• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ປອ ເຈິ່ນທິແທງຮວ່ຽນ ແລະ ກິດຈະການ ເພື່ອການໄດ້ຍິນ ສຳລັບເດັກນ້ອຍ

ໃນຖານະເປັນຕົວແທນນັກວິທະຍາສາດ ຫວຽດນາມ ໃນການ ຄົ້ນຄວ້າ ຫາເຊື້ອພັນທຸກຳ ຕັ້ງແຕ່ຕົ້ນ ສຳລັບເດັກນ້ອຍ, ເລືອກ ເຟັ້ນ ຄົນຫູໜວກ ຖືກສະເໜີຊື່ ເຂົ້າຊີງລາງວັນ ວິທະຍາສາດ ອາຊຽນ-ສ ອາເມລິກາ ຮອບສຸດທ້າຍ ສຳລັບແມ່ຍິງ ປີ 2020, ປອ ເຈິ່ນທິແທງຮວ່ຽນ ເປັນຜູ້ເປີດທິດທາງ ການປິ່ນປົວ ໃໝ່ ໃຫ້ແກ່ເດັກແດງ ແລະ ເດັກນ້ອຍ ທ່ີມີການປ່ຽນແປງທາງ ພັນ ທຸກໍາ ຊຶ່ງເຮັດໃຫ້ສູນເສຍການໄດ້ຍິນ. 
ການຄົ້ນຄວ້າ ກ່ຽວກັບການກາຍພັນ ທາງພັນທຸກໍາ ທີ່ກໍ່ໃຫ້ເກີດ ການສູນເສຍການໄດ້ຍິນ ໃນເດັກແດງ ເປັນຫົວຂໍ້ການຄົ້ນຄວ້າ ໃໝ່ ທີ່ໄດ້ດຳເນີນເປັນຄັ້ງທຳອິດ ຢູ່ ຫວຽດນາມ ແລະ ບັນດາ ປະເທດໃນພູມີພາກອາຊຽນ. ແນວຄວາມຄິດ ຂອງ ປອ ເຈິ່ນທິ ແທງຮວ່ຽນ (ສະຖາບັນຄົ້ນຄວ້າ ຈຸລັງຕົ້ນກໍາເນີດ ແລະ ເຕັກໂນ ໂລຊີຢີນ Vinmec). ດ້ວຍຄວາມກະຕືລືລົ້ນ ບໍ່ພຽງແຕ່ ຂອງ ຜູ້ ເຮັດວຽກ ກ່ຽວກັບວິທະຍາສາດເທົ່ານັ້ນ, ແຕ່ຍັງຢູ່ໃນຫົວໃຈ ຂອງ ຄົນທ່ີເຄີຍເປັນແມ່ ອີກດ້ວຍ. ຖ້າເດັກເກີດໃໝ່ຫວຽດນາມ ໄດ້ຮັບການກວດ ແຕ່ຕົ້ນ ກໍ່ຈະຈຳກັດ ໄດ້ຄວາມສ່ຽງ ເປັນ ຫູ ໜວກ ມາແຕ່ກຳເນີດ, ສິ່ງດັ່ງກ່າວມີ ຄວາມໝາຍ ຢ່າງໃຫຍ່ ຫຼວງ ຕໍ່ສັງຄົມ ສຳລັບຄອບຄົວ ແລະ ຊຸມຊົນ.  ຖ້າເດັກ ຫູໜວກ ມັກຈະປາກກືກ ພ້ອມ. ທັງສອງ ນີ້ກີດຂວາງ ການພັດ ທະນາ ທາງຄວາມຄິດ ຂອງ ເດັກ. ທ່ານນາງ ຮວ່ຽນ ເຫັນວ່າ ມີ ຫຼາຍ ຄອບຄົວ ບໍ່ມີໂອກາດ ໄດ້ປິ່ນປົວຄວາມໄດ້ຍິນ ໃຫ້ລູກ ຂອງ ຕົນ ແລະ ນັ້ນແມ່ນສິ່ງ ທີ່ເສຍດາຍ ຖ້າຫາກເຂົາເຈົ້າ ໄດ້ເຂົ້າ ເຖິງ ການປຶກສາ ຈາກທ່ານໝໍ ໄວກວ່າ.

ເກີດປີ 1979, ພາຍຫຼັງສຳເລັດ ປີທຳອິດ ທີ່ມະຫາວິທະຍາໄລ ແພດສາດ ຮ່າໂນ້ຍ, ທ່ານນາງ ເຈິ່ນທິແທງຮວ່ຽນ ໄດ້ຮັບທຶນ ການສຶກສາ ມະຫາວິທະຍາໄລ ສາຂາ ຊີວະສາດ ຢູ່ປະເທດ ອົດສະຕຣາລີ, ຫຼັງຈາກນັ້ນແມ່ນ ປະລິນຍາເອກ ທີ່ ແບນຊິກ. ໃຊ້ເວລາ ສ່ວນຫຼາຍ ຢູ່ຕ່າງປະເທດ, ທ່ານນາງ ຮວ່ຽນ ເຮັດວຽກ ຢູ່ບັນດາ ຫ້ອງທົດລອງໃຫຍ່ ໃນລະບົບສາທາລະນະສຸກ ຂອງ ອົດສະຕຣາລີ, ແບນຊິກ ແລະ ໄດ້ເຂົ້າເຖິງ ຄົ້ນຄວ້າ ຫຼາຍ ໂຄງ ການໃຫຍ່ ກ່ຽວກັບ ລະບົບພູມຕ້ານທານ ຂອງ ມະນຸດ. ທ່ານ ນາງ ມີຫຼາຍກິດຈະການວິທະຍາສາດ ໃນການວິເຄາະ HIV, ພະຍາດປອດແຫ້ງ ... ແລະ ບັນດາພະຍາດຕິດແປດທີ່ອັນ ຕະ ລາຍ. ເມື່ອກັບຄືນປະເທດ, ທ່ານນາງ ສືບຕໍ່ເຂົ້າຮ່ວມ ແລະ ຊອກຫາການ ຮ່ວມມືວິທະຍາສາດ ໃນຂົງເຂດແພດສາດ ຊີວະ ສາດ ດ້ວຍຄວາມຫວັງໝູນໃຊ້ຄວາມຮູ້ທີ່ໄດ້ຮຽນມາ ເຂົ້າໃນຕົວ ຈິງ ຢູ່ ຫວຽດນາມ ແລະ ພາກພື້ນ. 


ປັດຈຸບັນ, ປອ ເຈິ່ນທິແທງຮວ່ຽນ ເຮັດວຽກຢູ່ ສະຖາບັນຄົ້ນຄວ້າ ຈຸລັງຕົ້ນກຳເນີດ ແລະ ເຕັກໂນໂລຊີ ຢີນ Vinmec. ພາບ: ຫວຽດເກື່ອງ


ຫຼັງຈາກຮຽນຈົບການສຶກສາການແພດທົ່ວໄປ ມະຫາວິທະຍາ ໄລ ແພດສາດ ຮ່າໂນ້ຍ, ປອ ເຈິ່ນທິແທງຮວ່ຽນ ສືບຕໍ່ການຮຽນ ແລະ ຄົ້ນຄວ້າຊັ້ນ ປທ ແລະ ປອ
ສະເພາະຂະແໜງແພດສາດ ຊີວະສາດ ຢູ່ ອົດສະຕຣາລີ ແລະ ແບນຊິກ. ພາບ: ຫວຽດເກື່ອງ

 

ປອ ເຈິ່ນທິແທງຮວ່ຽນ ແລະ ເພື່ອນຮ່ວມງານ ພວມກຳຈັດ ແລະ ໄຈ້ແຍກ ບັນດາຕົວຢ່າງວິເຄາະ ຢູ່ສະຖາບັນຄົ້ນຄວ້າ ຈຸລັງຕົ້ນ ກຳເນີດ ແລະ ເຕັກໂນໂລຊີ ຢີນ Vinmec. ພາບ: ຫວຽດເກື່ອງ


ຄົ້ນຄວ້າ ກ່ຽວກັບ ວິທີການຄົ້ນພົບ ການປ່ຽນແປງທາງພັນທຸກໍາ ເຊິ່ງກໍ່ໃຫ້ເກີດການເສຍ ການສຳຜັດກັບສຽງ ຢູ່ເດັກແດງ ແລະ ເດັກນ້ອຍ ຂອງ ປອ ເຈິ່ນທິແທງຮວ່ຽນ ໄດ້ມີຄວາມຫວັງວ່າ
ຈະ ຊ່ວຍຄົ້ນພົບ ເດັກນ້ອຍ ທ່ີມີຢີນ ຂອງ ພະຍາດໂດຍໄວ ເພື່ອມີ ວິທີແກ້ໄຂໃຫ້ເດັກນ້ອຍ ຢ່າງທັນການ. ພາບ: ຫວຽດເກື່ອງ



ນອກຈາກວຽກງານຄຸ້ມຄອງ ທ່ີພະແນກພັນທຸກໍາ ຂອງ ສະຖາ ບັນ ຄົ້ນຄວ້າ ຈຸລັງຕົ້ນກຳເນີດ ແລະເຕັກໂນໂລຊີຢີນ Vinmec, ປອ ເຈິ່ນທິແທງຮວ່ຽນ
ຍັງເຮັດວຽກໂດຍກົງ ກັບເພື່ອນຮ່ວມ ງານ ຜັນຂະຫຍາຍຫຼາຍໂຄງການ ຄົ້ນຄວ້າ ກ່ຽວການແພດອີກ ດ້ວຍ. ພາບ: ຫວຽດເກື່ອງ



ປອ ເຈິ່ນທິແທງຮວ່ຽນ ແລະ ເພື່ອນຮ່ວມງານສາກົນ ໃນການສຳ ມະນາ ກ່ຽວກັບ ພູມຄຸ້ມກັນ ບົກພ່ອງ ຢູ່ຕ່າງປະເທດ.  ພາບ: ເອກະສານ


ປອ ເຈິ່ນທິແທງຮວ່ຽນ ໃນຄັ້ງໄປປະຕິບັດງານ ແລະ ເຮັດວຽກຢູ່ ໂຮງ ໝໍ Ethic (ຟີລິບປິນ). ພາບ: ເອກະສານ

ຂົງເຂດຄົ້ນຄວ້າ ທາງຊີວະສາດ ທີ່ໂຮງໝໍ Vinmec ກໍາລັງ ລົງ ທຶນ ຜັນຂະຫຍາຍ ແມ່ນທິດທາງ ທີ່ສອດຄ່ອງກັບ ການພັດທະ ນາ ຂອງ ການແພດໂລກ ແລະ ເປັນຂົງເຂດທ່ານ ນາງ  ມັກ. ທ່ານນາງ ຮວ່ຽນກ່າວວ່າ ໂຮງໝໍ Vinmec ເປັນບ່ອນເຕົ້າ ໂຮມ ທ່ານໝໍ ແລະ ຜູ້ຊ່ຽວຊານແຖວໜ້າ ໃນຂົງເຂດ ປິ່ນປົວເດັກ. ຢູ່ ທີ່ນີ້, ບັນດາແນວຄວາມຄິດ ໄດ້ຮັບການ ອຳນວຍຄວາມສະ ດວກ ໃນການປະຕິບັດ ແລະ ທາງໂຮງໝໍ Vinmec ກໍໃຫ້ການ ສະໜັບສະໜູນ ຢ່າງ ຫຼວງຫຼາຍ ໃນວຽກງານ ຄົ້ນຄວ້າ ກ່ຽວກັບ ການກາຍພັນ ກໍ່ໃຫ້ ເກີດຫູໜວກ ຢູ່ເດັກນ້ອຍ. ການຄົ້ນ ຄວ້າ ຂອງ ທ່ານນາງ ໄດ້ຮັບການຕອບຮັບເປັນຢ່າງດີ ແລະ ໄດ້ຮັບ ການສະໜັບສະໜູນ ໃຫ້ດໍາເນີນການຢ່າງສະດວກ ທັງມີຄວາມ ຕິດພັນກັບສະພາບແວດ ລ້ອມ ຂອງໂຮງໝໍ, ໂດຍຫວັງວ່າ ຈະ ບັນລຸປະສິດທິ ຜົນສູງ. 

“ລາງວັນວິທະຍາສາດ ອາຊຽນ-ສ ອາເມລິກາ ສຳລັບແມ່ຍິງ” ແນໃສ່ຊ່ວຍໜູນ ບັນດາປະເທດສະມາຊິກ ອາຊຽນ ບົ່ມເພາະ ຜູ້ນຳ ໃນອະນາຄົດ, ເພີ່ມທະວີກາລະໂອກາດ ໃຫ້ແມ່ຍິງ ແລະ ແກ້ໄຂ ບັນດາ ສິ່ງ ທ້າທາຍ ຂ້າມຊາດ. ຫົວຂໍ້ຂອງລາງວັນ ປີ 2020 ແມ່ນ “ການດູແລສຸຂະພາບ ເຊີງປ້ອງກັນ”. 
ໃນຂະບວນການຄົ້ນຄວ້າ, ການຕິດຕໍ່ກັບທ່ານໝໍ ເພື່ອເກັບຕົວ ຢ່າງວິເຄາະ ແມ່ນວຽກງານສຸດທ່ີສໍາຄັນ. ມາຮອດ ປັດຈຸບັນ, ທ່ານນາງ ຮວ່ຽນ ແລະ ບັນດາເພື່ອນຮ່ວມງານ ຍັງສືບຕໍ່ ຮັບບັນ ດາ ຕົວຢ່າງວິເຄາະທີ່ສອດຄ່ອງ ເພື່ອການວິໄຈ ຕີລາຄາ. ລັກ ສະນະສືບພັນ ຂອງ ພະຍາດຫູໜວກ ເປັນຂົງເຂດທີ່ສັບສົນທີ ສຸດ, ປັດຈຸບັນ ຢູ່ ໃນໂລກໄດ້ມີຊຸດ Kit ວິເຄາະ ຢີນສືບພັນ ພະ ຍາດ ຫູໜວກ ແຕ່ບໍ່ແທດເໝາະ ກັບການໝູນໃຊ້ໃນຕົວຈິງ ຢູ່ ຫວຽດນາມ. ປອ ເຈິ່ນທິແທງຮວ່ຽນ ແລະ ເພື່ອນຮ່ວມງານ ໄດ້ ທຳການທົດລອງ, ຄົ້ນຄວ້າ, ເລືອກເຟັ້ນ, ແຊກແຊງໃຫ້ເດັກ, ແກ້ໄຂບັນຫາ ເພື່ອຜະລິດຊຸດ Kit ຊຶ່ງມີ ຄວາມສອດຄ່ອງ ກັບ ການວິເຄາະ ສຳລັບເດັກແດງ ເປັນເທື່ອລະກ້າວ. ສູນເສຍການ ໄດ້ຍິນ (ການບົກພ່ອງທາງການໄດ້ຍິນງ ຫຼື ຫູໜວກ) ສາມາດ ພົບເຫັນໃນຈໍານວນເດັກນ້ອຍ ແຕ່ 3-4/1000 ເດັກແດງ.

ເດັກ ທ່ີພົບເຫັນຊ້າ ອາດຈະພິການ ຕະຫຼອດຊີວິດ, ບໍ່ສາ ມາດ ແກ້ໄຂໄດ້ ກ່ຽວກັບການໄດ້ຍິນ ກໍຄື ພັດທະນາດ້ານພາສາ ແລະ ຄວາມຮັບຮູ້. ໃນຈຳນວນສາຍເຫດ ທ່ີກ່າວມາ, ມີປະມານເຄິ່ງ ໜຶ່ງ ແມ່ນຍ້ອນໃນເວລາຖືພາ, ການເກີດລູກ ແລະ ອີກເຄິ່ງໜຶ່ງ ແມ່ນ ຍ້ອນປັດໄຈທາງພັນທຸກໍາ. ດ້ວຍເຫດນັ້ນຄໍາແນະນໍາ: ສູນ ເສຍຄວາມໄດ້ຍິນ ຕ້ອງກຳນົດ ແລະ ປິ່ນປົວ ກ່ອນເດັກນ້ອຍ ອາຍຸ 6 ເດືອນ. ນັ້ນແມ່ນຄວາມໝາຍ ແລະ ຄວາມສຳຄັນ ຂອງ ການເລືອກເຟັ້ນ ການສູນເສຍຄວາມໄດ້ຍິນ ສຳລັບ ເດັກແດງ ທຸກຄົນ ແລະ ຄວາມຈຳເປັນ ເພື່ອຜະລິດ ອຸປະກອນ ວິເຄາະ ຢີນ ກໍ່ໃຫ້ ເກີດເສຍຄວາມສາມາດຮັບສຽງ ທີ່ເໝາະສົມ ສໍາລັບ ເດັກນ້ອຍ ຫວຽດນາມ.

ວຽກງານຄົ້ນຄວ້າຂອງທ່ານນາງ ຮວ່ຽນ ໝັ້ນໝາຍຈະພັດທະ ນາ ໄດ້ຊຸດ Kit ວິເຄາະຢີນ ກໍ່ໃຫ້ເກີດການສູນເສຍການໄດ້ຍິນ ແລະ ໄດ້ໃຊ້ທົດລອງເບື້ອງຕົ້ນຢູ່ໂຮງໝໍ Vimec, ຈາກນັ້ນ ແມ່ນ ເປີດກວ້າງສູ່ບັນດາໂຮງໝໍ ຢູ່ ຫວຽດນາມ. ແຕ່ລະມື້, ນອກຈາກ ເຮັດວຽກງານຄຸ້ມຄອງແລ້ວ, ປອ ເຈິ່ນທິແທງຮວ່ຽນ ຍັງຕັ້ງໃຈ ພ້ອມກັບບັນດາ ເພື່ອນຮ່ວມງານ ທຳການຄົ້ນຄວ້າ ເພື່ອສາ ມາດ ນຳຊຸດ Kit ວິເຄາະຢີນ ເລືອກເຟັ້ນ ພະຍາດຫູ ໜວກ ເຂົ້າ ໃນ ການເຄື່ອນໄຫວ ຕົວຈິງ ຂອງ ໂຮງໝໍ Vimec. ປົກປັກຮັກ ສາ ສຽງ ໃຫ້ເດັກນ້ອຍ ເພື່ອ ໃຫ້ເດັກນ້ອຍຕັ້ງໃຈ ຟັງ ຈັງຫວະ ແຫ່ງຊີວິດ, ເປັນບັນຫາເລັກນ້ອຍ, ແຕ່ມີຄວາມໝາຍທາງສັງ ຄົມຢ່າງໃຫຍ່ຫຼວງ ໃນວຽກງານດູແລສຸຂະພາບ ໃຫ້ແກ່ຊຸມຊົນ.

 
ບົດ: ບິກເວິນ-ພາບ: ຫວຽດເກື່ອງ ແລະ ເອກະສານ

ຖອດລະຫັດ ປະກົດການ ເວທີລະຄອນ ເລ້ຫງອກ

ຖອດລະຫັດ ປະກົດການ ເວທີລະຄອນ ເລ້ຫງອກ

ໃນຊຸມປີມໍ່ໆ ມານີ້, ມີເວທີລະຄອນໜຶ່ງ ຊຶ່ງຢູ່ທີ່ນັ້ນ, ທຸກໆ ຄັ້ງທີ່ມີ ບົດລະ ຄອນໃໝ່, ຜູ້ຊົມມາເຕັມ ຫ້ອງຜູ້ຊົມ, ຊຳ້ບໍ່ໜຳປີ້ຍັງຂາດຢູ່.  ນີ້ແມ່ນ “ປະ ກົດການ” ທີ່ຫາຍາກ ຕໍ່ຜະລິດຕະພັນ ວັດທະນະທຳ ພື້ນເມືອງໜຶ່ງ ທີ່ໄດ້ ສູນເສຍທີ່ຕັ້ງ ຢູ່ໃນໃຈຂອງຜູ້ຊົມ. ເວທີລະຄອນ ເລ້ຫງອກ (ສ້າງຕັ້ງໂດຍ ນັກສິລະປິນປະຊາຊົນ ເລ້ຫງອກ, ຢູ່ເຮືອນເລກ 2, ຖະໜົນ ຮວາລື, ບ້ານ ເລດ້າຍແຮ່ງ, ເມືອງ ຮາຍບ່າຈຶງ, ຮ່າໂນ້ຍ), ເປັນເວທີລະຄອນ ຫັນເປັນສັງຄົມ ໜ່ວຍທຳອິດ ຢູ່ພາກເໜືອ, ໄດ້ກາຍເປັນຈຸດພົ້ນເດັ່ນ ຂອງຄວາມມຸ່ງຫວັງ ຟື້ນຟູ ຜະລິດຕະພັນ ວັດທະນະທຳພື້ນເມືອງໜຶ່ງ ທີ່ເຂັ້ມຂົ້ນໄປດ້ວຍ ສີສັນແຫ່ງຊາດ ຫວຽດນາມ.

Top