ການສ້າງລະບອບລະບຽບການກົດໝາຍ ແລະ ອົງການປະຕິບັດກົດໝາຍໃຫ້ສົມບູນແບບ ຕ້ອງເປັນເອກະພາບ, ໃນນັ້ນ, ການປະຕິບັດກົດໝາຍ, ການປະຕິຮູບຕຸລາການບໍ່ອາດຢືນຢູ່ນອກບັນດາໂຄງການສ້າງລະບອບລະບຽບການຂອງກົດໝາຍໃຫ້ສົມບູນແບບ.
(ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ກ່າວຄຳເຫັນທີ່ການເຮັດວຽກ)
ຕອນເຊົ້າວັນທີ 13 ພຶດສະພາ, ຢູ່ ຮ່າໂນ້ຍ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ເປັນປະທານການເຮັດວຽກກັບກະຊວງ, ຂະແໜງການ, ອົງການຈຳນວນໜຶ່ງ ກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວຂອງຄະນະຊີ້ນຳສູນກາງກ່ຽວກັບວຽກງານບູລະນະລະບອບລະບຽບການ, ກົດໝາຍ ແລະ ຄະນະຊີ້ນຳສູນກາງກ່ຽວກັບການປະຕິຮູບຕຸລາການໃຫ້ສົມບູນແບບ.
ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ຊີ້ແຈ້ງວ່າ:
“ການສ້າງລະບອບລະບຽບການກົດໝາຍ ແລະ ອົງການປະຕິບັດກົດໝາຍໃຫ້ສົມບູນແບບ ຕ້ອງເປັນເອກະພາບ, ໃນນັ້ນ, ການປະຕິບັດກົດໝາຍ, ການປະຕິຮູບຕຸລາການບໍ່ອາດຢືນຢູ່ນອກບັນດາໂຄງການສ້າງລະບອບລະບຽບການຂອງກົດໝາຍໃຫ້ສົມບູນແບບ. ການສ້າງລະບອບລະບຽບການກົດໝາຍບໍ່ພຽງແຕ່ແມ່ນເຕັກນິກສ້າງກົດໝາຍເທົ່ານັ້ນ, ຫາກຍັງແມ່ນອົງການປະຕິບັດ, ຄວບຄຸມສິດ, ປົກປ້ອງຄວາມຍຸຕິທຳ, ປົກປ້ອງສິດທິມະນຸດ, ສິດທິພົນລະເມືອງ, ສ້າງສະພາບແວດລ້ອມດ້ານນິຕິກຳໃຫ້ມີສະຖຽນລະພາບ, ຈະແຈ້ງ, ປອດໄພໃຫ້ແກ່ການພັດທະນາ”.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ ຄະນະຊີ້ນຳໃໝ່ ຕ້ອງແມ່ນລະບອບລະບຽບຊີ້ນຳ, ນຳພາ, ບໍລິຫານ, ກະຕຸກຊຸກຍູ້, ຕິດຕາມວິໄສທັດຍຸດທະສາດ; ຕ້ອງສ້າງການຫັນປ່ຽນຢ່າງແທ້ຈິງ, ສະແດງອອກຜ່ານການແກ້ໄຂບັນດາຈຸດອຸດຕັນດ້ານນິຕິກຳໃຫຍ່, ຍົກສູງຄຸນນະພາບການສ້າງກົດໝາຍ, ຍົກສູງປະສິດທິຜົນການປະຕິບັດກົດໝາຍ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ ດຳເນີນທຸລະກິດ ແລະ ຍົກສູງຄວາມສາມາດການເຂົ້າເຖິງຄວາມຍຸຕິທຳຂອງປະຊາຊົນ, ຂອງວິສາຫະກິດ.
(ແຫຼ່ງຄັດຈາກ VOV)