• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

“ນຸ່ງ​ຊຸດ​ເສື້ອ​ຍາວ ຫວຽດ​ນາມເພື່ອ​ຍ່າງ” - ແຜ່​ກະ​ຈາຍ​ວັດ​ທະ​ນະ​ທຳ ຫວຽດ​ນາມ​ອອກ​ສູ່​ໂລກ

ວັນທີ 24 ສິງຫາ, ຢູ່ສະຖານທີ່ເກົ່າແກ່ຂອງວັງ Bratislava, ນະຄອນຫຼວງ ສະໂລວາກີ ຂອງ ສະໂລວາກີ ໄດ້ດຳເນີນເຫດການ “ນຸ່ງຊຸດເສື້ອຍາວ ຫວຽດນາມເພື່ອຍ່າງ”.
ເຫດການ “ນຸ່ງຊຸດເສື້ອຍາວ ຫວຽດນາມເພື່ອຍ່າງ” (ພາບ: TTXVN)

ເຫດການໂດຍສະຖານທູດ ຫວຽດນາມ ປະຈຳ ສະໂລວາກີ, ສະມາຄົມແມ່ຍິງ ຫວຽດນາມ ຢູ່ສະໂລວາກີ ແລະ ສະໂມສອນຊຸດເສື້ອຍາວຫວຽດນາມ ໄດ້ສົມທົບກັນຈັດຂຶ້ນ, ເພື່ອແນໃສ່ຍ້ອງຍໍສັນສະເສີນຄວາມງາມທີ່ເປັນມູນເຊື້ອຂອງຊຸດເສື້ອຍາວ, ຢັ້ງຢືນຄວາມສາມັກຄີ ແລະ ຄວາມເອກອ້າງທະນົງໃຈຂອງປະຊາຄົມຊາວຫວຽດນາມ ຢູ່ໄກ. ທ່ານ ຟ້າມເຈື່ອງຢາງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສະໂລວາກີ ເນັ້ນໜັ້ກວ່າ:

ເຫດການ “ນຸ່ງຊຸດເສື້ອຍາວເພື່ອຍ່າງ” ແມ່ນເພື່ອແນໃສ່ໂຄສະນາວັດທະນະທຳ ຫວຽດນາມ ອອກສູ່ໂລກ. ນີ້ບໍ່ພຽງແຕ່ແມ່ນໂອກາດແນະນຳຊຸດເສື້ອຍາວ, ການຟ້ອນສິງຫາ ຫຼືບັນດາຈຸດຄວາມງາມທີ່ເປັນມູນເຊື້ອເທົ່ານັ້ນ ຫາກຍັງແມ່ນໂອກາດເພື່ອຜູກພັນປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ແຜ່ກະຈາຍພາບພົດ ຫວຽດນາມທີ່ເປັນມິດ, ເຕັມໄປດ້ວຍສີສັນໄປຍັງເພື່ອນມິດສາກົນ, ແຂກທ່ອງທ່ຽວອີກດ້ວຍ.

(ແຫຼ່ງຄັດຈາກ VOV)

ຂະ​ແໜງ​ການ​ທູດ ຫວຽດ​ນາມ ໃນ​ສັງ​ກາດ​ໃໝ່

ຂະ​ແໜງ​ການ​ທູດ ຫວຽດ​ນາມ ໃນ​ສັງ​ກາດ​ໃໝ່

ກ່ອນນີ້ 80 ປີ, ປະທານ ໂຮ່ຈີມິນ ໄດ້ເຊັນບົດແຈ້ງການກ່ຽວກັບນະໂຍບາຍການທູດສະບັບທຳອິດຂອງປະເທດສາທາລະນະລັດປະຊາທິປະໄຕ ຫວຽດນາມ. 80 ປີຜ່ານມາ, ຂະແໜງການທູດ ຫວຽດນາມ ຍາມໃດກໍ່ສືບທອດ ແລະ ເສີມຂະຫຍາຍ, ປະກອບສ່ວນເຂົ້າໃນໄຊຊະນະລວມຂອງການປະຕິວັດ ຫວຽດນາມ. ກ້າວເຂົ້າສູ່ສັງກາດໃໝ່, ຂະແໜງການທູດ ຫວຽດນາມ ສືບຕໍ່ເປີດຊ່ອງທາງ, ປັບຕົວຢ່າງບໍ່ຢຸດຢັ້ງເພື່ອປົກປ້ອງຜົນປະໂຫຍດແຫ່ງຊາດ, ຮັບໃຊ້ການພັດທະນາປະເທດຊາດ, ເປັນເຈົ້າການສວມບົດບາດໃນການສ້າງສັນຕິພາບ.

Top