• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ປະທັບໃຈງານບຸນຊ້າງ ບວນດົນ

ໃນ​ຂອບ​ເຂດ​ງານ​ບຸນ​ກາ​ເຟ ​ບວນມາທວດ ​ຄັ້ງ​ທີ 8 ປີ 2023, ງານ​ບຸນ​ຊ້າງ ບວນດົນ ຢູ່ຕາ​ແສງ​ ກຣົງນາ,​ເມືອງ ບວນດົນ ​ໄດ້​ຈັດ​ຂຶ້ນ​ຢ່າງ​ປະ​ທັບ​ໃຈ​ ດ້ວຍ​ຮູບ​ແບບ​ໃໝ່, ທັງ​ເຊີດຊູຄວາມ​ງາມ​ຂອງ​ຊ້າງ ​ແລະ ບັນດາ​ຄຸນຄ່າ​ດ້ານວັດທະນະທຳມູນເຊື້ອ​ ຂອງ​ ປະຊາຊົນບັນດາເຜົ່າ​ ​ຢູ່​ ໄຕງວຽນ, ທັງ​ສະ​ແດງ​ໃຫ້​ເຫັນ​ຫຼັກ​ໝັ້ນ​ອັນ​ແຮງ​ກ້າ​ຂອງ​ອຳນາດການປົກຄອງແຂວງ ດັກ​ລັກ ກັບອົງການສັດ​ອາຊີ (Animals Asia) ​ໃນ​ການ​ເບິ່ງ​ແຍງ, ປົກ​ປັກ​ຮັກສາ ​ແລະ ອະນຸ ລັກ ​ຊ້າງ ​ແບບ​ເປັນ​ມິດ ​ແລະ ຍືນ​ຍົງ.

ດັ່ງນັ້ນ​, ງານ​ບຸນ​ຊ້າງ​ປີ​ນີ້ ພຽງ​ແຕ່​ສຸມ​ໃສ່​ບັນດາ​ເນື້ອ​ໃນ​ທີ່ເປັນມິດກັບນັກທ່ອງທ່ຽວ​ ເພື່ອ​ເຊີດຊູຄວາມ​ງາມ​ຂອງ​ຊ້າງ​ເຊັ່ນ: ການ​ແຂ່ງ ຂັນ​ຕົກແຕ່ງ​​ຊ້າງ, ປະກວດນາງງາມ ຊ້າງ, ການ​ແຂ່ງຂັນ​ຊ້າງ​ເພື່ອ​ຕ້ອນຮັບ​ຜູ້​ຊົມ, ​ຈັດງານລ້ຽງ ບຸບ​ເຟ ​​ຊ້າງ, ​​ໃຫ້​ຊ້າງ​ພົວພັນ​ມິດຕະ ພາບ​ກັບ​ນັກ​ທ່ອງ​ທ່ຽວ... ສ່ວນກິດຈະກຳ​ແຂ່ງຂັນ​ທີ່​ອາດ​ສົ່ງ​ຜົນ​ກະ ທົບ​ຕໍ່​ສຸຂະພາບ​ຂອງ​ຊ້າງ​ໄດ້​ງ່າຍ​ເຊັ່ນ: ການ​ແຂ່ງ​ຂັນ​ຊ້າງ, ​ຊ້າງລອຍນໍ້າ, ​​ຊ້າງເຕະບານ, ດຶງເຊືອກ ລະຫວ່າງຊ້າງ ກັບຄົນ, ການ​ແຫ່​ຊ້າງ​ຕາມ​ຖະໜົນ... ​ຄືໃນ​ງານ​ບຸນ​ທີ່​ຜ່ານ​ມາ ຈະຖືກຍົກເລີກ.

ດ້ວຍຮູບແບບການຈັດຕັ້ງໃໝ່ ແລະ ມີຄວາມໝາຍນີ້, ນັກທ່ອງທ່ຽວມີໂອກາດໄດ້ຊົມພາບຂອງຊ້າງ ໄຕງວຽນ ອັນຍິ່ງໃຫຍ່, ສຸຂະ ພາບດີ ແຕ່ຍັງມີຄວາມໜ້າຮັກ, ເປັນມິດ ແລະ ໃກ້ຊິດກັບຜູ້ຄົນ ຍ້ອນໄດ້ຮັບການເບິ່ງແຍງດູແລ, ການປົກປ້ອງທີ່ດີ.

ບັນຍາກາດມ່ວນຊື່ນ, ມິດຕະພາບ ແລະ ໃກ້ຊິດຂອງງານບຸນຊ້າງ ບວນດົນ. ພາບ: ແທງຮ່ວາ/VNP
ງານບຸນ​ຊ້າງ​ປີ​ນີ້ ​ຈັດ​ຂຶ້ນ​ດ້ວຍ​ຮູບ​ແບບ​ໃໝ່​ທີ່​ບໍ່​ມີ​ການ​ແຂ່ງ​ຂັນ, ການ​ແຂ່ງ​ຂັນ​ສົ່ງ​ຜົນ​ກະ​ທົບ​ຕໍ່​ສຸ​ຂະ​ພາບ​ຂອງ​ຊ້າງ. ພາບ: ແທງຮ່ວາ/VNP
ຄະນະ​ຈັດ​ຕັ້ງ​ງານ​ ​ມອບ​ຂອງ​ທີ່​ລະນຶກ​ໃຫ້​ແກ່​ຄະນະ​ຊ້າງ. ພາບ: ແທງຮ່ວາ/VNP

ຊ້າງ ໄຕງວຽນ ເຂົ້າຮ່ວມງານບຸນໃຫຍ່. ພາບ: ຈິ້ງໂບ້/VNP 

ຊ້າງສະແດງຄວາມໃກ້ຊິດຕໍ່ຄວາມຕື່ນເຕັ້ນຂອງນັກທ່ອງທ່ຽວ. ພາບ: ຈິ້ງໂບ້/VNP

ກວານຊ້າງ ສະແດງຄວາມຮັກແພງຕໍ່ຊ້າງຂອງຕົນ. ພາບ: ແທງຮ່ວາ/VNP

ຊ້າງ ໄຕງວຽນ ສະແດງຄວາມຕື່ນເຕັ້ນ. ພາບ: ຈິ້ງໂບ້/VNP

ຊ້າງ​ໂຕ​ໃຫຍ່​ສະ​ແດງ​ທ່າ​ທີ​ທີ່​ກົ້ມ​ຂາບ​ໃຫ້​ຜູ້​ມາ​ຢ້ຽມ​ຢາມ. ພາບ: ຈິ້ງໂບ້/VNP

ຈັງຫວະກົ້ມຂາບທີ່ໜ້າຮັກ ແລະ ສະຫງ່າງາມຂອງຊ້າງ. ພາບ: ຈິ້ງໂບ້/VNP

ຄວາມງາມອັນສະຫງ່າ ແລະ ສຸຂະພາບດີຂອງຊ້າງ ໄຕງວຽນ. ພາບ: ແທງຮ່ວາ/VNP

ການສື່ສານ ທີ່ເປັນມິດລະຫວ່າງ ກວານຊ້າງ ແລະ ຊ້າງ. ພາບ: ຈິ້ງໂບ້/VNP
ຊ້າງ​ເຂົ້າ​ຮ່ວມ​ງານ​ລ້ຽງ​​ ອາຫານ ຢ່າງ​ກະ​ຕື​ລື​ລົ້ນ ​ທ່າມກາງສຽງເຊຍ ຂອງ ນັກທ່ອງທ່ຽວໃນ​ງານບຸນ​ຊ້າງ ບວນດົນ. ພາບ: ຈິ້ງໂບ້/VNP

ຊ້າງກິນອາຫານດ້ວຍຄວາມຕາມສະບາຍ. ພາບ: ແທງຮ່ວາ/VNP

ງານລ້ຽງບຸບເພ ຊ້າງ ໄຕງວຽນ. ພາບ: ແທງຮ່ວາ/VNP
ນັກທ່ອງທ່ຽວ ມີຄວາມຕື່ນເຕັ້ນ ເອົາອາຫານ ແຊບໆ ໃຫ້ຊ້າງ. ພາບ: ຈິ້ງໂບ້/VNP

ຊ້າງໄດ້ຮັບຄວາມສຸກຈາກການເຊື້ອເຊີນຢ່າງກະຕືລືລົ້ນຂອງນັກທ່ອງທ່ຽວ. ພາບ: ແທງຮ່ວາ/VNP

ຊ້າງ​ ຮັບອາຫານ ຈາກ​ມື​ ເດັກ​ນ້ອຍ​ຄົນໜຶ່ງ. ພາບ: ແທງຮ່ວາ/VNP

ຄວາມສົນໃຈ, ຄວາມເປັນມິດ ແລະ ຄວາມໃກ້ຊິດຂອງຊ້າງໃນເວລາທີ່ຖືກຈັບໂດຍນັກທ່ອງທ່ຽວ. ພາບ: ແທງຮ່ວາ/VNP

ງານ​ບຸນ​ຍັງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ຊາວ ໄຕງວຽນ ​ແນະນຳ​ມໍລະດົກ​ວັດທະນະທຳ​ໂລກ ​ແມ່ນ​ວັດທະນະທຳ​ຄ້ອງ​ ທີ່​ມີ​ຊື່​ສຽງ​ຂອງ​ຕົນ.ພາບ: ຈິ້ງໂບ້/VNP

ການຟ້ອນພື້ນເມືອງທີ່ໜ້າຮັກ ຂອງ ເດັກສາວ ໄຕງວຽນ ໃນງານ ບຸນຊ້າງ ບວນດົນ. ພາບ: ຈິ້ງໂບ້/VNP

ປະຕິບັດ: VNP/ແທງຮ່ວາ, ຈິ້ງໂບ້ - ແປໂດຍ: ຢືຟຽນ

ບຸນເຂົ້າໃໝ່ ຂອງ ເຜົ່າ ໄທ ຢູ່ ເມືອງລາດ

ບຸນເຂົ້າໃໝ່ ຂອງ ເຜົ່າ ໄທ ຢູ່ ເມືອງລາດ

ບຸນປະເພນີ ທາງວັດທະນະທໍາ ຂອງ ຊາວເຜົ່າ ໄທ ຢູ່ ເມືອງລາດ (ແຂວງ ແທງຮ໋ວາ) ມັກຈະຕິດພັນ ກັບຈັງຫວະຊີວິດ ການຜະລິດ ກະສິກໍາ. ໃນນັ້ນ, ບຸນເຂົ້າໃໝ່ ແມ່ນໜຶ່ງໃນບັນດາບຸນ ທີ່ມີ ເອກະລັກ, ອຸດົມສົມບູນ ໄປດ້ວຍສີສັນວັດທະນະທໍາ ແລະ ຄວາມເຊື່ອຖືທາງໃຈ. ງານບຸນດັ່ງກ່າວ ຖືກຈັດຂຶ້ນ ໃນລະດູ ເກັບກ່ຽວ, ເປັນໂອກາດໃຫ້ຊາວເຜົ່າ ໄທ ສະແດງຄວາມຂອບໃຈ ຕໍ່ທໍາມະຊາດ ແລະ ລະນຶກ, ສະແດງ ຄວາມຮູ້ບຸນຄຸນ ຕໍ່ບັນພະບູລຸດ.

Top