ນີ້ບໍ່ພຽງແຕ່ແມ່ນບາດກ້າວກະກຽມມອບຮັບການປະຕິບັດງານໃຫ້ແກ່ກົມກອງທະຫານຊ່າງແສງເລກທີ 4 ເທົ່ານັ້ນ ຫາກຍັງແມ່ນໂອກາດເພື່ອຢັ້ງຢືນຈິດໃຈເປັນມືອາຊີບ, ມີຄວາມຮັບຜິດຊອບ ແລະ ພາບພົດຂອງທະຫານຊ່າງແສງຫວຽດນາມ ໃນສາຍຕາເພື່ອນມິດສາກົນອີກດ້ວຍ.
ທ່ານພັນໂທ ຟ້າມງອກເອົາ, ຮອງຫົວໜ້າກຸ່ມຮັບຜິດຊອບດ້ານວິຊາການ ທະຫານຊ່າງແສງ (ພາບ: ກະຊວງປ້ອງກັນປະເທດ)
ກົມກອງທະຫານຊ່າງແສງເລກ 3 ຫວຽດນາມ ຢູ່ຄະນະປະຕິບັດງານ UNISFA (ຄະນະປະຕິບັດງານຮັກສາສັນຕິພາບ ສປຊ ຢູ່ ເຂດ Abyei), ຫາກໍ່ປະຕິບັດສຳເລັດການກວດກາ, ຕີລາຄາຄວາມສາມາດບົ່ມຊ້ອນວັດຖຸອຸປະກອນຂອງບັນດາປະເທດຈັດສົ່ງກຳລັງໃນໄລຍະທີ III ປີ 2025. ນີ້ບໍ່ພຽງແຕ່ແມ່ນບາດກ້າວກະກຽມມອບຮັບການປະຕິບັດງານໃຫ້ແກ່ກົມກອງທະຫານຊ່າງແສງເລກທີ 4 ເທົ່ານັ້ນ ຫາກຍັງແມ່ນໂອກາດເພື່ອຢັ້ງຢືນຈິດໃຈເປັນມືອາຊີບ, ມີຄວາມຮັບຜິດຊອບ ແລະ ພາບພົດຂອງທະຫານຊ່າງແສງຫວຽດນາມ ໃນສາຍຕາເພື່ອນມິດສາກົນ. ທ່ານພັນໂທ ຟ້າມງອກເອົາ, ຮອງຫົວໜ້າກຸ່ມຮັບຜິດຊອບດ້ານວິຊາການ ທະຫານຊ່າງແສງແບ່ງປັນວ່າ:
ດ້ວຍຈິດໃຈສາມັກຄີ ແລະ ຄວາມຕັດສິນໃຈສູງ, ທົ່ວກົມກອງໄດ້ມານະພະຍາຍາມແກ້ໄຂຄວາມຫຍຸ້ງຍາກ, ກວດກາຄືນແຕ່ລະລາຍການຢ່າງລະອຽດ, ຮັບປະກັນທຸກວັດຖຸອຸປະກອນ, ພາຫະນະທີ່ໄດ້ຮັກສາເປັນຢ່າງດີທີ່ສຸດ ເພື່ອມອບໃຫ້ ກົມກອງທະຫານຊ່າງແສງເລກ 4. ນີ້ບໍ່ພຽງແຕ່ແມ່ນຄວາມຮຽກຮ້ອງຕ້ອງການຂອງຄະນະປະຕິບັດງານເທົ່ານັ້ນ ຫາກຍັງແມ່ນຄວາມຮັບຜິດຊອບ, ຄວາມກຽດຂອງພະນັກງານແຕ່ລະຄົນເມື່ອປະຕິບັດໜ້າທີ່ຮັກສາສັນຕິພາບ ສປຊ.
(ແຫຼ່ງຄັດຈາກ VOV)