ວັນທີ 25 ສິງຫາ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ໄດ້ຈັດພິທີສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງການຂະແໜງການທູດ (28/8/1945 - 28/8/2025) ແລະ ຕ້ອນຮັບຫຼຽນໄຊແຮງງານຂັ້ນໜຶ່ງ.
ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ (ພາບ: VOV)
ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ສະເໜີຂະແໜງການທູດ ສຸມໃສ່ການກຳນົດທິດຈຳນວນໜຶ່ງ, ສ້າງພື້ນຖານການທູດຢ່າງຮອບດ້ານ, ທັນສະໄໝ, ເປັນມືອາຊີບ, ເຂັ້ມຂຸ້ນໄປດ້ວຍສີສັນ ຫວຽດນາມ, ຮອບດ້ານໃນທັງສາມເສົາຄ້ຳ: ການທູດພັກ - ການທູດລັດ - ການທູດປະຊາຊົນ, ເຊື່ອມຕໍ່ກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ວິທະຍາສາດ ເຕັກໂນໂລຢີ, ວັດທະນະທຳ ແລະ ຖະແຫຼງຂ່າວຕໍ່ຕ່າງປະເທດຢ່າງແໜ້ນແຟ້ນ. ທ່ານໃຫ້ຮູ້ວ່າ:
ເສີມຂະຫຍາຍສີສັນການທູດ ຫວຽດນາມ, ຢຶດໝັ້ນກັບຫຼັກການ, ມີຄວາມໄຫວພິບກ່ຽວກັບຍຸດໂທບາຍ, ຮັບປະກັນຜົນປະໂຫຍດຂອງປະເທດ - ຊົນຊາດຢູ່ລະດັບສູງສຸດ, ຍົກສູງຖານະບົດບາດແຫ່ງຊາດ ໄປຄຽງຄູ່ກັບການເຊີດຊູຄຸນຄ່າຂອງສັນຕິພາບ, ຍົກສູງລັດທິວັດທະນະທຳມະນຸດອັນສູງສົ່ງ ແລະ ຕັ້ງໜ້າປະກອບສ່ວນຢ່າງມີຄວາມຮັບຜິດຊອບຕໍ່ຄຸນຄ່າລວມຂອງມວນມະນຸດ ແລະ ປະຊາຄົມສາກົນ.
ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ ໂຕເລິມໄດ້ມອບຫຼຽນໄຊແຮງງານຊັ້ນໜຶ່ງໃຫ້ແກ່ກະຊວງການຕ່າງປະເທດ ຍ້ອນມີຜົນງານດີເດັ່ນພິເສດ ໃນວຽກງານເປັນເສນາທິການ, ຜັນຂະຫຍາຍບັນດາການເຄື່ອນໄຫວທາງການທູດຂອງພັກ, ລັດ ປະກອບສ່ວນເຂົ້າໃນພາລະກິດແຫ່ງການກໍ່ສ້າງສັງຄົມນິຍົມ ແລະ ປົກປັກຮັກສາປະເທດຊາດນັບແຕ່ປີ 2023 ຫາປີ 2025.
(ແຫຼ່ງຄັດຈາກ VOV)