• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ປະທັບໃຈດອນ ເຖີຍເຊີນ

ດອນ ເຖີຍເຊີນ ຫຼື ດອນ ເລີນ ນອນຢູ່ຍ່ານລຸ່ມແມ່ນຳ້ ຕ່ຽນ, ຂຶ້ນ ກັບຕາແສງ ເຖີຍເຊີນ, ນະຄອນ ໝີ໋ທໍ, ແຂວງ ຕ່ຽນຢາງ. ນະທີ່ນີ້ ມີສະຖານທີ່ທ່ອງທ່ຽວຊົມສວນປູກໝາກໄມ້ອັນກວ້າງໃຫຍ່ ຕ່ຽນ ຢາງ, ແຕ່ລະປີ ໄດ້ດຶງດູດນັກທ່ອງທ່ຽວຫຼາຍຮ້ອຍພັນຄົນ ມາຊອກ ຮູ້ກ່ຽວກັບວັດທະນະທຳ ເຂດແມ່ນຳ້ລຳເຊ ຂອງປະຊາຊົນ ຢູ່ທີ່ນີ້. 
ເຂົ້າຮ່ວມບໍລິການທ່ອງທ່ຽວ, ທ່ານ ຈະໄດ້ມາທ່ຽວດອນ ເຖີຍເຊີນ ດ້ວຍເຮືອໃຫຍ່ ຕາມແມ່ນຳ້ ຕ່ຽນ ເພື່ອມາຍັງດອນ ເຖີຍເຊີນ. ຢູ່ເທິງ ເຮືອ, ທ່ານຈະໄດ້ສຳຜັດກັບຊີວິດການເປັນ ຢູ່ຂອງຊາວປະມົງ ທີ່ ລ້ຽງປາເທິງເຮືອແພ ແລະ ຊົມຄວາມສວຍງາມຂອງຂົວ ແຣກໝຽວ ອີກດ້ວຍ. 

ຫຼັງຈາກລົງຈາກເຮືອ ແລ້ວຍ່າງຜ່ານໝູ່ບ້ານ, ນັກທ່ອງທ່ຽວ ອາດຈະ ພັກຜ່ອນ ຕາມຕູບມຸງດ້ວຍຫຍ້າ, ພັກຜ່ອນເທິງອູ່ ທ່ີຖັກດ້ວຍເສັ້ນ ໃຍກ້ວຍ ຫຼື ນັ່ງຈິບນຳ້ຊາ ຊົງກັບນຳ້ເຜິ້ງ ທີ່ ຫອມຫວານ ແລະ ຟັງ ບັນດາບົດເລື່ອງທີ່ເວົ້າເຖິງຄວາມຮັກຂອງ ຄູ່ບ່າວສາວ, ຄວາມຮັກ ບ້ານເກີດເມືອງນອນ, ຄວາມຮັກປະເທດຊາດ ຈາກສຽງຮ້ອງທ່ີ ຫຼົງ ໄຫຼ ຂອງ ບັນດາຍິງສາວ ຢູ່ທີ່ນີ້. 

ປະຊາຊົນ ຢູ່ດອນ ເຖີຍເຊີນ ຍັງທໍາອາຊີບຄື: ລ້ຽງເຜິ້ງ, ເຮັດເຂົ້າໜົມ ຫຼື ຜະລິດ ເຄື່ອງຫັດຖະກຳ ແລະ ອື່ນໆ. ເພາະສະນັ້ນ ນີ້ແມ່ນ ໂອ ກາດ ເພື່ອໃຫ້ນັກທ່ອງທ່ຽວ ມາຢ້ຽມຢາມບັນດາໝູ່ບ້ານ ອາຊີບມູນ ເຊື້ອ, ຊອກຮູ້ວິທີການເຮັດເຂົ້າໜົມ ໝາກພ້າວຕາມແບບຫັດຖະກຳ ຂອງ ຊາວທ້ອງຖິ່ນ, ວິທີການຖັກແລນ, ໄປຢ້ຽມຢາມເຂດວາງ ສະ ແດງຜະລິດຕະພັນຫັດຖະກຳ ທ່ີເປັນເອກະລັກ ຊຶ່ງເຮັດດ້ວຍກະໂປະ ໝາກພ້າວ. 


ນັກທ່ອງທ່ຽວຕ່າງປະເທດ ໄປຊອກຮູ້ດອນ ເຖີຍເຊີນ ເທິງເຮືອ ແພຫຼາຍລຳຂອງຊາວທ້ອງຖິ່ນ. ພາບ: ທົງຫາຍ/VNP


ເຮືອແພຫຼາຍລຳຂອງຊາວທ້ອງຖິ່ນ ພານັກທ່ອງທ່ຽວ ໄປທ່ຽວ ຊົມທັດສະນີຍະພາບຢູ່ດອນ ເຖີຍເຊີນ. ພາບ: ເຈີ່ນຕວນ


ນັກທ່ອງທ່ຽວຮັບຊົມບັນດາລາຍການສະແດງຂັບລຳພື້ນເມືອງ
ເດີນກາຕ່າຍຕື ໃນການທ່ອງທ່ຽວໄປຊອກຮູ້ດອນ ເຖີຍເຊີນ. ພາບ: ທົງຫາຍ/VNP



ນັກທ່ອງທ່ຽວຮູ້ສຶກປະທັບໃຈ ຕໍ່ຮ້ານວາງສະແດງ ແລະ ຂາຍ ເຄື່ອງທີ່ລະນຶກ ຂອງຊາວທ້ອງຖິ່ນ ເທິງດອນ ເຖີຍເຊີນ. ພາບ: ທົງຫາຍ/VNP






ເປັນສະຖານທີ່ສະໜອງດອກໝາກໄມ້ ໃຫ້ຕະຫຼາດຫຼາຍແຫ່ງ
ຢູ່ແຂວງ ຕ່ຽນຢາງ, ດອກໝາກໄມ້ເທິງດອນ ເຖີຍເຊີນ ມີຫຼາຍ ຊະນິດທີ່ສຸດຢູ່ເຂດ ພາກໃຕ້. ພາບ: ເຈີ່ນຕວນ

ພິເສດ, ເມື່ອນັກທ່ອງທ່ຽວ ມາທີ່ນີ້ ຈະມີໂອກາດໄປທ່ຽວຊົມ ທັດສະ ນີ ຍະພາບ ຢູ່ດອນ ເຖີຍເຊີນ ດ້ວຍເຮືອ, ຜູ້ນໍາທ່ຽວແມ່ນ ບັນດາ ຍິງ ສາວ ໃນຊຸດເສື້ອ ບ່າບາ, ໃສ່ກຸບ, ພາຍເຮືອ ຢ່າງຊໍານານ ພານັກ ທ່ອງທ່ຽວ ໄປລຽບຕາມຄອງນຳ້ຫຼາຍສາຍ, ສອງຂ້າງແມ່ນສ່ວນ ໝາກໄມ້ທ່ີຂຽວຮົ່ງເຢັນ ຫຼື ທ່ຽວຊົມ ທິວທັດທຳມະຊາດ ຢູ່ເທິງ ດອນ ດ້ວຍລົດມ້າ. 

ກິດຈະກໍາ ທີ່ໜ້າຈັບໃຈທີ່ສຸດຢູ່ເຂດທ່ອງທ່ຽວ ເຖີຍເຊີນ ແມ່ນສະ ຄອງເໝືອງເພື່ອຈັບປາ. ທ່ີນີ້ ນັກທ່ອງທ່ຽວຈະໄດ້ຮັບເສື້ອ ບ່າບາ ຊຸດໜຶ່ງ ແລະ ເຄື່ອງມືຫາປາຄື: ສຸ່ມ, ຫວິງ. ກິດຈະກໍານີ້ ບໍ່ ພຽງແຕ່ ເຮັດໃຫ້ ນັກທ່ອງທ່ຽວ ຮູ້ສຶກຕື້ນເຕັ້ນໃນເວລາຈັບປາ ເທ່ົານັ້ນ, ຫາກ ຍັງສ້າງຄວາມສາມັກຄີ, ສະໜິດຕິດພັນ ຂອງ ກຸ່ມອີກດ້ວຍ. ຜ່ານ ກິດຈະກໍານີ້, ນັກທ່ອງທ່ຽວ ບໍ່ພຽງແຕ່ໄດ້ສໍາຜັດ ແລະ ຈັບປາ ດ້ວຍ ມື ເທົ່ານັ້ນ, ຫາກຍັງ ເຂົ້າໃຈໄດ້ຊີວິດການເປັນຢູ່ຂອງປະຊາຊົນ ຢູ່ທີ່ ນີ້ ດ້ວຍຄວາມຮູ້ສຶກທີ່ໜ້າຈັບໃຈຍາກທ່ີຈະບັນລະຍາຍໄດ້ ເມື່ອຈັບ ໄດ້ປາໃຫຍ່ ໂຕໜຶ່ງ ພວມເຊື່ອງຕົວຢູ່ໃຕ້ຕົມ ອີກດ້ວຍ. 

ບັນດາເຮືອນສວນ ຢູ່ທີ່ນີ້ ຍັງຮັບໃຊ້ນັກທ່ອງທ່ຽວບັນດາເຍື່ອງ ອາ ຫານ ຂອງ ເຂດພາກຕາເວັນຕົກສ່ຽງໃຕ້ ຄື: ປາ ອີ່ໄທ ທອດນຳ້ມັນ, ປາ ຄໍ່ ພັນກັບເຂົ້າຄຽບ, ຕົ້ມໄກ່ ໃສ່ຫົວສີໄຄ ກິນກັບຜັກປັງ, ເຂົ້າ ປຽກ ເປັດ ກິນກັບຜັກບົ້ງ... ຫຼື ບັນດາເຍື່ອງອາຫານມີລົດຊາດຂອງ ສະໄໝແຕ່ກ່ອນ ຄື: ປີ້ງປາ ຄໍ່, ເຂົ້າປຽກ ປາຄໍ່ ກິນກັບຜັກຂົມ ແລະ ອື່ນໆ. ບັນດາເຍື່ອງອາຫານທີ່ຫອມແຊບ, ທັດສະນີຍະພາບ ທີ່ສວຍງາມ ຈະສ້າງຄວາມຮູ້ສຶກປະທັບໃຈມາໃຫ້ ແກ່ນັກທ່ອງທ່ຽວ ເມື່ອມາ ທີ່ນີ້. 
 
ປະຕິບັດ: ກົງດາດ, ທົງຫາຍ ແລະ ເຈິ່ນຕວນ   

ຫໍພິພິທະພັນ ເຄື່ອງປັ້ນດິນເຜົາບູຮານແມ່ນ້ຳ ເຮືອງ: ບ່ອນປົກປັກຮັກສາ ບັນດາຄຸນຄ່າວັດທະນະທຳ ທີ່ເປັນເອກະລັກ ຂອງເມືອງ ເຫວ້

ຫໍພິພິທະພັນ ເຄື່ອງປັ້ນດິນເຜົາບູຮານແມ່ນ້ຳ ເຮືອງ: ບ່ອນປົກປັກຮັກສາ ບັນດາຄຸນຄ່າວັດທະນະທຳ ທີ່ເປັນເອກະລັກ ຂອງເມືອງ ເຫວ້

ຕັ້ງຢູ່ເຮືອນສວນບູຮານ ລານວຽນ (ເລກທີ 120, ຖະໜົນ     ຫງວຽນຟຸກ ງວຽນ, ນະຄອນ ເຫວ້), ຫໍພິພິທະພັນ ເຄື່ອງປັ້ນ ດິນເຜົາບູຮານແມ່ນ້ຳ ເຮືືອງ ຂອງ ທ່ານນາງ ສຈ.ປອ ຖ໋າຍກີມລານ ແມ່ນຫໍພິພິທະພັນ ພິເສດ ທ່ີໄດ້ຮວບຮວມ ແລະ ຈັດວາງ ສະແດງເຄື່ອງປັ້ນດິນເຜົາ ເກືອບ 5.000 ສິ້ນ ທີ່່ເປັນວັດຖຸບູ ຮານ ໄດ້ເອົາຂຶ້ນມາຈາກໃຕ້ພື້ນແມ່ນ້ຳ ເຮືອງ ມີມາແຕ່ສະໄໝ ຊາຮີ່ວນ (ກ່ອນໜ້ານີ້ປະມານ 2.500-3.000 ປີ). ນີ້ແມ່ນ ຫໍພິ ພິທະພັນ ເອກະຊົນ ແຫ່ງທຳອິດ ແລະ ໜຶ່ງດຽວຢູ່ ຫວຽດນາມ ທ່ີໄດ້ຈັດວາງສະແດງ ສະເພາະເຄື່ອງປັ້ນດິນເຜົາບູຮານ ທີ່ໄດ້ຄົ້ນພົບ ໃນແມ່ນ້ຳ ພຽງແຫ່ງດຽວ.

Top