ຕາມການລາຍງານເບື້ອງຕົ້ນ ຂອງໄທງວຽນ ມາຮອດຕອນບ່າຍວັນທີ 8 ຕຸລາ, ທົ່ວແຂວງ ໄທງວຽນມີ 4 ຄົນເສຍຊີວິດ, 2 ຄົນຫາຍສາບສູນ ແລະ 2 ຄົນຖືກບາດເຈັບ, ມີເຮືອນປະມານ 200.000 ຫຼັງຖືກນ້ຳຖ້ວມ…
ໂຮງຮຽນມັດທະຍົມຕອນປາຍກິນນອນ ຊົນເຜົ່າ ນາຣີ ຖືກນ້ຳຖ້ວມ (ພາບ: VOV)
ຕາມແຈ້ງການຂອງສູນອຸຕຸນິຍົມ ອຸທົກກະສາດ ແຫ່ງຊາດ, ປັດຈຸບັນມີ 74 ຕາແສງ ຂອງ 4 ແຂວງເຂດພາກເໜືອແມ່ນ ໄທງວຽນ, ກາວບັ່ງ, ບັກນິງ ແລະ ລ້າງເຊີນ ຖືກນ້້ຳຖ້ວມຢ່າງໜັກໜ່ວງ, ມີບ່ອນເລິກທີ່ສຸດແມ່ນ 3 ແມັດ, ໃນນັ້ນມີ ໄທງວຽນ ຄາດວ່າຍັງຈະຖືກນ້ຳຖ້ວມໃນ 2 – 3 ມື້ຈະມາເຖິງ, ບັກນິງນ້ຳຂຶ້ນສູງກ່ວາລະດັບສູງທີ່ສຸດໃນປະຫວັດສາດເມື່ອປີ 1986, ມີລະດັບສູງທີ່ສຸດໃນ ຕອນເຊົ້າວັນທີ 9 ກັນຍາ.
ຢູ່ໄທງວຽນ, ຕາມການຄາດຄະເນຂອງອົງການວິຊາການ ແຂວງ ໄທງວຽນແລ້ວ, ສະພາບການນ້ຳຖ້ວມຢູ່ບັນດາຕາແສງໃຈກາງແຂວງ ຈະຍັງສືບຕໍ່ໃນຫຼາຍມື້ຈະມາເຖິງ. ຕາມການລາຍງານເບື້ອງຕົ້ນ ຂອງໄທງວຽນ ມາຮອດຕອນບ່າຍວັນທີ 8 ຕຸລາ, ທົ່ວແຂວງ ໄທງວຽນມີ 4 ຄົນເສຍຊີວິດ, 2 ຄົນຫາຍສາບສູນ ແລະ 2 ຄົນຖືກບາດເຈັບ, ມີເຮືອນປະມານ 200.000 ຫຼັງຖືກນ້ຳຖ້ວມ…ຢູ່ຫຼາຍທ້ອງຖິ່ນ, ນ້ຳຖ້ວມຍັງຢູ່ລະດັບສູງ, ຫຼາຍຄອບຄົວຍັງຖືກຕັດຂາດຈາກພາຍນອກທ່າມກາງນ້ຳຖ້ວມ. ທ່ານ ດິງກວາງຕວຽນ, ປະທານແນວໂຮມປະເທດຊາດ ຫວຽດນາມ ແຂວງໄທງວຽນເວົ້າວ່າ:
ປັດຈຸບັນ, ຈິດໃຈຫຼັກໃນເບື້ອງຕົ້ນ ແມ່ນກອບກູ້ ແລະ ນຳສົ່ງປະຊາຊົນໄປຍັງເຂດປອດໄພ ແລະ ບຳບັດນ້ຳ ຢູ່ບັນດາເຂດຖືກນ້ຳຖ້ວມ, ພ້ອມທັງໜູນຊ່ວຍອາຫານການກິນ ໃຫ້ແກ່ປະຊາຊົນ. ເຖິງຢ່າງໃດກໍຕາມ, ປັດຈຸບັນ ພວກເຮົາພວມປະສົບກັບຄວາມຫຍຸ້ງຍາກ ໃນການເຕົ້າໂຮມອາຫານການກິນ ກໍ່ຄືເຄື່ອງໃຊ້ທີ່ຈຳເປັນອື່ນໆ, ຍ້ອນວ່າທຸກບ່ອນລ້ວນແຕ່ຖືກນ້ຳຖ້ວມ.
(ແຫຼ່ງຄັດຈາກ VOV)