• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ປະທັບໃຈງານວາງສະແດງຮູບພາບ ດ່າລາດ

ຢູ່ຖະໜົນ ຫຼີຕື້ຈ້ອງ (ນະຄອນ ດ່າລາດ-ເລີມດົ່ງ) ໃນຊຸມມື້ສຸດທ້າຍຂອງປີ ແມ່ນເຕັມໄປດ້ວຍບັນຍາກາດຟົດຟື້ນ ກັບງານວາງສະແດງຮູບພາບ ດ່າລາດ ດ້ວຍຮູບພາບຂະໜາດໃຫຍ່ 28 ແຜ່ນ ຂອງ ນັກຖ່າຍຮູບ 4 ຄົນ ໄດ້ຕິດຢູ່ຕາມແຄມທາງ, ຢູ່ໃຕ້ຕົ້ນໄມ້ ໄດ້ດຶງດູດຄວາມສົນໃຈ ຂອງ ຄົນຍ່າງເປັນຢ່າງຍິ່ງ. 








ບັນດາຮູບພາບໄດ້ວາງສະແດງຢູ່ຖະໜົນ ຫຼີຕື້ຈ້ອງ

* ທ່ານນາງ ຈຸກກົງ ຖ່າຍຮູບສະເພາະ ກ່ຽວກັບນົກ ປະເພດທີ່ມີຄ່າຫາຍາກ ບໍ່ພຽງແຕ່ໃນບໍລິເວນ ແຂວງ ເລີມດົ່ງ, ແຕ່ຍັງໃນທົ່ວປະເທດ ອີກດ້ວຍ. ເພິ່ນເວົ້າວ່າ: “ຂ້າພະເຈົ້າ ຖ່າຍຮູບ ດ້ວຍຄວາມມັກສ່ວນຕົວ, ແຕ່ບໍ່ຄິດວ່າ ປັດຈຸບັນ ຈະຕ້ອງໃຊ້ເວລາ ວ່າງສ່ວນຫຼາຍ ຂອງ ຂ້າພະເຈົ້າກັບມັນ... ກົດ ຂອງ ຂ້າພະເຈົ້າແມ່ນ ໄປຫາ ແລ້ວຈາກໄປ, ປະໄວ້ພຽງແຕ່ຮອຍຕີນ ເທົ່ານັ້ນ ແລະ ຫວັງວ່າ ທຸກຄົນ ຈະຄືກັນ”.










* ທ່ານ ໂດ໋ແທ່ງກົງ ເປັນຜູ້ປູກດອກໄມ້, ສະນັ້ນຈິ່ງບໍ່ເປັນເລື່ອງແປກ ເມື່ອເຫັນເພິ່ນມີຄວາມຫຼົງໄຫຼກັບການຖ່າຍຮູບຕາມແບບ macro. ເພິ່ນໃຫ້ຮູ້ວ່າ: “ນັບແຕ່ ມື້ທຳອິດກ້າວເຂົ້າສູ່ເສັ້ນທາງການຖ່າຍຮູບ, ຂ້າພະເຈົ້າຮູ້ສຶກປະທັບໃຈ ກັບສິ່ງເລັກໆ ນ້ອຍໆຢູ່ອ້ອມຂ້າງຄື: ແມງໄມ້, ດອກໄມ້, ຫຍ້າ... ພິເສດແມ່ນຢອດ ນໍ້າໝອກ ຄ້າງຢູ່ຕາມດອກໄມ້, ຍອດຫຍ້າ ໃນຍາມເຊົ້າຕູ່... ເມື່ອຖ່າຍຮູບ ໃນວິນາທີ ດັ່ງກ່າວ, ຂ້າພະເຈົ້າຮູ້ໄດ້ວ່າ ຢູ່ອ້ອມຂ້າງເຮົາ ຍັງມີຫຼາຍສິ່ງ ທີ່ສວຍງາມ ແຕ່ບໍ່ມີໃຜສົນໃຈ, ຄວາມຟ້າວຟ່ັງໃນຊີວິດ ປະຈໍາວັນ ເຮັດໃຫ້ພວກເຮົາ ບໍ່ພົບເຫັນຄວາມສວຍງາມທີ່ບົ່ມຊ້ອນ ຂອງບັນດາສິ່ງເລັກໆ ນ້ອຍໆ ຢູ່ອ້ອມຂ້າງ ພວກເຮົາ...”.










* ທ່ານ ຮວ່າຍລິງ ເຄີຍເປັນນັກຂ່າວ-ບັນນາທິການ ທີ່ມີປະສົບການ, ເພິ່ນໄດ້ສະສົມຊຸດປະມວນຮູບພາບກ່ຽວກັບ ວັດທະນະ ທຳ ທ້ອງຖິ່ນ ເມື່ອຍ້າຍເຂົ້າມາດຳລົງຊີວິດຢູ່ ດ່າລາດ. ເພິ່ນໃຫ້ຮູ້ວ່າ: “ວັດທະນະທຳມູນເຊື້ອ ຂອງ ປະຊາຊົນ ເຜ່ົາ ມ້າ, ເກີຮໍ ແລະ ຈູຣູ ເປັນແຮງບັນດານໃຈ ເພື່ອໃຫ້ຂ້າພະເຈົ້າ ນຳເຂົ້າເລິກໃນຊີວິດການເປັນຢູ່ ຂອງ ປະຊາຊົນ ຢູ່ທີ່ນີ້ ເພື່ອຖ່າຍຮູບ, ແບ່ງ ປັນຄວາມຮູ້ສຶກ ກັບຜູ້ຄົນ ແລະ ເລື່ອງລາວຕ່າງໆ ກ່ຽວກັບເທບນິຍາຍ, ເບິ່ງຄືວ່າ ຈົມຢູ່ກັບອະດີດ ຜ່ານມາ...” 










* ທ່ານ ຫຼີຮວ່າງລອງ ກັບຫົວຂໍ້ ທ່ີຄຸ້ນເຄີຍໃນຊີວິດການເປັນຢູ່ ປະຈຳວັນ ເພິ່ນໃຫ້ຮູ້ວ່າ: “ຂ້າພະເຈົ້າມີນິໄສ ເມື່ອໄປບ່ອນໃດກໍ່ມັກຍ່າງເລາະຫຼິ້ນ, ຍ່າງຕາມຕະຫຼາດນັດ ກ໋ານເກົາ ໄປຈົນເຖິງຕະຫຼາດຂາຍກຸບ ກໍ່ກັງ ... ສຳລັບຂ້າພະເຈົ້າ, ຕະຫຼາດບໍ່ພຽງແຕ່ເປັນບ່ອນແລກປ່ຽນຊື້ຂາຍສິນຄ້າເທົ່ານັ້ນ, ຫາກຍັງເປັນບ່ອນສ່ອງແສງ ວັດທະນະທຳ ມູນເຊື້ອ ຂອງ ຊາວທ້ອງຖິ່ນ ຢ່າງຊັດເຈນທີ່ສຸດ. ຕະຫຼາດ ຫວຽດ, ນອກຈາກຈຸດພິເສດໂດຍສະເພາະຂອງແຕ່ ລະທ້ອງຖິ່ນ ກໍ່ຍັງມີຈຸດຄ້າຍຄືກັນ ທີ່ເຄີຍເຫັນຢູ່ຕະຫຼາດໃນ ຊົນນະບົດ”. 












ງານວາງສະແດງຮູບພາບ ດ່າລາດ ໄຂຂຶ້ນໃນວັນທີ 17 ທັນວາ 2020 ຢູ່ຖະໜົນ ຫຼີຕື້ຈ້ອງ ຫາ ໂດ່ຍຢິງ ແລະ ແກ່ຍາວເປັນເວລາ 3 ເດືອນ. 
ບົດ: ຫຼີຮວ່າງລອງ 
ພາບ: ຈຸກກົງ, ໂດ໋ແທ່ງກົງ, ຮວ່າຍລິງ ແລະ ຫຼີຮວ່າງລອງ

ຈິດວິນຍານ ແຫ່ງວິລະກໍາ ດົງອາ ໃນງານບຸນ ກອງເຮືອ ຢູ່ແມ່ນ້ຳ ລຸກເດົ່າ

ຈິດວິນຍານ ແຫ່ງວິລະກໍາ ດົງອາ ໃນງານບຸນ ກອງເຮືອ ຢູ່ແມ່ນ້ຳ ລຸກເດົ່າ

ທຸກໆ ປີ, ເມື່ອເຖິງລະດູໃບໄມ້ຫຼົ່ນ, ແມ່ນ້ຳ ລຸກເດົ່າ ປະຫວັດສາດ, ຢູ່ ຕໍ່ໜ້າວິຫານ ກ໋ຽບບາກ (ຕາແສງ ເຈິ່ນຮຶງດ້າວ, ນະຄອນ ຮ່າຍ ຟ່ອງ) ຈະຄຶກຄື້ນໄປດ້ວຍສຽງກອງຮົບ ດັງສະໜັ່ນຫວັ່ນໄຫວ ແລະ ທຸງທິວ ປິວສະບັດ ທົ່ວທ້ອງຟ້າ. ນີ້ແມ່ນຊ່ວງເວລາຈັດງານບຸນ ກອງເຮືອ ຢູ່ແມ່ນ້ຳ ລຸກເດົ່າ, ເຊິ່ງເປັນຈຸດເດັ່ນສະຫງ່າ ແລະ ຍິ່ງ ໃຫຍ່ ພາຍໃຕ້ຂອບເຂດ ຂອງ ງານບຸນ ລະດູໃບໄມ້ຫຼົ່ນ ໂກນເຊີນ-ກ໋ຽບບາກ ປີ 2025. ເຫດການດັ່ງກ່າວ ໄດ້ຫວນຄືນເຖິງ ບັນຍາກາດ ແລະ ວິລະກໍາ ທ່ີອົງອາດກ້າຫານ ຂອງ ກອງທັບ ແລະ ປະຊາຊົນ ລາຊະວົງ ເຈິ່ນ (1225 - 1400) ໃນພາລະກິດ ປົກປັກຮັກສາປະເທດຊາດ, ງານບຸນໄດ້ດຶງດູດມວນຊົນ ແລະ ນັກທ່ອງທ່ຽວ ເປັນຈຳນວນຫຼາຍ ມາທ່ຽວຊົມ ແລະ ສະແດງຄວາມເຄົາລົບ ຕໍ່ ພະເຈົ້າ ເຈິ່ນ. 

Top