ຕາມທ່ານຮອງລັດຖະມົນຕີ ຫງວຽນຮ່ວາງຮຽບແລ້ວ, ນັບແຕ່ຕົ້ນປີມາຮອດປັດຈຸບັນ, ຫວຽດນາມ ໄດ້ຜ່ານຜ່າໄພທຳມະຊາດກ່ວາ 20 ຮູບແບບ, ໃນນັ້ນມີ ພາຍຸ 6 ລູກທີ່ສົ່ງກໍ່ຜົນກະທົບໂດຍກົງເຖິງດິນຕໍ່ແຜ່ນ. ໄລ່ມາຮອດປັດຈຸບັນ, ໄພທຳມະຊາດ ໄດ້ເຮັດໃຫ້ມີ238 ຄົນເສຍຊີວິດ, ຜູ້ຖືກບາດເຈັບເກືອບ 400 ຄົນ.
ທ່ານຮອງລັດຖະມົນຕີ ຫງວຽນຮ່ວາງຮຽບ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: congly.vn)
ຕອນບ່າຍວັນທີ 9 ຕຸລາ, ຢູ່ຮ່າໂນ້ຍ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມໄດ້ຈັດກອງປະຊຸມກັບບັນດາຄູ່ຮ່ວມມືຫຼຸດຜ່ອນຄວາມສ່ຽງໄພທຳມະຊາດ (DRRP), ເພື່ອແນໃສ່ແບ່ງປັນຂໍ້ມູນກ່ຽວກັບສະພາບການນ້ຳຖ້ວມພາຍຫຼັງພາຍຸ ແລະ ປຶກສາຫາລືບັນດາມາດຕະການໜູນຊ່ວຍໂດຍດ່ວນ. ຕາມທ່ານຮອງລັດຖະມົນຕີ ຫງວຽນຮ່ວາງຮຽບແລ້ວ, ນັບແຕ່ຕົ້ນປີມາຮອດປັດຈຸບັນ, ຫວຽດນາມ ໄດ້ຜ່ານຜ່າໄພທຳມະຊາດກ່ວາ 20 ຮູບແບບ, ໃນນັ້ນມີ ພາຍຸ 6 ລູກທີ່ສົ່ງກໍ່ຜົນກະທົບໂດຍກົງເຖິງດິນຕໍ່ແຜ່ນ. ໄລ່ມາຮອດປັດຈຸບັນ, ໄພທຳມະຊາດ ໄດ້ເຮັດໃຫ້ມີ238 ຄົນເສຍຊີວິດ, ຜູ້ຖືກບາດເຈັບເກືອບ 400 ຄົນ, ຄາດວ່າຊັບສິນຖືກເສຍຫາຍມີມູນຄ່າປະມານ 1,3 ຕື້ USD. ມີເຮືອນນັບແສນຫຼັງຖືກຖະຫຼົ່ມ, ນ້ຳຖ້ວມ, ເນື້ອທີ່ປູກເຂົ້ານັບພັນເຮັກຕາຖືກນ້ຳຖ້ວມ, ມີໂຮງຮຽນ, ສຸກສາລາ ແລະ ກິດກະຈຳສາທາລະນະ ຫຼາຍແຫ່ງຖືກເປ່ເພ.
ເຂົ້າຮ່ວມກອງປະຊຸມ, ທ່ານນາງ Pauline Tamesis, ຜູ້ປະສານງານຂອງ ສປຊ ປະຈຳ ຫວຽດນາມ ທັງເປັນປະທານຄູ່ຮ່ວມມືຫຼຸດ່ຜອນຄວາມສ່ຽງໄພທຳມະຊາດ ໄດ້ຮຽກຮ້ອງໃຫ້ບັນດາຄູ່ຮ່ວມມືພັດທະນາປະສານສົມທົບເປັນເອກະພາບ, ຜັນຂະຫຍາຍມາດຕະການໜູນຊ່ວຍໂດຍໄວ ແລະ ມີປະສິດທິຜົນທີ່ສຸດໃຫ້ແກ່ປະຊາຊົນເຂດຖືກນ້ຳຖ້ວມ.
(ແຫຼ່ງຄັດຈາກ VOV)