ການນຳສອງທ່ານຢັ້ງຢືນວ່າ ນະໂຍບາຍສະເໝີຕົ້ນສະເໝີປາຍ ແລະ ບຸລິມະສິດສູງທີ່ສຸດຂອງແຕ່ລະປະເທດ ສະຫງວນໃຫ້ແກ່ການປົກຮັກສາ, ເພີ່ມພູນຄູນສ້າງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຫວຽດນາມ - ລາວ
ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ ພົບປະໂອ້ລົມກັບ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ (ພາບ: VNA)
ໃນຂອບເຂດການເດີນທາງໄປຢ້ຽມຢາມ ລາວ ຢ່າງເປັນທາງການ, ຕອນບ່າຍວັນທີ 8 ຕຸລາ, ຢູ່ນະຄອນຫຼວງວຽງຈັນ, ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ພົບປະໂອ້ລົມກັບ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ.
ການນຳສອງທ່ານຢັ້ງຢືນວ່າ ນະໂຍບາຍສະເໝີຕົ້ນສະເໝີປາຍ ແລະ ບຸລິມະສິດສູງທີ່ສຸດຂອງແຕ່ລະປະເທດ ສະຫງວນໃຫ້ແກ່ການປົກຮັກສາ, ເພີ່ມພູນຄູນສ້າງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຫວຽດນາມ - ລາວ; ທ່ານເນັ້ນໜັກວ່າ ນີ້ແມ່ນການພົວພັນແບບພິເສດ, ມີຄວາມສະໜິດຕິດພັນຢ່າງຍາວນານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ, ພ້ອມກັນສ້າງ ແລະ ແບ່ງປັນບັນດາກາລະໂອກາດພັດທະນາ. ການນຳສອງທ່ານໄດ້ເຫັນດີເປັນເອກະພາບ ຜັນຂະຫຍາຍບັນດາມາດຕະການຊຸກຍູ້ການພົວພັນສອງຝ່າຍຢ່າງມີປະສິດທິຜົນ, ເພີ່ມທະວີການເຊື່ອມຕໍ່ສອງພື້ນຖານເສດຖະກິດຜ່ານການຊຸກຍູ້ການເຊືື່ອມຕໍ່ທາງການຄ້າ, ການລົງທຶນ, ພະລັງງານ, ພື້ນຖານໂຄງລ່າງ, logistics, ວິທະຍາສາດ ແລະ ເຕັກໂນໂລຢີ, ພ້ອມທັງຍູ້ແຮງການຮ່ວມມືດ້ານວັດທະນະທຳ, ການສຶກສາ - ບຳລຸງສ້າງ, ການພົບປະແລກປ່ຽນປະຊາຊົນ ແລະ ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ.
ແລະ ກໍ່ໃນ ຕອນບ່າຍວັນທີ 8 ຕຸລາ, ຢູ່ຫໍສະພາແຫ່ງຊາດ ລາວ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ພົບປະກັບ ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດລາວ ແລະ ພ້ອມກັບທ່ານ ນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ເປັນປະທານຮ່ວມກອງປະຊຸມສົ່ງເສີມການລົງທຶນ ຫວຽດນາມ - ລາວ.
(ແຫຼ່ງຄັດຈາກ VOV)