້.
ນາງ ຈ໋າວສືໄໝ, ຊາວເຜົ່າ ຢ້າວແດງ ຢູ່ຕາແສງ ເຢັນສາງ ມາ ຕະຫຼາດເພື່ອຊື້ກະພາ ເພື່ອຮັບໃຊ້ໃຫ້ແກ່ລະດູການຜະລິດໃໝ່. ລາວໃຫ້ຮູ້ວ່າ ຕ້ອງ ມານີ້ ຈຶ່ງຊື້ໄດ້ກະພາ ທີ່ສານດ້ວຍລຸງ ສົງອາ ແຊ່, ອາຍຸ 54 ປີ, ຊາວເຜົ່າ ຮ່າຍີ່ ຢູ່ບ້ານ ຝິ່ນຈາຍ, ຕາແສງ ຫງາຍເທົ່າ, ຍ້ອນກະພາຂອງລຸງ ແຊ່ ໄດ້ມີຊື່ສຽງຈາກ ຄວາມ ສວຍງາມ ແລະ ທົນທານ.
 
ໄດ້ຈັດຢູ່ແຄມພູ ຢູ່ໂກຊານ ຊຶ່ງມີນໍ້າໜອກປົກຫຸ້ມ ຕະຫຼອດປີ, ສະນັ້ນຕະຫຼາດນັດແຫ່ງນີ້ ຈິ່ງເປັນບ່ອນ ທ່ອງທ່ຽວທີ່ປະທັບໃຈ ສຳລັບນັກທ່ອງທ່ຽວ ເມື່ອມາຢ້ຽມຢາມ ອີຕີ.
ປະຕິບັດ: ເຈິ່ນຮຽວ ແລະ ຫວຽດເກື່ອງ

ຫໍພິພິທະພັນ ເຄື່ອງປັ້ນດິນເຜົາບູຮານແມ່ນ້ຳ ເຮືອງ: ບ່ອນປົກປັກຮັກສາ ບັນດາຄຸນຄ່າວັດທະນະທຳ ທີ່ເປັນເອກະລັກ ຂອງເມືອງ ເຫວ້

ຫໍພິພິທະພັນ ເຄື່ອງປັ້ນດິນເຜົາບູຮານແມ່ນ້ຳ ເຮືອງ: ບ່ອນປົກປັກຮັກສາ ບັນດາຄຸນຄ່າວັດທະນະທຳ ທີ່ເປັນເອກະລັກ ຂອງເມືອງ ເຫວ້

ຕັ້ງຢູ່ເຮືອນສວນບູຮານ ລານວຽນ (ເລກທີ 120, ຖະໜົນ     ຫງວຽນຟຸກ ງວຽນ, ນະຄອນ ເຫວ້), ຫໍພິພິທະພັນ ເຄື່ອງປັ້ນ ດິນເຜົາບູຮານແມ່ນ້ຳ ເຮືືອງ ຂອງ ທ່ານນາງ ສຈ.ປອ ຖ໋າຍກີມລານ ແມ່ນຫໍພິພິທະພັນ ພິເສດ ທ່ີໄດ້ຮວບຮວມ ແລະ ຈັດວາງ ສະແດງເຄື່ອງປັ້ນດິນເຜົາ ເກືອບ 5.000 ສິ້ນ ທີ່່ເປັນວັດຖຸບູ ຮານ ໄດ້ເອົາຂຶ້ນມາຈາກໃຕ້ພື້ນແມ່ນ້ຳ ເຮືອງ ມີມາແຕ່ສະໄໝ ຊາຮີ່ວນ (ກ່ອນໜ້ານີ້ປະມານ 2.500-3.000 ປີ). ນີ້ແມ່ນ ຫໍພິ ພິທະພັນ ເອກະຊົນ ແຫ່ງທຳອິດ ແລະ ໜຶ່ງດຽວຢູ່ ຫວຽດນາມ ທ່ີໄດ້ຈັດວາງສະແດງ ສະເພາະເຄື່ອງປັ້ນດິນເຜົາບູຮານ ທີ່ໄດ້ຄົ້ນພົບ ໃນແມ່ນ້ຳ ພຽງແຫ່ງດຽວ.

Top