• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ປະຊາຊົນທີ່ນັບຖືສາສະໜາມີຄວາມຕິດພັນໃນການພັດທະນາ ແລະ ປົກປ້ອງປະເທດຊາດ

“ຄວາມເຊື່ອຖືດ້ານສາສະໜາ ແມ່ນຄວາມຕ້ອງການທາງດ້ານ ຈິດ ໃຈ ຂອງ ປະຊາຊົນ ສ່ວນໜຶ່ງ”, ຫວຽດນາມ ໄດ້ຖືເລື່ອງ ປະຕິບັດ ຄວາມເຊື່ອຖືທາງດ້ານສາສະໜາ ຢ່າງເສລີ ເປັນການສະແດງອອກ ຕົວຈິງ ຂອງ ບັນຫາສິດທິມະນຸດ. ບົນພື້ນຖານດັ່ງກ່າວ ຈະວາງກຳ ນົດ, ຜັນຂະຫຍາຍ, ປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍ ຮັບປະກັນ ໃຫ້ຜູ້ຖືສາສະໜາ ໄດ້ປະຕິບັດຄວາມເຊື່ອຖືດ້ານ ສາສະ ໜາ, ພ້ອມກັນນັ້ນ ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ປົກປ້ອງປະເທດຊາດ.
ແຕ່ທາງດ້ານວັດທະນະທຳ, ຫວຽດນາມ ຢືນຢັນວ່າ ສາສະໜາແມ່ນ ຜະລິດຕະພັນໜຶ່ງທ່ີມີຫົວຄິດປະດິດສ້າງຂອງມະນຸດ. ມີຫຼາຍຄຸນຄ່າ ດ້ານຄຸນສົມບັດຂອງສາສະໜາຊຶ່ງ ຫວຽດນາມ ນັບຖື ແລະ ຮັບເອົາ ໃນຂອບເຂດທ່ີກວ້າງຂວາງ ຍ້ອນມັນມີຄວາມມະນຸດສະທຳ, ໃກ້ຊິດ ກັບມາດຕະຖານຄຸນສົມບັດຈຳນວນໜຶ່ງ ທີ່ມະນຸດຫັນໄປເຖິງ. ທ່ານ ຟີແດນ ກາສໂຕຣ ໄດ້ກ່າວວ່າ: “ພວກຂ້າພະເຈົ້າ ເຫັນດີນຳຄຳສັ່ງ ສອນຂອງ ພະເຈົ້າ ເພາະມັນຄ້າຍຄືກັບນະໂຍບາຍຂອງພວກຂ້າ ພະເຈົ້າ. ຖ້າສະມາຄົມຜູ້ຖືສາສະໜາສອນວ່າ “ຢ່າຂີ້ລັກ”, ໜຶ່ງໃນ ຫຼາຍລັກສະນະພິເສດການປະຕິວັດຂອງພວກຂ້າພະເຈົ້າ ແມ່ນລົບ ລ້າງການຂີ້ລັກ, ຍັກຍອກ, ກິນສິນບົນ. ຖ້າສະມາຄົມຜູ້ຖືສາສະໜາ ສອນວ່າ “ຢ່າເວົ້າຕົວະ”, ນັ້ນກໍ່ແມ່ນສິ່ງທີ່ພວກຂ້າພະເຈົ້າກ່າວປະ ນາມຫຼາຍທີ່ສຸດ. ເມື່ອສະມາຄົມຜູ້ຖືສາສະໜາເຜີຍແຜ່ຈິດໃຈຍອມ ເສຍສະລະ,​ ອົດທົນ ແລະ ຄ່ຽມຄົມ, ພວກຂ້າພະເຈົ້າກໍ່ເຮັດ ຄືແນວ ນັ້ນ ເພື່ອຢືນຢັນພາລະໜ້າທີ່ຂອງປະຕິວັດແມ່ນກຽມພ້ອມການ ເສຍສະລະ, ອົດທົນຕໍ່ຄວາມທຸກທໍລະມານ ແລະ ຊື່ສັດ” (ຟີແດນ ກາສໂຕຣ ແລະ ສາສະໜາ, ຄະນະກຳມະການສາມັກຄີ ກາໂຕລິກ ຮັກຊາດ ຫວຽດນາມ, ນະຄອນ ໂຮ່ຈີມິນ ປີ 1986, ໜ້າທີ 225).

ຄວາມຈິງ, ປະຫວັດສາດ ຫວຽດນາມ ສະແດງໃຫ້ເຫັນວ່າ ຄວາມ ເຊື່ອຖື, ສາສະໜາ ໄດ້ມີການພັດທະນາພ້ອມກັບປະເທດຊາດ. ປະ ຊາຊົນ ທີ່ນັບຖືສາສະໜາ ໄດ້ພ້ອມກັບຊາວຄອມມູນິດ ທຳການຕໍ່ສູ້ ຕ້ານການກົດຂີ່, ຍາດເອົາຄວາມເປັນເອກະລາດ ມາໃຫ້ແກ່ຊົນ ຊາດ ແລະ ປັດຈຸບັນ ພວມມີການສ້າງສາ, ປົກປັກຮັກສາ ປະເທດ ຊາດ. ໃນບັນດາຜົນສຳເລັດທີ່ ຫວຽດນາມ ຍາດມາໄດ້ ມີການປະ ກອບສ່ວນ ບໍ່ໜ້ອຍ ຂອງປະຊາຊົນຜູ້ທີ່ນັບຖືສາສະໜາ.  


ການທຳພິທີຂອງ ສາສະນິກະຊົນ ຜູ້ຖື ສາສະໜາ ກາວດ່າຍ ຢູ່ໂບດ ໄຕນິງ. ພາບ: ຫງວຽນລວນ/VNP



ສາສະໜາ ກາວດ່າຍ ເປັນສາສະໜາໜຶ່ງທີ່ປະສານບັນດາ ສາສະ ໜາໃຫຍ່ ໃນໂລກເຂົ້າກັນ, ສ່ວນຫຼາຍແມ່ນສາສະໜາພຸດ, ສາສະ ໜາ ຂົງຈື້, ສາສະໜາ ກີໂຕ. ນອກຈາກການບູຊາພະເຈົ້າ, ບັນດາ ສາສະໜາຍັງບູຊາພະພຸດທະເຈົ້າ, ພະເຢຊູ, ຂົງຈື້, ເຈົ້າແມ່ກວານ ອິນ ແລະ ອື່ນໆ. ໃນພາບ: ການທຳພິທີຂອງ ສາສະນິກະຊົນ ຜູ້ຖື ສາສະໜາ ກາວດ່າຍ ຢູ່ໂບດ ໄຕນິງ. ພາບ: ຫງວຽນລວນ/VNP


ບັນດານ້ອງນ້ອຍຖືສາສະໜາ ກາວບ່າຍ ໄດ້ຮຽນແບບແຜນວິຖີຊີວິດຂອງສາສະໜາ ກາວດ່າຍ ຈາກພໍ່ແມ່ຂອງຕົນ. ພາບ: ຫງວຽນລວນ/VNP





ງານບຸນວິສາຂະບູຊາ ສປຊ Vesak 2014 ໄດ້ຈັດຂຶ້ນຢູ່ ວັດ ບາຍດິງ, ແຂວງ ນິງບິ່ງ ເປັນເຫດການພົວພັນຕ່າງປະເທດ ທີ່ ສຳ ຄັນ, ຍົກສູງຖານະບົດບາດຂອງພຸດທະສາສະໜາ ຫວຽດນາມ ໃນ ທ່າອ່ຽງເຊື່ອມໂຫຍງເຂົ້າກັບສາກົນ, ປະກອບສ່ວນ ໂຄສະນາ ເຜີຍແຜ່ ຮູບພາບ, ປະເທດຊາດ, ຜູ້ຄົນ ຫວຽດນາມ ອອກສູ່ໂລກ. ພາບ: ຈິ້ງໂບ້/VNP



ຫໍທຳມະສະພາ ຝູ໋ຍາຍ ຢູ່ຕາແສງ ຊວນເຟືອງ, ເມືອງ ຊວນ ເຈື່ອງ ແຂວງ ນາມດິ້ງ ເປັນໜຶ່ງໃນໂບດໃຫຍ່ 4 ແຫ່ງ ຢູ່ ຫວຽດ ນາມ ໄດ້ຍົກລະດັບເປັນຫໍທຳມະສະພາ ພ້ອມກັບ ໂບດ ດຶກບ່າ ຢູ່ນະຄອນ ໂຮ່ຈີມິນ, ໂບດ ລາວາງ ຢູ່ ເຫວ້ ແລະ ໂບດ ເສີກ້ຽນ ຢູ່ ຮ່ານາມ. ພາບ: ຫວຽດເກື່ອງ/VNP


ການທຳພິທີໃນງານດອງທີ່ ຫໍທຳມະສະພາ ຝູ໋ຍາຍ ຢູ່ຕາແສງ ຊວນເຟືອງ, ເມືອງ ຊວນ ເຈື່ອງ ແຂວງ ນາມດິ້ງ. ພາບ: ຫວຽດເກື່ອງ/VNP



ການທຳພິທີ ໃນວັນ ທິດຢູ່ໂບດ ຟາດຢ້ຽມ (ນິງບິ່ງ) . ພາບ: ເລມິນ/VNP


ຕາແສງ ອີອາ ຕຸນ, ເມືອງ ກື ເມີງາ, ແຂວງ ດັກລັກ ມີຊາວ ເອ ເດ ກວ່າ 3.000 ຄົນຖືສະສາໜາ ໂປຣແຕສຕັງ ດ້ວຍຫຼັກນຳ “ນັບ ຖືພະເຈົ້າ, ຮັບໃຊ້ປະເທດຊາດ”. ໃນພາບ: ການທຳພິທີ ໃນວັນ ທິດຢູ່ໂບດ ອີອາ ຕຸນ. ພາບ: ທົງທ້ຽນ/VNP

  ການທຳພິທີ ໃນວັນ ທິດຢູ່ໂບດ ອີອາ ຕຸນ. ພາບ: ທົງທ້ຽນ/VNP

ຫວຽດນາມ ເປັນປະເທດທີ່ມີຄວາມເຊື່ອຖືດ້ານສາສະໜາ ແຕກ ຕ່າງກັນ, ແຕ່ພ້ອມກັນຄົງຕົວ, ໃນນັ້ນມີສາສະໜາຈຳນວນໜຶ່ງ ໄດ້ ນຳເຂົ້າມາເຜີຍແຜ່ຈາກພາຍນອກຄື: ສາສະໜາພຸດ, ສາສະໜາ ກາ ໂຕລິກ, ສາສະໜາ ໂປຣແຕສຕັງ, ສາສະໜາ ມຸສລິມ ແລະ ສາສະ ໜາຈຳນວນໜຶ່ງໄດ້ກຳເນີດຢູ່ພາຍໃນຄື: ກາວດ່າຍ, ຮວ່າຫາວ. ເຖິງ ວ່າ ຄວາມເຊື່ອຖືຂອງປະຊາຊົນ ຕໍ່ສາສະໜາ ຈະມີຄວາມແຕກ ຕ່າງກັນ, ແຕ່ມີຈຸດຄືກັນ ນັ້ນແມ່ນນຳ້ໃຈເພື່ອປະເທດຊາດ, ມູນເຊື້ອ ຮັກຊາດ, ມູນເຊື້ອວັດທະນະທຳ. ເພາະສະນັ້ນ, ເມື່ອປະເທດຊາດ ຕົກຢູ່ໃນໄພອັນຕະລາຍ, ແປວໄຟ ຂອງນຳ້ໃຈຮັກຊາດ ໄດ້ເປົ່າໃຫ້ ລຸກຂຶ້ນຢ່າງແຮງກ້າ. ການຕໍ່ສູ້ຍາດເອົາຄວາມເປັນເອກະລາດ, ຍາດເອົາເສລີພາບ ໃຫ້ແກ່ປະຊາຊົນ, ໃນນັ້ນ ມີປະຊາຊົນ ຜູ້ຖື ບັນດາສາສະໜາ ຈຳນວນຫຼາຍ ເຫັນວ່າ ຍາມໃດປະເທດ ມີເອກະ ລາດ ຍາມນັ້ນຄວາມເຊື່ອຖືດ້ານສາສະໜາ ຈຶ່ງມີສິດເສລີ. ການ ຮ່ວມຕໍ່ສູ້ໄດ້ສ້າງຄວາມ ສະໜິດຕິດພັນລະຫວ່າງ ປະຊາຊົນ ຜູ້ຖືສາ ສະໜາ ກັບປະເທດຊາດ. ແລະ ປະຊາຊົນ ຜູ້ຖືສາສະໜາ ກາຍເປັນ ເພື່ອນຮ່ວມທາງ ຂອງປະເທດຊາດ, ເພີ່ມກຳລັງແຮງໃຫ້ແກ່ກຸ່ມ ມະ ຫາສາມັກຄີ ທົ່ວປວງຊົນ.

ປັດຈຸບັນ, ຫວຽດນາມ ມີ 39 ອົງການສາສະໜາຂອງ 14 ສາສະໜາທີ່ໄດ້ຮັບຮອງ ແລະ ມອບໃບອະນຸຍາດໃຫ້ເຄື່ອນໄຫວ, ສະຖານທີ່ ສັກກະລະບູຊາ 28.000 ແຫ່ງ, ສາສະນິກະຊົນເກືອບ 25 ລ້ານ ຄົນ (ກວມປະມານ 27% ປະຊາຊົນທົ່ວປະເທດ). ບັນດາການເຄື່ອນ ໄຫວດ້ານສາສະໜາຢູ່ ຫວຽດນາມ ມີຂຶ້ນຢ່າງຟົດຟຶ້ນ. ແຕ່ລະປີ ມີ ງານບຸນຕ່າງໆ ປະມານ 8.500 ງານບຸນ. ບັນດາອົງການສາສະໜາ ຢູ່ ຫວຽດນາມ ໄດ້ຮັບການສົ່ງເສີມ ແລະ ສ້າງເງື່ອນໄຂອຳນວຍ ຄວາມສະດວກ ໃນການເຂົ້າຮ່ວມບັນດາການເຄື່ອນໄຫວ ດ້ານສາ ທາລະນະສຸກ, ວັດທະນະທຳ, ສັງຄົມ ແລະ ອື່ນໆ. ຈາກນັ້ນໄດ້ປະ ກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ.

ດັ່ງນັ້ນ, ຖ້າໃຜເວົ້າວ່າ: ຢູ່ ຫວຽດນາມ “ການນັບຖືສາສະໜາ ມີຢູ່ແຕ່ ເທິງໜ້າເຈ້ຍ” ແລະ “ບໍ່ສາມາດເປັນໄປໄດ້” ແມ່ນບໍ່ມີຫຼັກຖານ, ບໍ່ ເປັນຄວາມຈິງ. ນັ້ນແມ່ນການສັງເກດດ້ານດຽວ, ຂາດຄວາມເປັນ ຈິງພາວະວິໄສ, ຂາດຄວາມຫວັງດີ ຕໍ່ບັນຫາຄວາມ ເຊື່ອຖືດ້ານສາ ສະໜາຢູ່ ຫວຽດນາມ. ໃນຄວາມພະຍາຍາມຂອງຕົນ, ຫວຽດນາມ ໄດ້ຮັບປະກັນການປະຕິບັດສິດສະເໝີພາບໃນນະໂຍບາຍເສລີພາບ ດ້ານສາສະໜາ-ດ້ວຍ 3 ຫຼັກການເປັນພື້ນຖານ ແມ່ນ: ສະເໝີພາບ ກ່ຽວກັບຄວາມເຊື່ອຖືດ້ານສາສະໜາ; ສະເໝີພາບກ່ຽວກັບສິດປະ ໂຫຍດ, ພາລະໜ້າທີ່; ສະເໝີພາບກ່ຽວ ກັບກົດໝາຍ. ການຮັບປະ ກັນເສລີພາບ ດ້ານສາສະໜາຢູ່ ຫວຽດນາມ ໄດ້ປະຕິບັດຢ່າງ ດຸນ ດ່ຽງ ປະສົມປະສານກັບບັນດາປັດໄຈ ປະຫວັດສາດ-ວັດທະນະທຳ ຂອງ ຊົນຊາດ, ສົມທົບກັບການ ປົກປົກຮັກສາ ຄວາມສະຫງົບປອດ ໄພ ແລະ ສິດອະທິປະໄຕ ຂອງ ປະເທດຊາດ.

“ເຖິງວ່າ ຄວາມເຊື່ອຖືທາງດ້ານສາສະໜາຢູ່ ຫວຽດນາມ ຍັງມີ ຄວາມແຕກຕ່າງກ່ຽວກັບຕົ້ນກຳເນີດ, ຫຼັກນຳເຄື່ອນໄຫວເພື່ອສາສະ ໜາ, ແຕ່ບໍ່ມີການປະທະກັນ, ມັນຍັງມີການປະສານເຂົ້າກັນ, ສ່ອງ ແສງເຖິງຊີວິດການເປັນຢູ່ດ້ານສາສະໜາທີ່ອຸດົມສົມບູນ, ຫຼາຍຮູບ ຫຼາຍແບບ, ນຳ້ໃຈໂອບອ້ອມອາລີ, ນໍ້າໃຈກວ້າງຂວາງ ຂອງຄົນ ຫວຽດນາມ ແລະ ນໍ້າໃຈສາມັກຄີ ທັງຊາດ”. 
ນັກຂ່າວ Pavel Herman ຂອງ ໜັງສືພິມ ເອເລັກໂຕຣນິກ "Parlamentnilisty.cz" ຂອງ ສາທາລະນະລັດ ເຊັກ. 
 
ບົດ ແລະ ພາບ: VNP

ວັດທະນະທໍາພື້ນເມືອງ ຜ່ານຄວາມຄິດສ້າງສັນ ຂອງ ຮຸ່ນ gen Z

ວັດທະນະທໍາພື້ນເມືອງ ຜ່ານຄວາມຄິດສ້າງສັນ ຂອງ ຮຸ່ນ gen Z

ງານ​ວາງສະ​ແດງ “ພື້ນເມືອງ ໃນ Gen Z” ​ໄດ້​ນຳ​ຮູບແຕ້ມ 39 ແຜ່ນ ຂອງ ບັນດາ​ນັກ​ຈິດຕະກອນ ອະພິປາຍ ຂຶ້ນກັບ Gen Z ​ໃນ​ທົ່ວ​ປະ​ເທດ​ ໂດຍ​ Tired City ສົມທົບ​ກັບ​ສູນເຄື່ອນໄຫວ ​ວັດທະນະທຳ ​ແລະ ວິ​ທະ​ຍາ​ສາດ ວັນໝຽວ - ກວັກຕືຢາມ ຈັດຂຶ້ນໄດ້​ສ້າງ ແຫຼ່ງ ກຳລັງ​ແຮງ​ໃຈ​ໃຫ້​ຜູ້​ຊົມ ທີ່ມີຄວາມຮັກມັກ ​ສິ​ລະ​ປະ​ ໃນ​ການ​ເດີນ​ທາງ​ໄປຊອກ​ຮູ້ ​ວັດ​ທະ​ນະ​ທໍາ​ ພື້ນ​ເມືອງ​ ຂອງ ​ຫວຽດ​ນາມ.

Top