ຄົ້ນພົບ

ປະທັບໃຈງານວາງສະແດງຮູບພາບ ດ່າລາດ

ຢູ່ຖະໜົນ ຫຼີຕື້ຈ້ອງ (ນະຄອນ ດ່າລາດ-ເລີມດົ່ງ) ໃນຊຸມມື້ສຸດທ້າຍຂອງປີ ແມ່ນເຕັມໄປດ້ວຍບັນຍາກາດຟົດຟື້ນ ກັບງານວາງສະແດງຮູບພາບ ດ່າລາດ ດ້ວຍຮູບພາບຂະໜາດໃຫຍ່ 28 ແຜ່ນ ຂອງ ນັກຖ່າຍຮູບ 4 ຄົນ ໄດ້ຕິດຢູ່ຕາມແຄມທາງ, ຢູ່ໃຕ້ຕົ້ນໄມ້ ໄດ້ດຶງດູດຄວາມສົນໃຈ ຂອງ ຄົນຍ່າງເປັນຢ່າງຍິ່ງ. 








ບັນດາຮູບພາບໄດ້ວາງສະແດງຢູ່ຖະໜົນ ຫຼີຕື້ຈ້ອງ

* ທ່ານນາງ ຈຸກກົງ ຖ່າຍຮູບສະເພາະ ກ່ຽວກັບນົກ ປະເພດທີ່ມີຄ່າຫາຍາກ ບໍ່ພຽງແຕ່ໃນບໍລິເວນ ແຂວງ ເລີມດົ່ງ, ແຕ່ຍັງໃນທົ່ວປະເທດ ອີກດ້ວຍ. ເພິ່ນເວົ້າວ່າ: “ຂ້າພະເຈົ້າ ຖ່າຍຮູບ ດ້ວຍຄວາມມັກສ່ວນຕົວ, ແຕ່ບໍ່ຄິດວ່າ ປັດຈຸບັນ ຈະຕ້ອງໃຊ້ເວລາ ວ່າງສ່ວນຫຼາຍ ຂອງ ຂ້າພະເຈົ້າກັບມັນ... ກົດ ຂອງ ຂ້າພະເຈົ້າແມ່ນ ໄປຫາ ແລ້ວຈາກໄປ, ປະໄວ້ພຽງແຕ່ຮອຍຕີນ ເທົ່ານັ້ນ ແລະ ຫວັງວ່າ ທຸກຄົນ ຈະຄືກັນ”.










* ທ່ານ ໂດ໋ແທ່ງກົງ ເປັນຜູ້ປູກດອກໄມ້, ສະນັ້ນຈິ່ງບໍ່ເປັນເລື່ອງແປກ ເມື່ອເຫັນເພິ່ນມີຄວາມຫຼົງໄຫຼກັບການຖ່າຍຮູບຕາມແບບ macro. ເພິ່ນໃຫ້ຮູ້ວ່າ: “ນັບແຕ່ ມື້ທຳອິດກ້າວເຂົ້າສູ່ເສັ້ນທາງການຖ່າຍຮູບ, ຂ້າພະເຈົ້າຮູ້ສຶກປະທັບໃຈ ກັບສິ່ງເລັກໆ ນ້ອຍໆຢູ່ອ້ອມຂ້າງຄື: ແມງໄມ້, ດອກໄມ້, ຫຍ້າ... ພິເສດແມ່ນຢອດ ນໍ້າໝອກ ຄ້າງຢູ່ຕາມດອກໄມ້, ຍອດຫຍ້າ ໃນຍາມເຊົ້າຕູ່... ເມື່ອຖ່າຍຮູບ ໃນວິນາທີ ດັ່ງກ່າວ, ຂ້າພະເຈົ້າຮູ້ໄດ້ວ່າ ຢູ່ອ້ອມຂ້າງເຮົາ ຍັງມີຫຼາຍສິ່ງ ທີ່ສວຍງາມ ແຕ່ບໍ່ມີໃຜສົນໃຈ, ຄວາມຟ້າວຟ່ັງໃນຊີວິດ ປະຈໍາວັນ ເຮັດໃຫ້ພວກເຮົາ ບໍ່ພົບເຫັນຄວາມສວຍງາມທີ່ບົ່ມຊ້ອນ ຂອງບັນດາສິ່ງເລັກໆ ນ້ອຍໆ ຢູ່ອ້ອມຂ້າງ ພວກເຮົາ...”.










* ທ່ານ ຮວ່າຍລິງ ເຄີຍເປັນນັກຂ່າວ-ບັນນາທິການ ທີ່ມີປະສົບການ, ເພິ່ນໄດ້ສະສົມຊຸດປະມວນຮູບພາບກ່ຽວກັບ ວັດທະນະ ທຳ ທ້ອງຖິ່ນ ເມື່ອຍ້າຍເຂົ້າມາດຳລົງຊີວິດຢູ່ ດ່າລາດ. ເພິ່ນໃຫ້ຮູ້ວ່າ: “ວັດທະນະທຳມູນເຊື້ອ ຂອງ ປະຊາຊົນ ເຜ່ົາ ມ້າ, ເກີຮໍ ແລະ ຈູຣູ ເປັນແຮງບັນດານໃຈ ເພື່ອໃຫ້ຂ້າພະເຈົ້າ ນຳເຂົ້າເລິກໃນຊີວິດການເປັນຢູ່ ຂອງ ປະຊາຊົນ ຢູ່ທີ່ນີ້ ເພື່ອຖ່າຍຮູບ, ແບ່ງ ປັນຄວາມຮູ້ສຶກ ກັບຜູ້ຄົນ ແລະ ເລື່ອງລາວຕ່າງໆ ກ່ຽວກັບເທບນິຍາຍ, ເບິ່ງຄືວ່າ ຈົມຢູ່ກັບອະດີດ ຜ່ານມາ...” 










* ທ່ານ ຫຼີຮວ່າງລອງ ກັບຫົວຂໍ້ ທ່ີຄຸ້ນເຄີຍໃນຊີວິດການເປັນຢູ່ ປະຈຳວັນ ເພິ່ນໃຫ້ຮູ້ວ່າ: “ຂ້າພະເຈົ້າມີນິໄສ ເມື່ອໄປບ່ອນໃດກໍ່ມັກຍ່າງເລາະຫຼິ້ນ, ຍ່າງຕາມຕະຫຼາດນັດ ກ໋ານເກົາ ໄປຈົນເຖິງຕະຫຼາດຂາຍກຸບ ກໍ່ກັງ ... ສຳລັບຂ້າພະເຈົ້າ, ຕະຫຼາດບໍ່ພຽງແຕ່ເປັນບ່ອນແລກປ່ຽນຊື້ຂາຍສິນຄ້າເທົ່ານັ້ນ, ຫາກຍັງເປັນບ່ອນສ່ອງແສງ ວັດທະນະທຳ ມູນເຊື້ອ ຂອງ ຊາວທ້ອງຖິ່ນ ຢ່າງຊັດເຈນທີ່ສຸດ. ຕະຫຼາດ ຫວຽດ, ນອກຈາກຈຸດພິເສດໂດຍສະເພາະຂອງແຕ່ ລະທ້ອງຖິ່ນ ກໍ່ຍັງມີຈຸດຄ້າຍຄືກັນ ທີ່ເຄີຍເຫັນຢູ່ຕະຫຼາດໃນ ຊົນນະບົດ”. 












ງານວາງສະແດງຮູບພາບ ດ່າລາດ ໄຂຂຶ້ນໃນວັນທີ 17 ທັນວາ 2020 ຢູ່ຖະໜົນ ຫຼີຕື້ຈ້ອງ ຫາ ໂດ່ຍຢິງ ແລະ ແກ່ຍາວເປັນເວລາ 3 ເດືອນ. 
ບົດ: ຫຼີຮວ່າງລອງ 
ພາບ: ຈຸກກົງ, ໂດ໋ແທ່ງກົງ, ຮວ່າຍລິງ ແລະ ຫຼີຮວ່າງລອງ

top