ຂ່າວສານ

ນຳ​ການ​ພົວ​ພັນແບບ​ພິ​ເສດ ຫວຽດ​ນາມ- ລາວ ໃຫ້ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ແທ້​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ

ການ​ນຳ​ສອງ​ທ່ານ​ຢັ້​ງ​ຢືນ​ວ່າ ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ ແລະ ບຸ​ລິ​ມະ​ສິດ​ສູງ​ທີ່​ສຸດ​ຂອງ​ແຕ່​ລະ​ປະ​ເທດ ​ສະ​ຫງວນ​ໃຫ້​ແກ່​ການ​ປົກ​ຮັກ​​ສາ, ເພີ່ມ​ພູ​ນ​ຄູ​ນ​ສ້າງການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ ແລະ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ - ລາວ
ທ່ານ​ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ​ພົບ​ປະໂອ້ລົມ​ກັບ​ ທ່ານ ​ທອງ​ລຸນ​ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ປະຊາຊົນປະຕິວັດ​ລາວ, ປະ​ທານ​ປະ​ເທດ ແຫ່ງ ສປປ ລາວ (ພາບ: VNA)

ໃນ​ຂອບ​ເຂດ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ ລາວ ​ຢ່າງ​ເປັນ​ທາງ​ການ, ຕອນ​ບ່າຍ​ວັນ​ທີ 8 ຕຸ​ລາ, ຢູ່​ນະ​ຄອນຫຼວງວຽງ​ຈັນ, ທ່ານ​ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ພົບ​ປະໂອ້ລົມ​ກັບ​ ທ່ານ ​ທອງ​ລຸນ​ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ປະຊາຊົນປະຕິວັດ​ລາວ, ປະ​ທານ​ປະ​ເທດ ແຫ່ງ ສປປ ລາວ.

ການ​ນຳ​ສອງ​ທ່ານ​ຢັ້​ງ​ຢືນ​ວ່າ ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ ແລະ ບຸ​ລິ​ມະ​ສິດ​ສູງ​ທີ່​ສຸດ​ຂອງ​ແຕ່​ລະ​ປະ​ເທດ ​ສະ​ຫງວນ​ໃຫ້​ແກ່​ການ​ປົກ​ຮັກ​​ສາ, ເພີ່ມ​ພູ​ນ​ຄູ​ນ​ສ້າງການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ ແລະ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ - ລາວ; ທ່ານ​ເນັ້ນ​ໜັກ​ວ່າ ນີ້​ແມ່ນ​ການ​ພົວ​ພັນ​ແບບ​ພິ​ເສດ, ມີ​ຄວາມ​ສະ​ໜິດ​ຕິດ​ພັນ​ຢ່າງ​ຍາວ​ນານ ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ, ພ້ອມ​ກັນ​​ສ້າງ ແລະ ແບ່ງ​ປັນ​ບັນ​ດາ​ກາ​ລະ​ໂອ​ກາດ​ພັດ​ທະ​ນາ. ການ​ນຳ​ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ການ​ພົວ​ພັນ​ສອງ​ຝ່າຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ສອງ​ພື້ນ​ຖານ​ເສດ​ຖະ​ກິດ​ຜ່ານ​ການ​ຊຸກ​ຍູ້​ການ​ເຊືື່ອມ​ຕໍ່​ທາງ​ການ​ຄ້າ, ການ​ລົງ​ທຶນ, ພະ​ລັງ​ງານ, ພື້ນ​ຖານ​ໂຄງ​ລ່າງ, logistics, ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ, ພ້ອມ​ທັງ​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ, ກ​ານ​ສຶກ​ສາ - ບຳ​ລຸງ​ສ້າງ, ການພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ ແລະ ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ.

ແລະ ກໍ່​ໃນ ຕອນ​ບ່າຍ​ວັນ​ທີ 8 ຕຸ​ລາ, ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ ລາວ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ໄດ້​ພົບ​ປະ​ກັບ ​ທ່ານ ສອນ​ໄຊ ​ສີ​ພັນ​ດອນ ​ປະ​ທານ​ສະ​ພາ​ແຫ່ງ​ຊາດລາວ ແລະ ພ້ອ​ມ​ກັບທ່ານ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ​ເປັນ​ປະ​ທານ​ຮ່ວມກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ ຫວຽດ​ນາມ - ລາວ.


top