ບຸນເຕັດ ເພື່ອພາວະນາໃຫ້ລະດູການໄດ້ຮັບຜົນດີ ຂອງຊາວເຜົ່າ ຢ້າວ ຢູ່ເມືອງ ມົກເຈົາ, ແຂວງ ເຊີນລາ ຈະແກ່ຍາວແຕ່ 2-3ວັນ ເພື່ອສະແດງຄວາມຮູ້ບຸນຄຸນ ຕໍ່ເທວະດາ ຟ້າແຖນ, ສິ່ງສັກສິດ ແລະ ຂໍຄວາມໂຊກລາບ.
ຊາວເຜົ່າ ຢ້າວ ແຂວນຮູບເຄື່ອງບູຊາຢູ່ຕໍ່ໜ້າ ຕົ້ນລະດູການ.
ເຖິງວ່າບຸນເຕັດ ຈະຈັດຂຶ້ນພາຍໃນຂອບເຂດວົງຕະກຸນ ແຕ່ກໍມີ ຄວາມໝາຍລວມຕໍ່ວົງຄະນາຍາດທັງໝົດ ທີ່ຢູ່ໃນພື້ນທີ່ດຽວກັນ ອີກດ້ວຍ. ຕາມປົກກະຕິ, ທຸກໆ ປີ ບັນດາວົງຕະກຸນຊາວເຜົ່າ ຢ້າວ ຈະທະຍອຍ ກັນຈັດງານບຸນ ເພື່ອຂໍໃຫ້ລະດູການ ໄດ້ຮັບຜົນດີ ແລະ ການຈັດພິທີຈະໄດ້ດຳເນີນແຕ່ວັນທີ 30 ຂອງ ມື້ບຸນ. ໃນວັນນີ້, ທຸກຄອບຄົວໃນວົງຕະກຸນ ຈະນຳເຄື່ອງບູຊາ (ເຂົ້າ, ເຫຼົ້າ, ໄກ່...) ມາປະກອບໃຫ້ຫົວໜ້າວົງຕະກຸນ. ຢູ່ທີ່ນີ້, ພ້ອມກັບ ເພື່ອນບ້ານ ເຂົາ ເຈົ້າຈະກະກຽມເຄື່ອງບູຊາ, ໂດຍສະເພາະແມ່ນເຮັດ “ຕົ້ນລະດູການ” ນຳກັນ. “ຕົ້ນລະດູການ” ຈະເຮັດຈາກໄມ້ໄຜ່ ຫຼື ຕົ້ນ Dracontomelon dupereanum ຊຶ່ງໄດ້ຮັບການເລືອກເຟັ້ນ ຢ່າງລະ ອຽດ ເພື່ອໃຫ້ຕົ້ນໄມ້ມີຄວາມຂຽວງາມ, ໝາກດົກໜາ. ຄົນທັງຫຼາຍຈະເຮັດເຂົ້າໜົມໄຢ່ (ເຂົ້າໜົມປຽກປູນ) ເປັນກ້ອນ ນ້ອຍໆ ແລະ ແຂວນໃສ່ຕົ້ນລະດູການ ເພື່ອເປັນສັນຍາລັກ ໃຫ້ແກ່ການເກັບກ່ຽວທີ່ໄດ້ຮັບຜົນດີ ແລ້ວຕັ້ງຕົ້ນລະດູການ ຢູ່ຕໍ່ໜ້າແທ່ນບູຊາຂອງວົງຕະກຸນ.
ຊາວເຜົ່າ ຢ້າວ ນຸ່ງຊຸດເສື້ອຜ້າສວຍງາມທີ່ສຸດໃນຊຸມມື້ບຸນເຕັດ.
ເຄື່ອງດົນຕີຂອງຊາວເຜົ່າ ຢ້າວ ທີ່ນຳໃຊ້ ໃນການທຳພິທີບູຊາເສັ່ນໄຫວ້ ໃນບຸນເຕັດ.
ຊາວເຜົ່າ ຢ້າວ ແຂວນຮູບເຄື່ອງບູຊາ ຢູ່ຕໍ່ໜ້າຕົ້ນລະດູການ.
ທຸກຄົນພ້ອມກັນເຮັດຕົ້ນລະດູການ ເພື່ອກະກຽມໃຫ້ແກ່ບຸນເຕັດ.
ເມື່ອການກະກຽມທັງໝົດສຳເລັດແລ້ວ, ຫົວໜ້າຕະກຸນ ຈະຈັດພິທີບູຊາເທວະດາຟ້າແຖນ ແລະ ບັນພະບຸລຸດ ຂອງວົງຕະກຸນ ເຊີນມາເຂົ້າຮ່ວມງານບຸນ. ໃນຕອນເຊົ້າມື້ທໍາອິດ ຂອງປີໃໝ່ ຈະມີຄົນກຸ່ມໜຶ່ງ ຕື່ນແຕ່ເຊົ້າ ເຕັ້ນລໍາ ເພື່ອຂັບໄລ່ຜີຮ້າຍ, ສັດຮ້າຍ ແລະ ສິ່ງຊົ່ວຮ້າຍຂອງປີເກົ່າ. ເມື່ອແສງຕາເວັນຂຶ້ນ, ເຂົາເຈົ້າສືບຕໍ່ເຕັ້ນລຳ ເພື່ອຂໍຄວາມໂຊກລາບ ມາໃຫ້ ກັບຄອບຄົວ ແລະ ວົງຕະກຸນໂດຍໄວ...
ຈຸດພິເສດໃນງານບຸນ ແມ່ນພາກສ່ວນທຳພິທີຂອງຊາວເຜົ່າ ຢ້າວ. ເມື່ອທຳພິທີໄຫວ້ບູຊາ, ເຂົາເຈົ້າທັງເສັ່ນໄຫວ້, ທັງເຕັ້ນລຳ ແລ້ວທ່ອງບັນດາຄຳກອນ ທ່າມກາງສຽງດົນຕີເຊັ່ນ: ລະຄັງ, ແສ່ງ ແລະ ກອງ ທີ່ຄຶກຄື້ນ. ເປັນທີ່ສັງເກດວ່າ, ແມ່ຍິງເຜົ່າ ຢ້າວບໍ່ໄດ້ເຂົ້າຮ່ວມພິທີເປີດ ແລະ ປິດ. ສ່ວນໃນທຸກກິດຈະກໍາ ພິທີການເຊື່ອມຕໍ່, ທຸກຄົນສາມາດເຂົ້າຮ່ວມໄດ້. ເຊັ່ນດຽວກັນ, ຊາວເຜົ່າ ຢ້າວໃນວົງຕະ ກຸນ ທີ່ຈັດງານບຸນ ຈະເຕົ້າໂຮມກັນ ຢູ່ອ້ອມຂ້າງ “ຕົ້ນລະດູການ” ໃນຕະຫຼອດ ຊຸມມື້ທຳພິທີ.
ໃນມື້ທຳອິດຂອງບຸນເຕັດ, ປະຊາຊົນ ຈະທໍາພິທີບູຊາ ເຊີນເທວະດາ ຟ້າແຖນ ແລະ ບັນພະບຸລຸດ ລົງມາເຂົ້າຮ່ວມບຸນເຕັດ.
ຊາວເຜົ່າ ຢ້າວ ທຳພິທີບູຊາ ຂໍໃຫ້ລະດູການໄດ້ຮັບຜົນດີ ທ່າມກາງບັນຍາ ກາດສຽງດົນຕີ ຂອງ ກະດິ່ງ, ແສງ, ກອງທີ່ຄຶກຄື້ນ.
ໃນຕອນເຊົ້າມື້ທຳອິດຂອງບຸນເຕັດ, ຄົນທັງຫຼາຍຈະທຳການເຕັ້ນລຳເພື່ອຂັບໄລ່ສິ່ງຊົ່ວຮ້າຍ ແລະ ຄວາມໂຊກຮ້າຍຂອງປີເກົ່າ.
ຊາວເຜົ່າ ຢ້າວ ທຳພິທີໄຫວ້ບູຊາ ຂໍໃຫ້ລະດູການໄດ້ຮັບຜົນດີ ໂດຍຜ່ານບັນດາຄຳກອນ, ວາດເຕັ້ນທີ່ສືບທອດມາແຕ່ບູຮານ.
ສິ້ນສຸດງານບຸນ, ຫົວໜ້າຕະກຸນ ຈະແຕ່ງຕັ້ງຜູ້ມີຄວາມເຊື່ອຖື, ມີສຸຂະພາບແຂງແຮງ, ຄອບຄົວມີຊີວິດການເປັນຢູ່ ທີ່ອີ່ມໜໍາສຳລານ ສອງຄົນ ມາເຕັ້ນລຳ ເພື່ອຂໍໂຊກລາບ, ຝົນຟ້າອາກາດ ເອື້ອອຳ ນວຍ, ລະດູການໄດ້ຮັບຜົນດີ ມາກັບວົງຕະກຸນ ຂອງຕົນ ແລະ ບັນ ດາຄອບຄົວໃນບ້ານ. ສຸດທ້າຍ ແມ່ນການທຳພິທີປົດ “ຕົ້ນລະດູການ” ລົງ ແລະ ແຈກຢາຍເຄື່ອງໂຊກລາບ ໃຫ້ແກ່ບັນດາຄອບຄົວໃນໝູ່ບ້ານ.
ງານບຸນ ພາວະນາໃຫ້ລະດູການໄດ້ຮັບຜົນດີ ຫຼື ບຸນເຕັດເຕັ້ນ ແມ່ນກິດຈະກຳ ທີ່ມີພະລັງດຶງດູດ ແລະ ຜູກພັນ ວົງຄະນາຍາດຊາວເຜົ່າ ຢ້າວ ໃຫ້ມີຄວາມສະໜິດກັນຍິ່ງຂຶ້ນ. ງານບຸນ ບໍ່ພຽງແຕ່ ນຳມາຊຶ່ງຄວາມເຊື່ອໝັ້ນ ກ່ຽວກັບລະດູການປູກຝັງໃໝ່ ໄດ້ຮັບຜົນດີ ແລະ ການດຳລົງຊີວິດທີ່ມີຄວາມສະຫງົບສຸກເທົ່ານັ້ນ, ແຕ່ຍັງປະກອບ ສ່ວນເຮັດໃຫ້ ວັດທະນະທຳຂອງຊຸມຊົນບັນດາເຜົ່າຢູ່ ມົກເຈົາ, ເຊີນລາ ມີຄວາມອຸດົມສົມບູນ ແລະ ເປັນເອກະລັກ ຍິ່ງຂຶ້ນ.
ປະຕິບັດໂດຍ: ຫວຽດເກື່ອງ - ແປໂດຍ: ບິກລຽນ