• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ບັນດາຮູບພາບກ່ຽວກັບການສູ້ຮົບຢູ່ ກາວບັ່ງ ເມື່ອ 40 ປີກ່ອນ

ສົງຄາມຊາຍແດນ ຫວຽດ-ຈີນ (2/1979) ໄດ້ຜ່ານໄປແລ້ວ 40 ປີ, ແຕ່ນັກຂ່າວຄົນໜຶ່ງທີ່ໄດ້ມີໜ້າຢູ່ບັ້ນຮົບ ກາວບັ່ງ ຕັ້ງແຕ່ມື້ທຳອິດ ຂອງ ການສູ້ຮົບ, ນັກຂ່າວ ເຈິ່ນແມ້ງເທື່ອງ ຍັງຮັກສາໄວ້ໄດ້ບັນດາຮູບ ພາບ ແລະ ຄວາມຊົງຈຳທີ່ບໍ່ສາມາດ ລືມໄປໄດ້ ກ່ຽວກັບການຕໍ່ສູ້ ປ້ອງກັນປະເທດຂອງທະຫານ ແລະ ປະຊາຊົນ ຫວຽດນາມ. 
ເມື່ອສົງຄາມເກີດຂຶ້ນ,  ຕາມຄຳຮຽກຮ້ອງຂອງປະເທດຊາດ ແລະ ດ້ວຍຄວາມເອກອ້າງທະນົງໃຈທີ່ໄດ້ເກີດເປັນຄົນ ຫວຽດ, ພວກ ຂ້າ ພະ ເຈົ້າເດີນທາງອອກໄປຫາສະໜາມຮົບ ເພື່ອຕໍ່ສູ້ປົກປ້ອງປະ ເທດ ຊາດ.

ໃນຕະຫຼອດໄລຍະເວລາຂອງການສູ້ຮົບ ທີ່ດຸເດືອດ, ດ້ວຍການຊ່ວຍ ເຫຼືອ ຂອງ ຕຳຫຼວດສອງຄົນ, ຂ້າພະເຈົ້າໄດ້ມີເງື່ອນໄຂໄປທົ່ວ ທຸກ ບ່ອນຢູ່ ສະໜາມຮົບ ກາວບັ່ງ. ດ້ວຍກ້ອງຖ່າຍຮູບຍີ່ຫໍ້ Zenit ແລະ ຟິມ Orwo 20 ກໍ້, ຂ້າພະເຈົ້າໄດ້ບັນທຶກພາບການຕໍ່ສູ້ຢ່າງ ພິລະ ອາດຫານ ຂອງ ທະຫານລາດກອງຫຼອນ ປ້ອງກັນຕົນເອງ ທ້ອງຖິ່ນ ກາວບັ່ງ ທັບມ້າງການບຸກໂຈມຕີ ຂອງ ສັດຕູ້, ຍິງໄໝ້ ແລະ ຢຶດ ລົດ ຕັງ ໄດ້ຫຼາຍສິບຄັນ, ຢຶດອາວຸດໄດ້ ຫຼາຍຊະນິດ, ດັບສູນແລະ ຈັບທະ ຫານ ຈີນ ເປັນສະເລີຍເສິກ ໄດ້ຫຼາຍພັນຄົນ. 
ຮູບພາບທະຫານ ຈີນ ຜູ້ຮຸກຮານ ທຳລາຍແຂວງ ກາວບັ່ງ ເມື່ອເດືອນ ກຸມພາ 1979:
 
ຂົວຂ້າມແມ່ນໍ້າ ບັ່ງ ຢູ່ເທດສະບານ ກາວບັ່ງ ຖືກທະຫານ ຈີນ ທຳ ລາຍ ຈົນຫັກພັງ.
 
ທະຫານ ຈີນ ທຳລາຍ ໂຮງໝໍ ຈຸ່ງແຄງ ຈົນຮາບຄາບ.

ຖະໜົນ ກາມ ຢູ່ເທດສະບານ ກາວບັ່ງ ຖືກທະຫານ ຈີນ ທຳລາຍ ດ້ວຍລະເບີດ. 
 
ວັດຫຼັງໜຶ່ງຢູ່ເທດສະບານ ກາວບັ່ງ ຖືກທະຫານ ຈີນ ທຳລາຍດ້ວຍ ລະເບີດ.
ເປັນພະຍານຂອງເຫດການດັ່ງກ່າວ, ຂ້າພະເຈົ້າຮູ້ສຶກເສຍໃຈ ເມື່ອ ຕ້ອງເກັບກຳບັນດາຮູບພາບກ່ຽວກັບການທຳລາຍ, ຂ້າຟັນທຳຮ້າຍ ຢ່າງປ່າເຖື່ອນ ຂອງ ທະຫານ ຈີນ ຕໍ່ປະຊາຊົນຫວຽດນາມ. 

ເຖິງປັດຈຸ ບັນ, ຂ້າ ພະເຈົ້າກໍ່ບໍ່ສາມາດລືມໄປໄດ້ຮູບພາບ ຍິງສາວ ຄົນໜຶ່ງ ເຈ່ຍ ນ້ອງ ໄປຊອກຫາພໍ່ແມ່. ບົນເສັ້ນທາງແຕ່ ຮວ່າອານ ລົງໄປຕາມ ຖະ ໜົນເລກ 3, ໄປຮອດຂົວ ຕ່າຍໂຮ່ສິນ, ຂ້າພະ ເຈົ້າ ພົບເຫັນຫຼານນ້ອຍ ຄົນໜຶ່ງ ອາຍຸ 3 ປີ ພວມນັ່ງຮ້ອງ ໄຫ້ຢູ່ທາງຂ້າງ ແມ່ ຊຶ່ງຕົນໂຕເຕັມໄປ ດ້ວຍເລືອດ ນອດໝົດສະຕິຢູ່, ເວລານັ້ນ ມີລົດ ໃຫຍ່ຄັນ ໜຶ່ງຂີ່ມາ, ທະຫານຍິງຄົນໜຶ່ງໂດດລົງ ຈາກລົດແລ້ວ ສົ່ງສອງ ແມ່ລູກ ກັບໄປ ປິ່ນປົວຢູ່ແນວຫຼັງ. 

ບັນດາຮູບພາບກ່ຽວກັບການຕໍ່ສູ້ປ້ອງກັນປະເທດຊາດຂອງກອງທັບ, ປະຊາຊົນ ຫວຽດນາມ ຢູ່ ກາວບັ່ງ:
 
ທະຫານເດີນທາງຂຶ້ນຊາຍແດນ ເພື່ອເຂົ້າຮ່ວມສະໜາມຮົບກາວ ບັ່ງ.

ກົມກອງສູ້ຮົບ ກອງໜຶ່ງ ຢູ່ເມືອງ ຈຸ່ງແຄງ, ກາວບັ່ງ.

ບົນເສັ້ນທາງເຄື່ອນທັບອອກສູ່ແນວໜ້າ, ທະຫານຍິງຄົນນີ້ ໄດ້ຊ່ວຍ ເດັກຄົນໜຶ່ງລອດຕາຍ. 

ກົມກອງສູ້ຮົບ ກອງໜຶ່ງ ຂອງ ເມືອງ ຈ່າລີງ. 

ປືນໃຫຍ່ ປ້ອງກັນອາກາດ ຂອງ ກຳລັງປ້ອງກັນຕົນເອງ ຢູ່ ໂຮງງານ ຜະລິດຊືນ ຕີງຕຸກ, ຫງວຽນບິ່ງ.

ໄລ່ລ່າສັດຕູ ຢູ່ເທດສະບານ ເນືອກຮາຍ, ເມືອງ ຮວ່າອານ.

ບັນດາລົດຕັງຂອງທະຫານ ຈີນ ຖືກທະຫານ ຫວຽດນາມ ຍິງໄໝ້ ຢູ່ບ້ານ ໄສ, ເທດສະບານ ເນືອກຮາຍ, ເມືອງ ຮວ່າອານ.

ລົດຕັງຂອງທະຫານ ຈີນ ຖືກທະຫານ ຫວຽດນາມ ຍິງໄໝ້ ຢູ່ ພູ ນ່າ ຕ່ອງ, ເທດສະບານ ກາວບັ່ງ.

ບັນດາລົດຕັງຂອງທະຫານ ຈີນ ຖືກທະຫານ ຫວຽດນາມ ຍິງໄໝ້ ຢູ່ບ້ານ ໄສ, ເທດສະບານ ເນືອກຮາຍ, ເມືອງ ຮວ່າອານ.


ລົດຕັງຂອງທະຫານ ຈີນ ຖືກທະຫານ ຫວຽດນາມ ຈັບ ໄດ້ທີ່ບ້ານ ໄສ.
 
ປິ່ນປົວສະເລີຍເສິກ ທີ່ໄດ້ຮັບບາດເຈັບ ຢູ່ສະໜາມຮົບ ກາວບັ່ງ. 
 
ຄວບຄຸມສະເລີຍເສິກ.


ທະຫານລາດກອງຫຼອນ ສະໜອງອາຫານ ໃຫ້ແກ່ສະໜາມຮົບ.


ສົ່ງຄົນເຈັບກັບໄປແນວຫຼັງ.

ເຖິງວ່າ ການສູ້ຮົບເກີດຂຶ້ນເປັນເວລາສັ້ນໆ, ແຕ່ຄວາມໂຫດຮ້າຍປ່າ ເຖື່ອນ ຂອງມັນ ບໍ່ມີກ້ອງຖ່າຍຮູບໃດ, ບໍ່ມີປາກກາໃດສາມາດ ພັນ ລະນາໄດ້, ເຖິງວ່າ ພວກສັດຕູໂຫດຮ້າຍ ປານໃດ, ແຕ່ພວກຂ້າ ພະ ເຈົ້າກໍ່ມີຄວາມໝັ້ນໃຈຕໍ່ການໄຊຊະນະ ຂອງກອງທັບ ແລະ ປະຊາ ຊົນ ຫວຽດນາມ, ພວກເຮົາສູ້ຮົບເພື່ອປົກປ້ອງປະເທດຊາດ, ຕ້ານ ພວກສັດຕູ ທີ່ເຂົ້າມາຮຸກຮານ.

ບົດ ແລະ ພາບ: ແມ້ງເທື່ອງ

ຮູບຫຼໍ່ ເທິງ ກື໊ວດີ໊ງ ເຫ້ວ ຖືກຮັບຮອງວ່າ ເປັນມໍລະດົກ ເອກະສານໂລກ

ຮູບຫຼໍ່ ເທິງ ກື໊ວດີ໊ງ ເຫ້ວ ຖືກຮັບຮອງວ່າ ເປັນມໍລະດົກ ເອກະສານໂລກ

ເມື່ອເວລາ 13ໂມງ 9 ນາທີ, ວັນທີ 8 ພຶດສະພາ (ຕາມເວລາທ້ອງ ຖິ່ນ), ຢູ່ນະຄອນຫຼວງ Ulaanbaatar, ປະເທດ ມົງໂກລີ, ເອກະ ສານ “ຮູູບຫຼໍ່ເທິງ ດີ໊ງ ທອງ 9 ໜ່ວຍຢູ່ພະລາຊະວັງ ເຫວ້” (162 ຮູບຫຼໍ່ເທິງ ກື໊ວດີ໊ງ ເຫວ້ 9 ໜ່ວຍ - ນັກຂ່າວ) ຂອງ ຫວຽດນາມ ໄດ້ຖືກຮັບຮອງເອົາ ແລະ ໄດ້ກາຍເປັນ ມໍລະດົກເອກະສານ ຂອງໂຄງການ ຄວາມຊົງຈຳໂລກ ພາກພື້ນອາຊີ-ປາຊີຟິກ ຂອງ UNESCO ຢ່າງເປັນທາງການ.

Top