ກອງປະຊຸມແມ່ນໂອກາດເພື່ອໃຫ້ການນຳພັກ, ລັດ ຮັບຟັງຄວາມໃນໃຈ, ຂໍ້ສະເໜີຂອງປະຊາຊົນທຸກຊັ້ນວັນນະ, ເພື່ອຈາກນັ້ນ ຈະສືບຕໍ່ສ້າງນະໂຍບາຍໃຫ້ຕິດແທດກັບສະພາບຕົວຈິງ
(ງານພົບປະການນຳພັກ, ລັດ ກັບ ຜູ້ແທນດີເດັ່ນຕາງໜ້າປະຊາຊົນທຸກຊັ້ນວັນນະຢູ່ພາຍໃນ ແລະ ຕ່າງປະເທດ)
ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນ ສິງຫາ ບັນລຸຜົນສຳເລັດ (19 ສິງຫາ 1945 – 19 ສິງຫສ 2025) ແລະ ວັນຊາດ ຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2025), ຕອນເຊົ້າວັນທີ 24 ສິງຫາ, ຢູ່ ຮ່າໂນ້ຍ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ໄດ້ສົມທົບກັບຫ້ອງວ່າການສູນກາງພັກ ຈັດງານພົບປະການນຳພັກ, ລັດ ກັບ ຜູ້ແທນດີເດັ່ນຕາງໜ້າປະຊາຊົນທຸກຊັ້ນວັນນະຢູ່ພາຍໃນ ແລະ ຕ່າງປະເທດ. ໃນນັ້ນ, ມີບັນດາຜູ້ຊົງຄຸນວຸດທິ, ນັກປັນຍາຊົນ, ຜູ້ມີຍົກສັກຕຳແໜ່ງທາງສາສະໜາ, ບັນດາຜູ້ມີອິດທິພົນຊື່ສຽງໃນວົງຄະນະຍາດຊາວຊົນເຜົ່າສ່ວນໜ້ອຍ, ບັນດາຜູ້ດີເດັ່ນໃນຫຼາຍຂົງເຂດ.
ງານພົບປະແມ່ນໂອກາດເພື່ອໃຫ້ການນຳພັກ, ລັດ ຮັບຟັງຄວາມໃນໃຈ, ຂໍ້ສະເໜີຂອງປະຊາຊົນທຸກຊັ້ນວັນນະ, ເພື່ອຈາກນັ້ນ ຈະສືບຕໍ່ສ້າງນະໂຍບາຍໃຫ້ຕິດແທດກັບສະພາບຕົວຈິງ, ຕິດພັນກັບການດຳລົງຊີວິດ. ກອງປະຊຸມກໍ່ແມ່ນໂອກາດເພື່ອເຊີດຊູບັນດາສ່ວນບຸກຄົນດີເດັ່ນ, ເປັນແບບຢ່າງ, ມີການປະກອບສ່ວນຢ່າງແທດຈິງໃຫ້ແກ່ການພັດທະນາລວມຂອງປະເທດຊາດ.
ກ່າວຄຳເຫັນຢູ່ທີ່ນີ້, ທ່ານ ເລືອງເກື່ອງ, ປະທານປະເທດ ຫວຽດນາມ ໄດ້ຫວນຄືນໄລຍະ 80 ປີແຫ່ງວັນການປະຕິວັດ ຫວຽດນາມ ນັບແຕ່ວັນທີ 02 ກັນຍາ 1945; ທ່ານຢືນຢັນວ່າ ໄຊຊະນະຂອງຊາດລ້ວນແຕ່ເລີ່ມມາຈາກກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ການຮ່ວມແຮງຮ່ວມໃຈ, ການອຸທິດສ່ວນຢ່າງບໍ່ຢຸດຢັ້ງຂອງປະຊາຊົນທຸກຊັ້ນວັນນະ ພາຍໃຕ້ການຊີ້ນຳຢ່າງສະຫຼາດສ່ອງໃສຂອງພັກ. ທ່ານຖືວ່າ, ກ້າວເຂົ້າສູ່ສັງກາດໃໝ່, ຢືນຢູ່ຕໍ່ໜ້າກາລະໂອກາດຫຼາຍຢ່າງ, ແຕ່ກໍ່ເຕັມໄປດ້ວຍສິ່ງທົດສອບ, ຍິ່ງຕ້ອງເສີມຂະຫຍາຍນ້ຳໃຈຮັກຊາດ, ພູມປັນຍາ, ຄວາມຄາດຫວັງບືນຕົວຂຶ້ນຂອງຊາດໃຫ້ຫຼາຍກວ່າອີກ.
(ແຫຼ່ງຄັດຈາກ VOV)