• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ບົດກ່າວປາໄສຂອງເລຂາທິການໃຫຍ່, ປະທານປະເທດ ຫງວຽນຟູຈ້ອງ ໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 90 ປີ

ໃນຕອນເຊົ້າວັນທີ 3 ກຸມພາ, ທີ່ນະຄອນຫຼວງ ຮ່າໂນ້ຍ, ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກຳມະການ ສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 90 ປີ ວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (3/2/1930-3/2/2020). ວາລະສານຂ່າວພາບ ຫວຽດນາມ ຂໍຖືເປັນກຽດ ນຳສະເໜີ ບົດກ່າວປາໄສ ຂອງສະຫາຍ ເລຂາທິການໃຫຍ່, ປະທານປະເທດ  ຫງວຽນຟູຈ້ອງ ທີ່ພິທີດັ່ງກ່າວ.
      ຮຽນ: ບັນດາແຂກທີ່ມີກຽດ,
      ຮຽນ: ບັນດາສະຫາຍ ແລະ ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫຼາຍ,

ໃນທ່າມກາງບັນຍາກາດ ທີ່ທົ່ວປະເທດກຳລັງມີຄວາມເບີກບານມ່ວນຊື່ນ ແລະ ພາກພູມໃຈເປັນຢ່າງຍິ່ງ ຕໍ່ບັນດາຜົນສຳເລັດ ອັນສຳຄັນ ຂອງປະເທດ ໃນປີ 2019 ແລະ ກຳລັງຕ້ອນຮັບປີໃໝ່ປະຈຳຊາດ (ປີຊວດ) 2020, ມື້ນີ້, ທີ່ນະຄອນຫຼວງ ຮ່າໂນ້ຍ, “ນະຄອນແຫ່ງວັດທະນະທຳ ມາເປັນເວລາພັນປີ ແລະ ນະຄອນ ວິລະຊົນ” ແລະ ເປັນ “ນະຄອນເພື່ອແຫ່ງສັນຕິພາບ”, ພວກເຮົາໄດ້ຈັດຕັ້ງ ພິທີສະເຫຼີມສະຫຼອງ ວັນສ້າງຕັ້ງ ພັກກອມມູນິດ ຫວຽດນາມ ຄົບຮອບ 90 ປີ (03/2/1930-03/2-2020) ຢ່າງສະຫງ່າລາສີ.

ຕາງໜ້າຄະນະບໍລິຫານງານສູນກາງພັກ, ຂ້າພະເຈົ້າ ຂໍສະແດງຄວາມຍິນດີຕ້ອນຮັບ ແລະ ຝາກຄຳຢື້ຢາມ ຖາມຂ່າວ ແລະ ຄຳອວຍພອນໄຊ ອັນປະເສີດ ມາຍັງບັນດາສະຫາຍການນຳພັກ, ອະດີດການນຳພັກ, ລັດ, ສູນກາງແນວໂຮມປະເທດຊາດ ຫວຽດນາມ, ບັນດານັກປະຕິວັດອາວຸໂສ, ບັນດາແມ່ວິລະຊົນຂອງ ຫວຽດນາມ, ບັນດາແຂກທີ່ມີກຽດ ແລະ ບັນດາສະຫາຍ, ພີ່ນ້ອງຮ່ວມຊາດ ໃນຂອບເຂດທົ່ວປະເທດ, ຊາວ ຫວຽດນາມ ກຳລັງດຳລົງຊີວິດຢູ່ຕ່າງປະເທດ.


      ຮຽນບັນດາສະຫາຍ ແລະ ພ່ີນ້ອງຮ່ວມຊາດທີ່ຮັກແພງທັງຫຼາຍ,

ປະຫວັດສາດພັນປິີຂອງ ຫວຽດນາມ ໄດ້ສະແດງໃຫ້ເຫັນວ່າ ຄວາມຮັກຊາດ, ການປົກປັກຮັກສາ ປະເທດ ຊາດ ແລະ ການຕໍ່ສູ້ ຕ້ານສັດຕູຜູ້ຮຸກຮານ ຢ່າງເດັດດ່ຽວ ເພື່ອປົກປັກຮັກສາເອກະລາດ, ອຳນາດອະທິປະໄຕ ແລະ ທ້ອນໂຮມປະເທດຊາດເປັນອັນໜຶ່ງອັນດຽວ ແມ່ນມູນເຊື້ອທີ່ມີຄຸນຄ່າທີ່ສຸດ ຂອງປະຊາຊົນ ຫວຽດນາມ.

ໂດຍສືບຕໍ່ມູນເຊື້ອດັ່ງກ່າວ, ນັບແຕ່ກາງສະຕະວັດທີ XIX, ໃນເມື່ອພວກລ່າເມືອງຂຶ້ນ  ຝຣັ່ງ ຮຸກຮານປະເທດ ຫວຽດນາມ, ໂດຍບໍ່ຍອມຮັບຊາຕະກຳທີ່ເປັນຂ້າທາດ, ປະຊາຊົນ ຫວຽດນາມ ໄດ້ລຸກຮຶ້ຂຶ້ນຕໍ່ສູ້ຢ່າງຕໍ່ເນື່ອງ ໂດຍຜ່ານບັນດາຂະບວນການຮັກຊາດທີ່ເຂັ້ມແຂງ ແລະ ລຽນຕິດດ້ວຍຫຼາຍທິດທາງ, ຮູບແບບທີ່ແຕກຕ່າງ ກັນ. ນັບແຕ່ເສັ້ນທາງກູ້ຊາດຂອງບັນດານັກປັນຍາຊົນ ຈົນເຖິງບັນດາຂະບວນການລຸກຮຶ້ຂຶ້ນ ຂອງຊາວນາ ແລະ ເສັ້ນທາງປະຕິວັດຂອງນາຍທຶນ...

ເຖິງແມ່ນວ່າ ໄດ້ດຳເນີນການຕໍ່ສູ້ຢ່າງອົງອາດກ້າຫານ ແລະ ຍອມເສຍສະຫຼະຢ່າງໃຫຍ່ຫຼວງກໍ່ຕາມ, ແຕ່ ຍ້ອນມີຄວາມຈຳກັດ ທາງດ້ານປະຫວັດສາດ ແລະ ຂາດແນວທາງລວມອັນຖືກຕ້ອງ, ບັນດາຂະບວນການ ດັ່ງກ່າວນັ້ນ ລ້ວນແຕ່ ບໍ່ສາມາດຍາດໄດ້ສຳເລັດຜົນ, ປະຫວັດສາດຮຽກຮ້ອງໃຫ້ຊອກຫາເສັ້ນທາງໃໝ່.

ປີ 1911, ມີຊາວໝຸ່ນຮັກຊາດ ທີ່ມີຊື່ວ່າ ຫງວຽນເຕິດແທ່ງ (ນັ້ນແມ່ນ ລຸ່ງໂຮ່ ທີ່ແສນເຄົາລົບຮັກຂອງ ພວກ ເຮົາ) ໄດ້ອອກໄປຊອກຫາເສັ້ນທາງໃໝ່ໃຫ້ແກ່ພາລະກິດກູ້ຊາດ, ຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ.

ໂດຍມີຄວາມມຸ້ງມາດປາດຖະໜາ, ຄວາມມຸ່ງຫວັງອັນຍິ່ງໃຫຍ່, ເພິ່ນໄດ້ຖືເອົາລັດມິມາກ-ເລມິນ ແລະ ຊອກເຫັນເສັ້ນທາງກູ້ຊາດອັນຖືກຕ້ອງໃນລັດທິດັ່ງກ່າວ, ນັ້ນແມ່ນເສັ້ນທາງປະຕິວັດກຳມະຊີບ.

ພາຍຫຼັງເຄື່ອນໄຫວຢູ່ຕ່າງປະເທດເປັນເວລາຫຼາຍປິ, ເພິ່ນໄດ້ຕັ້ງໃຈຄົ້ນຄວ້າ, ສຶກສາຮຳ່ຮຽນ, ໝູນໃຊ້ຢ່າງ ມີຫົວຄິດປະດິດສ້າງ ແລະ ເຜີຍແຜ່ລັດທິມາກ-ເລນິນ ມາສູ່ປະເທດ ຫວຽດນາມ ເທື່ອລະກ້າວ, ອອກແຮງ ກະກຽມທຸກເງື່ອນໄຂທີ່ຈຳເປັນ ແກ່ການສ້າງຕັ້ງພັກປະຕິວັດທີ່ອັນແທ້ຈິງ. ວັນທີ 03/2/1930, ກອງປະຊຸມ ເຕົ້າໂຮມເອົາບັນດາອົງການຈັດຕັ້ງກອມມູນິດ ເຂົ້າຮ່ວມກອງປະຊຸມຢູ່ແຫຼມກູລຸນ ທີ່ ຮົ່ງກົງ (ປະເທດ ຈີນ) ໂດຍການເປັນປະທານກອງປະຊຸມຂອງເພິ່ນ (ຜູ້ນຳ ຫງວຽນອາຍກວັກ) ເຊິ່ງໄດ້ຕັດສິນໃຈທ້ອນໂຮມເອົາ ບັນດາອົງການຈັດຕັ້ງກອມມູນິດ ຢູ່ໃນປະເທດ ຫວຽດນາມ ເຂົ້າເປັນພັກດຽວກັນ ໂດຍໃສ່ຊື່ ພັກກອມມູນິດ ຫວຽດນາມ. ນີ້ຖືວ່າ ເປັນຂີດໝາຍກ້າວກະໂດດທາງປະຫວັດສາດອັນຍິ່ງໃຫຍ່, ຢຸດຕິວິກິດການທີ່ແກ່ຍາວ ມາ ເປັນເວລາດົນນານ ດ້ານການຈັດຕັ້ງ ແລະ ແນວທາງປະຕິວັດຂອງ ຫວຽດນາມ.

ການທີ່ພັກກອມມູນິດ ຫວຽດນາມ ກຳເນີດຂຶ້ນ ແມ່ນໝາກຜົນ ຂອງການປະສານສົມທົບ ລະຫວ່າງລັດທິ ມາກ-ເລນິນ ກັບຂະບວນການກຳມະກອນ ແລະ ຂະບວນການຮັກຊາດ; ສະແດງໃຫ້ເຫັນຊົນຊັ້ນກຳມະກອນ ຫວຽດນາມ ໄດ້ເຕີບໃຫຍ່ ແລະ ສາມາດແບກຫາບຊະຕາກຳປະຫວັດສາດໃນການນຳພາ ການປະຕິວັດ.

ໂຄງການການເມືອງທຳອິດຂອງພັກ ທີ່ໄດ້ຖືກຮັບຮອງເອົາ ໃນກອງປະຊຸມສ້າງຕັ້ງພັກ ໄດ້ກຳນົດເສັ້ນທາງ ພື້ນຖານ ຂອງປະຕິວັດ ຫວຽດນາມ, ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ ແລະ ຈຳເປັນຂອງຊົນຊາດ ແລະ ຄວາມມຸ້ງມາດປາດຖະໜາຂອງປະຊາຊົນ.



ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຟູູຈ້ອງ ແລະ ບັນດາສະຫາຍຜູ້ແທນ ທີ່ພິທີສະເຫຼີມສະຫຼອງ 90 ປີ ວັນສ້າງຕັ້ງພັກກອມມູນິດ ຫວຽດນາມ.
ພາບ: ຈີ້ຢຸງ-VNA



ບັນດາສະຫາຍກຜູ້ນຳ, ອະດີດຜູ້ນຳພັກ, ລັດ ແລະ ບັນດາສະຫາຍຜູ້ແທນ ປະຕິບັດການເຄົາລົບທຸງຊາດ ທີ່ພິທີສະເຫຼີມສະຫຼອງ 90 ປີ
ວັນສ້າງຕັ້ງພັກກອມມູນິດ ຫວຽດນາມ. ພາບ: ຖົ໋ງເຍິດ-VNA



ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຟູູຈ້ອງ ອ່ານບົດກ່າວປາໄສ ທີ່ພິທີສະເຫຼີມສະຫຼອງ
90 ປີ ວັນສ້າງຕັ້ງພັກກອມມູນິດ ຫວຽດນາມ. ພາບ: ເຟືອງຮວາ-VNA



ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຟູູຈ້ອງ ອ່ານບົດກ່າວປາໄສ ທີ່ພິທີສະເຫຼີມສະຫຼອງ 
90 ປີ ວັນສ້າງຕັ້ງພັກກອມມູນິດ ຫວຽດນາມ. ພາບ: ເຟືອງຮວາ-VNA



ບັນດາສະຫາຍຜູ້ແທນສາກົນ ທີ່ພິທີສະເຫຼີມສະຫຼອງ 90 ປີ ວັນສ້າງຕັ້ງພັກກອມມູນິດ ຫວຽດນາມ.
ພາບ: ຖົ໋ງເຍິດ-VNA



ບັນດາສະຫາຍຜູ້ແທນເຂົ້າຮ່ວມພິທີສະເຫຼີມສະຫຼອງ 90 ປີ ວັນສ້າງຕັ້ງພັກກອມມູນິດ ຫວຽດນາມ.
ພາບ: ຖົ໋ງເຍິດ-VNA

ພາຍຫຼັງສ້າງຕັ້ງຂຶ້ນ, ໂດຍມີຄວາມໃກ້ຊິດຕິດແທດ ແບບກາຍອິນຊີ ກັບປະຊາຊົນ, ໄດ້ຮັບຄວາມເຊື່ອໝັ້ນ ແລະ ສະໜັບສະໜູນຈາກປະຊາຊົນ, ພາຍໃນໄລຍະເວລາພຽງແຕ່ 15 ປີເທົ່ານັ້ນ, ພັກກອມມູນິດ ຫວຽດນາມ ໄດ້ນຳພາ ການຕໍ່ສູ້ປົດປ່ອຍຊາດ, ໂດຍໄດ້ດຳເນີນ ສາມກະແສຟອງປະຕິວັດເຊັ່ນ: ກະແສ ຟອງປະຕິວັດ 1930-1930 ເຊິ່ງມີຈຸດສູງສຸດ ແມ່ນຂະບວນການ ໂຊວຽດ-ເງະຕິ້ງ, ກະແສຟອງປະຕິວັດຮຽກ ຮ້ອງດ້ານສະຫວັດດີການ, ປະຊາທິປະໄຕ (1936-1939) ແລະ ກະແສຟອງປະຕິວັດປົດປ່ອຍຊົນຊາດ (1939-1945). ຮອດປີ 1945, ໃນເມື່ອສະພາບການທາງດ້ານ ການປະຕິວັດສຸກງອມແລ້ວ, ພັກກອມ ມູນິດ ຫວຽດນາມ ໄດ້ນຳພາປະຊາຊົນ ຫວຽດນາມ ທົ່ວທັງຊາດ ຍາດເອົາໄຊຊະນະ ໃນການປະຕິວັດເດືອນ ສິງຫາປິ 1945 “ດັງກ້ອງກັງວານ”, ສ້າງຕັ້ງຂຶ້ນປະເທດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ໃນວັນ ທີ 02/9/1945 (ປີນີ້, ພວກເຮົາຈະສະເຫຼີມສະຫຼອງຄົບຮອບ 75 ປີ).

ພາຍຫຼັງປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນ, ການປະຕິວັດໄດ້ ປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍປະການໃນເວລາດຽວກັນ ຕ້ອງປະເຊີນໜ້າກັບ “ໄພອຶດ ຫີວ, ໄພກືກໜັງສື ແລະ ສັດຕູພາຍນອກ”.

ໃນສະພາບການທີ່ອັດຕະຄັດຂັດສົນດັ່ງກ່າວນັ້ນ, ພັກໄດ້ນຳພາປະຊາຊົນ ຫວຽດນາມ ຜ່ານຜ່າສະພາບການ “ຂັດສົນທີ່ສຸດ”, ປົກປັກຮັກສາ ແລະ ສ້າງອຳນາດການປົກຄອງອັນອ່ອນນ້ອຍຢ່າງອົງອາດກ້າຫານ, ພ້ອມ ກັນນັ້ນ ຕັ້ງໜ້າກະກຽມທຸກສິ່ງທຸກຢ່າງ ເພື່ອຈະກ້າວເຂົ້າສູ່ການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຝຣັ່ງ ຜູ້ຮຸກຮານ.

ບົນພື້ນຖານແນວທາງການຕໍ່ສູ້ “ທົ່ວປວງຊົນ”, “ຮອບດ້ານ”, “ຍາວນານ”, “ອີງໃສ່ກຳລັງແຮງຂອງ ຕົນເອງ ເປັນຕົ້ນຕໍ”, ເສີມຂະຫຍາຍມຸນເຊື້ອຄວາມສາມັກຄີ, ຮັກຊາດ ຂອງທົ່ວປວງຊົນທັງຊາດ, ພັກໄດ້ ນຳພາ ປະຊາຊົນຕີຖອຍທຸກກົນອຸບາຍ, ແຜນການຮຸກຮານຂອງສັດຕູ, ພິເສດແມ່ນໄຊຊະນະໃນບັ້ນຮົບ ຍຸດທະສາດ ລະດູໃບໄມ້ຫຼົ່ນ-ລະດູບານໃໝ່ປີ 1953-1954, ເຊິ່ງຈຸດສູງສຸດແມ່ນໄຊຊະນະ ອັນເປັນປະຫວັດສາດ ດ້ຽນບຽນຝູ “ທີ່ມີຊື່ສຽງໂດ່ງດັງທົ່ວທັງຫ້າທະວີບ, ສັ່ນສະເທືອນທົ່ວໂລກ”, ໄດ້ບັງຄັບພວກລ່າເມືອງຂຶ້ນ ຝຣັ່ງ ຕ້ອງຍອມເຊັນສັນຍາ ເຊີແນວ (ປີ 1954), ຢຸດຕິການສົງຄາມຮຸກຮານ ຫວຽດນາມ.

ແຕ່ໄລຍະປີ 1954 ເຖິງປີ 1975, ປະເທດ ຫວຽດນາມ ຖືກແບ່ງອອກເປັນສອງພາກ. ພາຍໃຕ້ການນຳພາ ຂອງພັກ ພາກເໜືອທັງໄດ້ພະຍາຍາມສ້າງສັງຄົມນິຍົມ, ທັງໄດ້ສຸມທຸກກຳລັງແຮງ ເພື່ອເຮັດສຳເລັດພັນທະ ຂອງ ແນວຫຼັງທີ່ຍິ່ງໃຫຍ່ ໃຫ້ແກ່ແນວໜ້າອັນໃຫຍ່ຫຼວງ. ປະຊາຊົນພາກໃຕ້ໄດ້ສືບຕໍ່ ການ ຕໍ່ສູ້ ຍາດເອົາ ເອກະລາດ ແຫ່ງຊາດ, ທ້ອນໂຮມປະເທດຊາດເປັນອັນໜຶ່ງອັນດຽວຢ່າງອົງອາດກ້າຫານ.

ດ້ວຍຈິດໃຈ “ຍອມເສຍສະຫຼະທຸກສິ່ງທຸກຢ່າງ ແຕ່ບໍ່ຍອມເສຍປະເທດຊາດ, ບໍ່ຍອມເປັນຂ້າທາດ”, “ບໍ່ມີ ຫຍັງປະເສີດກວ່າເອກະລາດ, ອິດສະຫຼະພາບ”; ບົນພື້ນຖານຂອງແນວທາງອັນຖືກຕ້ອງ, ປີຊາສາມາດ ປະດິດສ້າງຂອງພັກ, ພ້ອມກັບກຳລັງແຮງລວມຂອງທົ່ວປວງຊົນ, ທົ່ວກອງທັບ ແລະ ປະຊາຊົນ ຫວຽດນາມ ໄດ້ຕີຖອຍທຸກຍຸດທະສາດສົງຄາມ ຂອງຈັກກະພັດ ອາເມລິກາ, ປົດປ່ອຍພາກໃຕ້ ໄດ້ຢ່າງສົມບູນ ແລະ ເຕົ້າໂຮມປະເທດຊາດ ເປັນອັນໜຶ່ງດຽວ ໃນວັນທີ 30/4/1975.

ໄຊຊະນະດັ່ງກ່າວນັ້ນ ໄດ້ບັນທຶກເຂົ້າໃນປະຫວັດສາດຂອງຊາດ ຫວຽດນາມ ຕະຫຼອດໄປ ຄື: ເປັນໜ້າ ປະຫວັດສາດ ທີ່ສະຫງ່າຜ່າເຜີຍທີ່ສຸດ ແລະ ແບບຢ່າງທີ່ສະຫງ່າອົງອາດ ກ່ຽວກັບໄຊຊະນະຮອບດ້ານ ຂອງ ລັດທິວິລະຊົນປະຕິວັດ ແລະ ສະຕິປັນຍາຂອງຄົນ ແລະ ໄດ້ຖືກບັນທຶກໄວ້ໃນປະຫວັດສາດໂລກຄື: ເປັນໄຊຊະນະ ອັນຍິ່ງໃຫຍ່ໜຶ່ງຂອງສະຕະວັດທີ XX , ເປັນເຫດການທີ່ມີຄວາມໝາຍສຳຄັນອັນໃຫຍ່ຫຼວງ ຂອງ ໂລກ ແລະ ມີລັກສະນະຍຸກສະໄໝຢ່າງເລິກເຊິ່ງ (ປີນີ້ ພວກເຮົາຈະສະເຫຼີມສະຫຼອງຄົບຮອບ 45 ປີ).

ໃນເວລາຕ້ອງຮີບຮ້ອນຟຶ້ນຟູຜົນເສຍອັນໜັກໜ່ວງ ຈາກສົງຄາມກໍ່ຂຶ້ນ, ປະຊາຊົນ ຫວຽດນາມ ສືບຕໍ່ປະເຊີນ ໜ້າ ກັບສົງຄາມແບບໃໝ່. ພາຍໃຕ້ ການນຳພາຂອງພັກ, ກອງທັບ ແລະ ປະຊາຊົນ ຫວຽດນາມ ທັງສຸມ ໃສ່ຟື້ນຟູເສດຖະກິດ-ສັງຄົມ, ທັງຕໍ່ສູ້ປົກປັກຮັກສາຊາຍແດນ, ປົກປັກຮັກສາເອກະລາດ, ອຳນາດອະທິ ປະໄຕ ຜືນແຜ່ນດິນອັນສັກສິດຂອງປະເທດຊາດ; ພ້ອມກັນນັ້ນ ກໍ່ເຮັດຫຼ້ອນພັນທະສາກົນຊ່ວຍປະຊາຊົນ ກຳປູເຈຍ ຫຼຸດພົ້ນອອກຈາກໄພຂ້າລ້າງເຊື້ອຊາດ ແລະ ດຳເນີນພາລະກິດຟື້ນຟູປະເທດຊາດ ຄືນໃໝ່.

ຕໍ່ໜ້າຄວາມຮຽກຮ້ອງຕ້ອງການອັນໃໝ່ ໃນການພັດທະນາປະເທດຊາດ, ເພື່ອແກ້ໄຂບັນດາ ຈຸດຄົງຄ້າງ ຂອງກົນໄກຫັນເປັນແຜນການລວມສູນອາຍາສິດ, ເກື້ອກູນເຮັດໃຫ້ເກີດມີວິກິດການດ້ານເສດຖະກິດ-ສັງຄົມ ໃນຊຸມປີຫຼັງສົງຄາມ, ບົນພື້ນຖານການສະຫຼຸບແນວຄິດລິເລີ່ມ, ຫົວຄິດປະດິດສ້າງ, ໃນພຶດຕິກຳຕົວຈິງ ຂອງປະຊາຊົນ, ພັກກອມມູນິດ ຫວຽດນາມ ໄດ້ດຳເນີນການປ່ຽນແປງໃໝ່ ແຕ່ລະພາກສ່ວນ ໃນຂົງເຂດ ກະສິກຳ, ອຸດສາຫະກຳ, ກ່ອນອື່ນໝົດ ແມ່ນປ່ຽນແປງໃໝ່ ຈິນຕະນາການ ດ້ານທິດສະດີ ກ່ຽວກັບ ລັດທິສັງຄົມນິຍົມ ແລະ ແນວທາງການປ່ຽນແປງໃໝ່ປະເທດຊາດປະກົດຕົວເທື່ອລະກ້າວ.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຂອງພັກກອມມູນິດ ຫວຽດນາມ ຄັ້ງທີ VI (ເດືອນ 12 ປີ 1986), ບົນພື້ນຖານການວິໄຈສະພາບການຂອງປະເທດຊາດ ແລະ ຜ່ານຂະບວນການຊອກຫາ, ຜົນການທົດລອງ ຈາກ ພຶດຕິກຳຕົວຈິງ, ດ້ວຍຈິດໃຈ “ເບິ່ງຕາມຄວາມເປັນຈິງ, ຕີລາຄາຖືກຕ້ອງຕາມຄວາມຈິງ, ເວົ້າແຈ້ງ ຕາມຄວາມເປັນຈິງ”, ຈຶ່ງໄດ້ວາງອອກແນວທາງ ການປ່ຽນແປງໃໝ່ຮອບດ້ານໃຫ້ແກ່ປະເທດຊາດ, ເປັນ ຂີດ ໝາຍກ້າວກະໂດດທີ່ສຳຄັນ ບົນເສັ້ນທາງຂ້າມຜ່ານກ້າວຂຶ້ນສູ່ສັງຄົມນິຍົມຢູ່ ຫວຽດນາມ.

ແນວທາງການປ່ຽນແປງໃໝ່ທີ່ວາງອອກນັ້ນ ໄດ້ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງພຶດຕິກຳ ປະ ຫວັດສາດ, ສະແດງເຖິງທາດແທ້ອັນໜັກແໜ້ນ, ມີຫົວຄິດປະດິດສ້າງຂອງພັກກອມມູນິດ ຫວຽດນາມ ແລະ ເປີດສັງກາດໃໝ່ໃຫ້ແກ່ການພັດທະນາປະເທດຊາດ.

ຫຼັງກອງປະຊຸມໃຫຍ່ ຂອງພັກຄັ້ງທີ VI, ພັກໄດ້ປັບປຸງບູລະນະ, ຫັນເອົາບັນດາແນວທາງ ນະໂຍບາຍ ການປ່ຽນແປງໃໝ່ ເປັນລະອຽດເທື່ອລະກ້າວ ເຂິ່ງເນື້ອໃນພື້ນຖານ, ຕົ້ນຕໍແມ່ນໄດ້ສະແດງອອກ ໃນໂຄງການ ສ້າງປະເທດຊາດ ໃນໄລຍະຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ (ໂຄງການການເມືອງປີ 1991 ແລະ ໂຄງການ ການເມືອງສະບັບປັບປຸງ ເພີ່ມເຕີມປີ 2011) ແລະ ບັນດາເອກະສານ ສຳຄັນ ຂອງພັກ ຜ່ານ ກອງປະຊຸມໃຫຍ່ ແຕ່ລະສະໄໝ.

ໃນຊຸມປິ 1990 ຂອງສະຕະວັດທີ XX, ຜ່ານຜ່າສິ່ງທ້າທາຍຕ່າງໆ ຈາກການພັງລະລາຍຂອງຕົວແບບສັງຄົມ ນິຍົມ ຢູ່ ສະຫະພາບ ໂຊວຽດ ແລະ ບັນດາປະເທດ ເອີຣົບ ຕາເວັນອອກ, ພັກກອມມູນິດ ຫວຽດນາມ, ປະຊາຊົນ ຫວຽດນາມ ໄດ້ຢຶດໝັ້ນ, ສືບຕໍ່ກ້າວຂຶ້ນຢ່າງໜັ້ກແໜ້ນ ແລະ ປະດິດສ້າງບົນເສັ້ນທາງກ້າວຂຶ້ນສູ່ ສັງຄົມນິຍົມ ໂດຍສອດຄ່ອງກັບເງ່ືອນໄຂຕົວຈິງ ແລະ ຈຸດພິເສດຂອງ ຫວຽດນາມ.

ຄະນະບໍລິຫານງານສູນກາງພັກ ແຕ່ສະໄໝທີ VI ຫາສະໄໝທີ XII ໄດ້ອອກມະຕິຕ່າງໆ ກ່ຽວກັບບັນດາບັນ ຫາພື້ນຖານ, ສຳຄັນຂອງພັກ ແລະ ການພັດທະນາປະເທດຊາດ. ສະພາແຫ່ງຊາດ ໄດ້ຫັນເອົາບັນດາມະຕິ ດັ່ງກ່າວ ມາເປັນລະບົບກົດໝາຍ ແລະ ປະມວນກົດໝາຍຕ່າງໆ, ສ້າງພື້ນຖານນິຕິກຳ ນັບມື້ນັບມີຄວາມ ຄົບຖ້ວນ ແລະ ແທດເໝາະ ໃຫ້ແກ່ຂະບວນການປ່ຽນແປງໃໝ່. ສ່ວນລັດຖະບານ ໄດ້ຫັນມາເປັນ ບັນດາ ກົນໄກ, ນະໂຍບາຍ ແລະ ວິທີການແກ້ໄຂອັນລະອຽດ ເພື່ອຄຸ້ມຄອງ, ບໍລິຫານ, ຈັດການພາລະກິດ ແຫ່ງການ ສຶກສາ ແລະ ພັດທະນາປະເທດຊາດ.

ໃນການນຳນົດ, ວາງແນວທາງການປ່ຽນແປງໃໝ່, ພັກກອມມູນິດ ຫວຽດນາມ ເວລາໃດກໍ່ກຳແໜ້ນ ແລະ ໝູນໃຊ້ບັນດາຫຼັກການ, ທັດສະນະພື້ນຖານ, ວິທີວິທະຍາ ສັດຈະວິພາກຂອງລັດທິມາກ-ເລນິນ, ແນວຄິດ ໂຮ່ຈີມິນ ຢ່າງປະດິດສ້າງ ແລະ ບັນດາບົດຮຽນຈາກພຶດຕິກຳຕົວຈິງ ຢູ່ພາຍໃນປະເທດ ແລະ ສາກົນ, ແກ້ໄຂ ບັນດາການພົວພັນພື້ນຖານເຊັ່ນ: ການພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ; ສ້າງລັດປົກຄອງ ດ້ວຍ ກົດໝາຍສັງຄົມນິຍົມ “ຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ”; ປະສານສົມທົບຢ່າງແໜ້ນ ແຟ້ນ ລະຫວ່າງການປ່ຽນແປງໃໝ່ດ້ານເສດຖະກິດ ກັບການປ່ຽນແປງໃໝ່ ດ້ານການເມືອງ, ລະຫວ່າງການ ຂະຫຍາຍຕົວເສດຖະກິດກັບຄວາມກ້າວໜ້າ ແລະ ຄວາມສະເໝີພາບ ໃນສັງຄົມ; ປະສານສົມທົບ ໃຫ້ມີ ປະສິດທິຜົນ ໃນການພັດທະນາ ເສດຖະກິດ-ສັງຄົມ ກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການສ້າງສາກັບການປົກປັກຮັກສາປະເທດຊາດ; ລະຫວ່າງເອກະລາດ, ເປັນເຈົ້າຕົນເອງ ແລະ ເປັນເຈົ້າ ການໃນການເຊື່ອນໂຍງເຂົ້າກັບສາກົນຢ່າງຕັ້ງໜ້າ; ລະຫວ່າງພັກນຳພາ, ລັດຄຸ້ມຄອງ, ປະຊາຊົນ ເປັນ ເຈົ້າ..., ບໍ່ມີລັກສະນະດ້ານດຽວ, ຊ້າຍຈັດຂວາໂພດ, ຖືຈິດວິນຍານເປັນໃຫຍ່, ປ່ຽນຈາກຂົ້ວນີ້ ໄປຂົ້ວນັ້ນ.

ໃນຕົວຈິງ, ພາຍຫຼັງການດຳເນີນພາລະກິດແຫ່ງການປ່ຽນແປງໃໝ່ ມາເປັນເວລາ 35 ປີ, ຈາກປະເທດໜຶ່ງ ທີທຸກຍາກ, ມີພື້ນຖານດ້ານວັດຖຸ-ເຕັກນິກ, ໂຄງລ່າງພື້ນຖານດ້ານເສດຖະກິດ-ສັງຄົມທີ່ຫຼ້າຫຼັງ, ລະດັບຕຳ່, ປັດຈຸບັນ ຫວຽດນາມ ໄດ້ກ້າວຂຶ້ນເປັນປະເທດກຳລັງພັດທະນາ, ມີລາຍຮັບລະດັບປານກາງ; ວັດທະນະທຳ, ສັງຄົມສືບຕໍ່ພັດທະນາ, ຊີວິດການເປັນຢູ່ດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ ນັບມື້ນັບດີຂຶ້ນເທື່ອລະກ້າວ; ວຽກງານກໍ່ສ້າງພັກ ແລະ ລະບົບການເມືອງມີບາດກ້າວບຸກທະລຸ, ກ້ອນກຳລັງມະຫາສາມັກຄີທົ່ວປວງຊົນ ໄດ້ຮັບການປັບປຸຸງຢ່າງບໍ່ຢຸດຢັ້ງ; ການເມືອງ, ສັງຄົມນມີຄວາມສະຖຽນລະພາບ, ປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ຄວາມເປັນເອກະລາດ, ອຳນາດອະທິປະໄຕ ໄດ້ຮັບການປົກປັກຮັກສາຢ່າງແໜ້ນແຟ້ນ; ບົດບາດ ແລະ ອິດທິພົນຂອງປະເທດນັບມື້ນັບໄດ້ຮັບການຍົກສູງຂຶ້ນ ໃນເວທີສາກົນ.

ມາເຖິງປັດຈຸບັນ, ຫວຽດນາມ ໄດ້ກາຍເປັນປະເທດໜຶ່ງທີ່ມີພົນລະເມືອງເກືອບຮອບ 100 ລ້ານຄົນ ດ້ວຍ ລະດັບ ລາຍຮັບສະເລ່ຍ 2.800 USD/ຄົນ; ໄດ້ເຂົ້າຮ່ວມຫຼາຍອົງການຈັດຕັ້ງສາກົນ, ກາຍເປັນພາຄີ ທີ່ຫ້າວ ຫັນ, ມີຄວາມຮັບຜິດຊອບໃນບັນດາການເຄື່ອນໄຫວຕ່າງໆ ໃນເວທີສາກົນ.

ໃນເມື່ອບໍ່ດົນມານີ້, ສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ລົງຄະແນນສຽງດ້ວຍສຽງເຫັນດີສ່ວນຫຼາຍ, ເກືອບ ໄດ້ຄະແນນສຽງເຫັນດີທັງໝົດ, ເຊິ່ງເປັນຄັ້ງທີສອງ ທີ່ໄດ້ຖືກເລືອກເປັນສະມາຊິກບໍ່ຖາວອນ ສະພາຄວາມ ໝັ້ນຄົງ ສະຫະປະຊາຊາດ.

ດ້ວຍບັນດາຜົນສຳເລັດອັນໃຫຍ່ຫຼວງບັນລຸໄດ້, ຫວຽດນາມ ມີພື້ນຖານເພື່ອຢືນຢັນວ່າ ຫວຽດນາມ ບໍ່ເຄີຍມີ ເວລາໃດ ໃນປະຫວັດສາດ ທີ່ມີກາລະໂອກາດ, ທ່າແຮງບົ່ມຊ້ອນ, ບົດບາດອິດທິພົນ, ຄວາມເຊື່ອຖືຄືດັ່ງ ປັດຈຸບັນ.


      ຮຽນບັນດາສະຫາຍ ແລະ ພ່ີນ້ອງຮ່ວມຊາດທີ່ຮັກແພງທັງຫຼາຍ,

ປັດຈຸບັນ, ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບພວມອອກເຫື່ອແຮງ ສູ້ຊົນ ປະຕິບັດໂຄງການ ການເມືອງ ຂອງພັກ, ລັດຖະທຳມະນູນຂອງລັດ, ຍູ້ແຮງພາລະກິດແຫ່ງການປ່ຽນແປງໃໝ່, ຫັນເປັນອຸດສາຫະກຳ, ຫັນເປັນທັນສະໄໝ, ພັດທະນາເສດຖະກິດການຕະຫຼາດ ຕາມກຳນົດທິດສັງຄົມນິຍົມ, ເປີດປະຕູເຊື່ອມໂຍງ ສາກົນ, ປະຕິບັດສອງໜ້າທີ່ຍຸດທະສາດ ແມ່ນ ສ້າງສາ ແລະ ປົກປັກຮັກສາແໜ້ນປະເທດຊາດ, ເພື່ອ ຈຸດໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລຢ່າງຮອງດ້ານ,  ແລະ ພ້ອມພຽງຄົບຊຸດ.

ນີ້ແມ່ນພາລະກິດການປະຕິວັດອັນຍິ່ງໃຫຍ່, “ການສູ້ຮົບຄັ້ງໃຫຍ່” ຄືດັ່ງລຸງໂຮ່ໄດ້ເວົ້າ, ແຕ່ກໍ ມີຄວາມ ຫຍຸ້ງຍາກ, ສັບສົນຫຼາຍປະການ. ໃນສະພາບການສາກົນ ແລະ ພາຍໃນ, ຄຽງຄູ່ກັບຂໍ້ສະດວກດີ, ກາລະ ໂອກາດ ແມ່ນມີຂໍ້ຫຍຸ້ງຍາກ, ສິ່ງທ້າຍທາຍຫຼາຍປະການ, ພວກເຮົາຢືນຢູ່ທ່າມກາງ ຂອງບັນຫາໃໝ່ ຫຼາຍຢ່າງ ທີ່ຕ້ອງໄດ້ຮັບການແກ້ໄຂ, ຫຼາຍວຽກງານມີຄວາມສັບສົນທີ່ຈຳເປັນຕ້ອງໄດ້ແກ້ໄຂ.

ສະພາບການດັ່ງກ່າວຮຽກຮ້ອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ຫວຽດນາມ ຍິ່ງກວ່າເວລາໃດໝົດ, ຕ້ອງ ເສີມຂະຫຍາຍມູນເຊື້ອຮັກຊາດ ແລະ ການປະຕິວັດ, ຈິດໃຈສາມັກຄີ, ຄວາມຮັບຜິດຊອບ, ຄວາມ ມານະພະຍາຍາມສູ້ຊົນຂ້າມຜ່ານທຸກຂໍ້ຫຍຸ້ງຍາກ, ສິ່ງທ້າທາຍເພື່ອສ້າງສາປະເທດຊາດ ຫວຽດນາມ ນັບມື້ນັບສວຍງາມກວ່າເກົ່າ.

ການສູ້ຮົບອັນເດັດດ່ຽວໜຽວແໜ້ນ, ຄວາມປະດິດສ້າງ ຂອງທົ່ວປວງຊົນ, ຂອງບັນດາຂະແໜງການ, ບັນດາທ້ອງຖິ່ນ, ບັນດາພາກສ່ວນເສດຖະກິດ ແມ່ນປັດໄຈສຳຄັນຍິ່ງ ຕໍ່ການພັດທະນາ ຂອງປະເທດ ຫວຽດນາມ.

ພັກກອມມູນິດ ຫວຽດນາມ ຕ້ອງອອກແຮງເພື່ອຊຸກຍູ້ການກໍ່ສ້າງ, ປັບປຸງປົວແປງພັກ, ເຮັດໃຫ້ພັກ ນັບມື້ນັບ ໂປ່ງໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ເຮັດຫຼ້ອນໜ້າທີ່ເປັນກອງນຳໜ້າ ນຳພາ ພາລະກິດ ການປະຕິວັດ ໃນໄລຍະໃໝ່.

ແຕ່ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກກອມມູນິດ ມາເຖິງປັດຈຸບັນ, ພັກກອມມູນິດ ຫວຽດນາມ ໄດ້ໃຊ້ເວລາ ແລະ ເຫື່ອແຮງ ອັນບໍ່ໜ້ອຍ ໃຫ້ແກ່ ວຽກງານກໍ່ສ້າງພັກ, ຖືວຽກງານກໍ່ສ້າງພັກ ແມ່ນໜ້າທີ່ ຫຼັກແຫຼ່ງ. ໃນຊ່ວງເວລາມໍ່ໆນີ້, ທົ່ວພັກໄດ້ດຳເນີນ ປະຕິບັດ ການກໍ່ສາງ, ປັບປຸງພັກຕາມຈິດໃຈ ມະຕິ ສູນກາງ 4 ສະໄໝທີ XI, ສະໄໝທີ XII ບັນລຸບັນດາ ຜົນສຳເລັດ ແລະ ບົດຮຽນໃນເບື້ອງຕົ້ນ ແມ່ນ ສຳຄັນ ຫຼາຍ, ປະກອບສ່ວນເຂົ້າໃນການສະກັດກັ້ນ, ຍູ້ຖອຍສິ່ງຫຍໍ້ທໍ້ເປັນບາດກ້າວໜຶ່ງ, ຍົກສູງຄວາມສາມາດ ໃນການນຳພາ ແລະ ກຳລັງສູ້ຮົບຂອງພັກ.

ເຖິງຢ່າງໃດກໍຕາມ, ວຽກງານກໍ່ສ້າງພັກຍັງມີອີກຫຼາຍວຽກ  ທີ່ຕ້ອງລົງມືເຮັດ, ເປັນຕົ້ນແມ່ນການຕໍ່ສູ້ ຕ້ານກັບການເຊື່ອມຖອຍ ດ້ານແນວຄິດການເມືອງ, ຄຸນສົມບັດ, ແບບແຜນການດຳລົງຊີວິດ; ບັນດາ ປະກົດການ “ຜັນແປດ້ວຍຕົນເອງ”, “ຫັນປ່ຽນດ້ວຍຕົນເອງ”; ໄພສໍ້ລາດບັງຫຼວງ, ຟຸມເຟືອຍ, ອາດຍາສິດ, ຫາງເຫີນຈາກປະຊາຊົນ...

ບັນດາອິດທິກຳລັງປໍລະປັກຍັງພວມ ຊອກຫາ ທຸກວິທີທາງເພື່ອທັບມ້າງພາລະກິດ ການປະຕິວັດ ຂອງ ປະຊາຊົນ ຫວຽດນາມ; ພວກເຂົາດຳເນີນການໂຄສະນາປິດເບືອນ, ກ່າວປະນາມພັກກອມມະນິດ ຫວຽດນາມ, ລັດ ຫວຽດນາມ, ໂຈມຕີ ໂດຍກົງ ຕໍ່ລະບົບແນວຄິດ, ໂຄງການການເມືອງ, ແນວທາງ ການເມືອງ ຂອງພັກ, ຍຸແຍ່, ແບ່ງແຍກພາຍໃນພັກ, ແບ່ງແຍກພັກ, ລັດກັບປະຊາຊົນ, ເພື່ອຫວັງ ໃຫ້ ພັກກອມມູນິດ, ລະບອບຂອງພວກເຮົານັບແຕ່ກົກ, ແຕ່ພາຍໃນ ລົ້ມລະລາຍ, ເຊິ່ງເປັນກົນອຸບານທີ່ຊົ່ວຮ້າຍ ແລະ ອັນຕະລາຍເປັນຢ່າງຍິ່ງ.

ທິດທາງລວມຂອງວຽກງານກໍ່ສ້າງ, ປັບປຸງປົວແປງພັກໃນປັດຈຸບັນແມ່ນສືບຕໍ່ເສີມຂະຫຍາຍມູນເຊື້ອ ອັນດີງາມ, ປົກປັກຮັກສາ ແລະ ເພີ່ມທະວີທາດແທ້ ການປະຕິວັດ ແລະ ລັກສະນະ ນຳໜ້າ ຂອງພັກ, ກໍ່ສ້າງພັກໂປ່ງໃສ, ເຂັ້ມແຂງ ແລະ ໜັກແໜ້ນທັງດ້ານການເມືອງ, ແນວຄິດ, ຄຸນສົມບັດ, ການຈັດຕັ້ງ ພະນັກງານຢ່າງແທ້ຈິງ, ປ່ຽນແປງໃໝ່ວິທີການນຳພາ, ເພີ່ມທະວີສາຍພົວພັນອັນເລືອດເນື້ອ ລະຫວ່າງພັກ ກັບ ປະຊາຊົນ, ຮັບປະກັນໃຫ້ແກ່ພັກ ມີກຳລັງພຽງພໍ ນຳພາ  ພາລະກິດ ຂອງປະເທດຢ່າງບໍ່ຢຸດຢັ້ງ.

ໃນເງື່ອນໄຂພັກກອມມູນິດ ຫວຽດນາມ ແມ່ນພັກກຳອຳນາດ, ເຄື່ອນໄຫວໃນສະພາບແວດລ້ອມ ການທີ່ ພັດທະນາເສດຖະກິດ ການຕະຫຼາດ, ເປີດປະຕູເພື່ອເຊື່ອມໂຍງ; ພະນັກງານ, ສະມາຊິກພັກ ຮັກສາ ຕຳແໜ່ງງານທີ່ສຳຄັນ, ຕ້ອງປະເຊີນໜ້າ ກັບບັນດາ ການຈອບອອຍ ຂອງເງິນຄຳ, ຂອງວັດຖຸຊັບສິນ, ສິດອຳນາດ, ຜົນປະໂຫຍດສ່ວນຕົວ, ພວກເຮົາຍິ່ງຕ້ອງເບິ່ງແຍງດູແລ, ຮັກສາໄດ້ທາດແທ້ການປະຕິວັດ ແລະ ລັກສະນະ ນຳໜ້າ ຂອງ ພັກ.

ຖ້າບໍ່ມີຄວາມຮັບຮູ້ຢ່າງເລິກເຊິ່ງ ຕໍ່ບັນຫາດັ່ງກ່າວ, ຖ້າຫາກວ່າພະນັກງານ, ສະມາຊິກພັກ ບໍ່ມີຄວາມ ຫ້າວ ຫັນ ແລະ ບໍ່ມີມານະຈິດໃນການເຝິກຝົນຫຼໍ່ຫຼອມ ແລະ ສຶກສາ ກໍ່ຈະຖືກເຊື່ອມຄຸນ ປ່ຽນທາດ ຢ່າງງ່າຍດາຍ. ບັນຫາການຮັກສາແໜ້ນທາດແທ້ ຂອງພັກ-ພັກກອມມູນິດໜຶ່ງ, ພັກການປະຕິວັດທີ່ຊອບທຳ, ເຄື່ອນໄຫວ ເພື່ອພາລະກິດ ຂອງຊົນຊັ້ນ ກຳມະກອນ, ຂອງຊົນຊາດ, ເພື່ອຜົນປະໂຫຍດ ຂອງປະຊາຊົນ ແມ່ນບັນຫາພື້ນຖານ ແລະ ສຳຄັນເປັນຢ່າງຍິ່ງ.

ປະທານໂຮ່ຈີມິນເຄີຍໄດ້ຕັກເຕືອນວ່າ: “ຊົນຊາດໜຶ່ງ, ພັກໜຶ່ງ ແລະ ແຕ່ລະຄົນ, ມື້ວານອາດຍິ່ງໃຫຍ່, ມີແຮງດຶງດູດຄວາມສົນໃຈຫຼາຍ, ແຕ່ບໍ່ແນ່ນອນວ່າ ໃນມື້ນີ້ ແລະ ມື້ອື່ນ ຍັງໄດ້ຮັບຄວາມຮັກແພງ ແລະ ສັນລະເສີນ ຂອງທຸກຄົນອີກ ຖ້າຫາຈິດໃຈ ບໍ່ມີຄວາມປອດໃສ, ຖ້າຕົກຢູ່ໃນລັດທິບຸກຄົນ.

ມະຕິກອງປະຊຸມ ຄົບຄະນະ ບໍລິຫານງານ ສູນກາງພັກຄັ້ງທີ 4 ສະໄໝ XI ແລະ ສະໄໝທີ XII ວ່າດ້ວຍ ການກໍ່ສ້າງພັກ ໄດ້ຢືນຢັນວ່າ ຕ້ອງດຳເນີນການກໍ່ສ້າງ, ປັບປຸງປົວແປງພັກ ຢ່າງຕັ້ງໜ້າ ແລະ ເດັດດ່ຽວ, ເຂັ້ມແຂງ, ເພື່ອສ້າງຄວາມຫັນປ່ຽນ ຢ່າງຈະແຈ້ງກວ່າ ໃນບັນດາດ້ານ, ສະກັດກັ້ນ ແລະ ຍູ້ຖອຍ ສະພາບການເຊື່ອມຖອຍ, ປັບປຸງຄວາມຢຶດໝັ້ນກ່ຽວກັບຈຸດໝາຍ, ອຸດົມການປະຕິວັດ; ເພີ່ມທະວີ ຄວາມ ເປັນເອກະພາບດ້ານມານະຈິດ ແລະ ການກະທຳ; ປັບປຸງການຈັດຕັ້ງ ຢ່າງແໜ້ນແຟ້ນ; ເພີ່ມທະວີ ສາຍພົວພັນສະໜິດແໜ້ນ ກັບປະຊາຊົນ; ຍົກສູງຄວາມສາມາດໃນການນຳພາ ແລະ ກຳລັງສູ້ຮົບຂອງພັກ, ຖືວ່າ ນີ້ແມນບັນຫາ ເປັນຢູ່ ເປັນຕາຍ ຂອງພັກກອມມູນິດ ຫວຽດນາມ, ຂອງລະບອບ.

ພັກປະຕິວັດຊອບທຳໜ່ຶງທີ່ມີແນວທາງຖືກຕ້ອງ, ມີການຈັດຕັ້ງຢ່າງແໜ້ນແຟ້ນ, ມີຖັນແຖວພະນັກງານ, ສະມາຊິກພັກທີ່ໂປ່ງໃສ, ເປັນແບບຢ່າງ, ໝົດຈິດໝົດໃຈ, ສະໜິດແໜ້ນອັນເລືອດເນື້ອກັບປະຊາຊົນ, ໄດ້ປະຊາຊົນສະໜັບສະໜູນ, ພັກນັ້ນມີກຳລັງແຮງອັນໃຫຍ່ຫຼວງ, ບໍ່ມີອິດທິກຳລັງໃດ ສາມາດສະກັດກັ້ນ ບົນເສັ້ນທາງຊັກຈຸງຊົນຊາດກ້າວຂຶ້ນ.


      ຮຽນບັນດາສະຫາຍ ແລະ ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫຼາຍ,

ປີນີ້, ພວກເຮົາສະເຫຼີມສະຫຼອງ ວັນສ້າງຕັ້ງພັກ ໃນທ່າມກາງ ໄລຍະເວລາທີ່ມີຄວາມໝາຍສຳຄັນພິເສດ: ປີ 2020 ເປັນປີສຸດທ້າຍຂອງ ສະໄໝ ກອງປະຊຸມໃຫຍ່ ຄັ້ງທີ XII; ເປັນປີດຳເນີນກອງປະຊຸມໃຫຍ່ ອົງຄະນະ ພັກ ບັນດາຂັ້ນ ກ້າວຂຶ້ນສູ່ກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XIII ຂອງພັກ; ເປັນປີ ສະເຫຼີມ ສະຫຼອງ ຫຼາຍເຫດການ ການເມືອງສຳຄັນຍິ່ງ; ເປັນປີ ຫວຽດນາມ ປະຕິວັດ ບົດບາດ ປະທານ ອາຊຽນ ແລະ ສະມາຊິກບໍ່ຖາວອນ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ.

ສະພາບການສາກົນ ແລະ ພາຍໃນປະເທດສ້າງກາລະໂອກາດ, ຂໍ້ສະດວກຫຼາຍຢ່າງ ແຕ່ກໍມີຄວາມ ຫຍຸ້ງຍາກ, ສິ່ງທ້າທາຍບໍ່ໜ້ອຍ, ໄດ້ຮຽກຮ້ອງທົ່ວພັກ, ທົ່ວປວງຊົນ ແລະ ທ່ົວກອງທັບ ຫວຽດນາມ ຕ້ອງ ມານະພະຍາຍາມສູງ, ຕັດສິນໃຈສູງ, ສູ້ຊົນເພື່ອສຳເລັດໜ້າທີ່ພັກທະນາເສດຖະກິດ-ສັງຄົມ; ເພີ່ມທະວີ ຄວາມໝັ້ນຄົງ ດ້ານເສດຖະກິດມະຫາພາກ, ຍູ້ແຮງປະຕິບັດ ບັນດາບາດກ້າວກະໂດດຍຸດທະສາດ, ຫັນ ໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ຕິດກັບ ການປ່ຽນແປງຮູບແບບການເຕີບໂຕ, ຮັບປະກັນ ຄວາມ ສະຫງົບ ແລະ ປອດໄພດ້ານສັງຄົມ ແລະ ສະຫວັດດີການສັງຄົມ, ປັບປຸງຊີວິດການເປັນຢູ່ ຂອງ ສັງຄົມ.

ຮັກສາເອກະລາດ, ອຳນາດອະທິປະໄຕ ແລະ ສະພາບແວດລ້ອມສັນຕິພາບ, ຄວາມເປັນສະຖຽນລະພາບ ເພື່ອພັດທະນາ ປະເທດຊາດ; ຍູ້ແຮງສາຍພົວພັນການຕ່າງປະເທດ. ສຸມໃສ່ຈັດຕັ້ງສຳເລັດ ກອງປະຊຸມໃຫຍ່ ອົງຄະນະພັກ ບັນດາຂັ້ນ ກ້າວເຂົ້ສູ່ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ, ຕິດພັນກັບ ການສືບຕໍ່ ປະຕິວັດ ມະຕິສູນກາງ 4 ສະໄໝທີ XI, ສະໄໝທີ XII ຕໍ່ການກໍ່ສ້າງພັກ, ມະຕິກຳສັ່ງ ເລກທີ 05 ຂອງກົມການເມືອງ ກ່ຽວກັບ ການຍູ້ແຮງ ການຮຳ່ຮຽນ ແລະ ປະຕິບັດ ຕາມແນວຄິດ, ຄຸນສົມບັດ, ແບບ ແຜນການດຳລົງຊີວິດ ຂອງປະທານ ໂຮ່ຈີມິນ, ສ້າງຄວາມຫັນປ່ຽນ ໃນວຽກງານກໍ່ສ້າງ, ປັບປຸງ ພັກ ໃຫ້ ແຂງແຮງກວ່າເກົ່າ.

ດ້ວຍຄວາມປິຕິຊົມຊື່ນ, ຄວາມເອກອ້າງທະນົງໃຈ, ພວກເຮົາເຊື່ອໝັ້ນຢ່າງແນວແນ່ວ່າ, ພັກກອມມູນິດ ຫວຽດນາມ ຈະເຮັດສຳເລັດໜ້າທີ່ໜັກໜ່ວງຂອງຕົນ. ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບຮ່ວມແຮງ, ຮ່ວມໃຈ, ສູ້ຊົນສ້າງປະເທດ ຫວຽດນາມ ສັນຕິພາບ, ເອກະພາບ, ເອກະລາດ, ປະຊາທິປະໄຕ, ເຂັ້ມແຂງ, ກ້າວຂຶ້ນສູ່ສັງຄົມນິຍົມຢ່າງໜັກແໜ້ນ.


      ຄວາມຈະເລີນຮຸ່ງເຮືອງຍາມໃຫກໍ່ຢູ່ນຳປະເທດ ຫວຽດນາມ ສິວິໄລ ແລະ ວິລະຊົນ
      ພັກກອມມູນິດ ຫວຽດນາມ ມີກຽດສະຫງ່າໝັ້ນຍືນ
      ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໝັ້ນຍືນ
      ປະທານໂຮ່ຈີມິນ ຜູ້ຍິ່ງໃຫຍ່ ຢູ່ ໃນພາລະກິດ ຂອງ ພວກເຮົາຕະຫຼອດໄປ.

ຂໍ​ຂອບ​ໃຈ

ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ, ຜູ້ນຳທ່ີອົງອາດກ້າແກ່ນ,  ອຸທິດຕະຫຼອດທັງຊີວິດ ເພື່ອປະເທດຊາດ, ເພື່ອປະຊາຊົນ

ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ, ຜູ້ນຳທ່ີອົງອາດກ້າແກ່ນ, ອຸທິດຕະຫຼອດທັງຊີວິດ ເພື່ອປະເທດຊາດ, ເພື່ອປະຊາຊົນ

ສະຫາຍ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ, ເປັນຜູ້ມີສະຕິ ປັນຍາທ່ີສູງສົ່ງ, ມີຄວາມສາມາດ ອັນຍອດຍິ່ງ ຂອງ ການປະຕິວັດ ຫວຽດນາມ, ເປັນນັກແນວຄິດ, ນັກວັດທະນະທຳ, ເປັນຄັນທຸງທິດສະດີ ຂອງພັກ, ຜູ້ສືບທອດ ທີ່ດີເລີດ ໄດ້ໃຜ່ຫາຄວາມຮູ້, ປະຕິບັດຕາມແນວຄິດ, ຈັນຍາບັນ, ແບບແຜນ ຂອງ ປະທານ ໂຮ່ຈີມິນ ຢ່າງບ່ໍຢຸດຢັ້ງ, ໄດ້ອຸທິດຕະ ຫຼອດທັງຊີວິດ ຂອງຕົນ ເພື່ອພາລະກິດປະຕິວັດ ຂອງ ພັກ ແລະ ປະ ເທດຊາດ ຫວຽດນາມ, ຕະຫຼອດທັງຊີວິດ ຂອງ ເພິ່ນ ແມ່ນເພື່ອປະເທດຊາດ ແລະ ປະຊາຊົນ.

Top