ຖ້າເດີນຜ່ານບັນດາຮ້ານຂາຍເຄື່ອງຢູ່ຄຸ້ມຖະໜົນເກົ່າ ຮ່າ ໂນ້ຍ ຫຼື ຮ້ານ ກາເຟ ຈຳນວນໜຶ່ງ, ພວກເຮົາຈະພົບເຫັນປຶ້ມ ຮວາ ຫຼາ ກໍ໋ ຫຼາຍຫົວ ໄດ້ຈັດວາງ ຢູ່ມູມໃດໜຶ່ງ ຢ່າງສວຍງາມ. ປຶ້ມເປັນບ່ອນບັນທຶກບັນດາຂໍ້ມູນຂ່າວສານ, ຄວາມຈຳທີ່ລະ ລຶກ ໃນຊ່ວງເວລາທີ່ ເປັນນັກຮຽນ, ເວລາແຫ່ງຄວາມຝັນ, ຄວາມຮັກ... ແລະ ເປັນຂອງຕ້ອນທີ່ສວຍງາມ, ເປັນຜະລິດ ຕະພັນໜຶ່ງ ຂອງສິລະປະ ອີກດ້ວຍ.
ຜູ້ທ່ີມີແນວຄວາມຄິດໃນການຜະລິດປຶ້ມ ທີ່ເຕັມໄປດ້ວຍສີ ສັນ ຈາກທຳມະຊາດ ແມ່ນນາງ ຫວູທິຮ່ຽນ, ອະດີດນັກສຶກ ສາຂະແໜງ ຊີວະວິທະຍາ, ມະຫາວິທະຍາໄລ ວິທະຍາ ສາດ ທຳມະຊາດ ຮ່າໂນ້ຍ. ນາງ ຮ່ຽນ ສັງເກດເຫັນວ່າ ຕົ້ນ ໄມ້ ໃບຫຍ້າ, ດອກໄມ້ ຢູ່ ຫວຽດນາມ ມີຢ່າງຫຼາກຫຼາຍ ແລະ ມີຄວາມສວຍງາມຈັບໃຈ. ເພິ່ນຢາກສ້າງສະຖານທີ່ແຫ່ງໜຶ່ງທີ່ເຕັມໄປດ້ວຍສິລະປະ ເພື່ອໃຫ້ເອື້ອຍນ້ອງ ແມ່ຍິງ ເຂົ້າ ຮ່ວມໃນຊ່ວງເວລາວ່າງ. ເຄື່ອງໝາຍການຄ້າ ປຶ້ມ handmade ໄດ້ແຮງບັນດານໃຈຈາກດອກໄມ້ ໃບຫຍ້າ.
ດ້ວຍຄວາມມຸ່ງຫວັງຢາກເຜີຍແຜ່ຄວາມງາມ ຈາກທຳມະ ຊາດ, ນາງ ຮ່ຽນ ໄດ້ນຳໃຊ້ແຫຼ່ງວັດຖຸດິບ ຈາກທຳມະຊາດ ແມ່ນໃບໄມ້ ແລະ ດອກໄມ້ແຫ້ງ. ດອກໄມ້, ໃບໄມ້ແຕ່ລະ ຢ່າງ ກໍ່ມີຄວາມງາມ ໂດຍສະເພາະ ແລະ ສ້າງຄວາມປະທັບໃຈ ໃຫ້ແກ່ປຶ້ມແຕ່ລະຫົວ. ນາງ ຮ່ຽນ ແລະ ພະນັກງານ ຂອງໂຮງ ງານ Hanmade ຮວາ ຫຼາ ກໍ໋ ໄດ້ໄປເກັບຊື້ໃບໄມ້, ດອກໄມ້ ແລະ ຫຍ້າແຫ້ງ ໃນຫຼາຍທ້ອງຖິ່ນຢູ່ ຫວຽດນາມ. ເຂົາເຈົ້ານໍາ ມາ ຮ່າໂນ້ຍ ແລ້ວແຕ່ງຮູບຊົງ ຕາມແບບສິລະປະ ຕົ້ນຫຍ້າ ໃບໄມ້, ດອກໄມ້ ໃສ່ໜ້າປົກ ຂອງປຶ້ມຫຼາຍຫົວ. ປຶ້ມບັນທຶກ ຫຼາຍຫົວ ເຮັດດ້ວຍ ວັດຖຸດິບດັ່ງກ່າວ ໄດ້ກາຍເປັນຄວາມ ງາມດ້ານວັດທະນະທຳ ໃນຊີວິດການເປັນຢູ່ຂອງຄົນ ຫວຽດ.

ການນຳດອກໄມ້, ໃບໄມ້ແຫ້ງ ໜີບເຂົ້າແຕ່ລະໜ້າເຈ້ຍ ແບບ ຫັດຖະກຳ ຢ່າງປານີດ, ໂຮງງານ Hanmade ຮວາ ຫຼາ ກໍ໋ ໄດ້ຜະລິດອອກມາ ປຶ້ມຫຼາຍ ຫົວ ທີ່ເຕັມໄປດ້ວຍ ສີສັນຈາກທຳມະຊາດ.

ຜູ້ທ່ີມີແນວຄວາມຄິດໃນການຜະລິດປຶ້ມ ທີ່ເຕັມໄປດ້ວຍສີ ສັນ ຈາກທຳມະຊາດ ແມ່ນນາງ ຫວູທິຮ່ຽນ, ອະດີດນັກສຶກ ສາຂະແໜງ ຊີວະວິທະຍາ, ມະຫາວິທະຍາໄລ ວິທະຍາ ສາດ ທຳມະຊາດ ຮ່າໂນ້ຍ.

ນາງ ຫວູທິຮ່ຽນ ໄດ້ ສ້າງສະຖານທີ່ແຫ່ງໜຶ່ງທີ່ ເຕັມໄປດ້ວຍສິລະປະ ເພື່ອໃຫ້ເອື້ອຍນ້ອງແມ່ຍິງ ເຂົ້າ ຮ່ວມໃນຊ່ວງເວລາວ່າງ.

ຊາຍຫຼາຍຄົນກໍ່ມາເຂົ້າຮ່ວມໃນຊຸດຮຽນເຮັດປື້ມຂອງໂຮງງານ Hanmade ຮວາ ຫຼາ ກໍ໋.

ປຶ້ມທີ່ເຮັດມາຈາກໂຮງງານ ແຫ່ງນີ້ ລ້ວນແຕ່ເປັນຜົນ ງານ ດ້ານສິລະປະຫັດຖະກໍາ ທ່ີເຮັດດ້ວຍມື.

ການຮຽນເຮັດປື້ມຊຸດໜຶ່ງຂອງ ໂຮງງານ Hanmade ຮວາ ຫຼາ ກໍ໋ ໄດ້ຈັດຂຶ້ນຢູ່ ຮ່າໂນ້ຍ.

ຄົນຕ່າງປະເທດຮູ້ສຶກປະທັບໃຈຕໍ່ຜະລິດຕະພັນທີ່ຕົນເອງເຮັດໄດ້ພາຍຫຼັງຊຸດຮຽນໜຶ່ງ.

ປຶ້ມທີ່ໄດ້ເຮັດມາຈາກໂຮງງານແຫ່ງນີ້ ໄດ້ຮັບຄວາມອົາໃຈ ໃສ່ ນັບແຕ່ຂະໜາດ, ຄວາມໜາ, ຊະນິດເຈ້ຍ ໄປຈົນເຖິງ ການ ປະສານ ສົມທົບລະຫວ່າງ ສີເສັ້ນໄໝຫຍິບ ກັບປື້ມ.

ດອກໄມ້, ໃບໄມ້ແຫ້ງ ແມ່ນວັດຖຸຕະຫຼອດການ ໃນການ ຕົບແຕ່ງໜ້າປົກປຶ້ມແຕ່ລະຫົວ ຊຶ່ງມີຄວາມງາມໂດຍສະ ເພາະ ແລະ ສ້າງຄວາມປະທັບໃຈ.

ຊຸດຮຽນເຮັດປື້ມໜຶ່ງ ທີ່ມີການເຂົ້າຮ່ວມຂອງບັນດາຄອບຄົວ.

ລູກຄ້າເລືອກຊື້ບັນດາຜະລິດຕະພັນຂອງໂຮງງານ Hanmade ຮວາ ຫຼາ ກໍ໋

ຄວາມດີໃຈ ຂອງຜູ້ທີ່ໄດ້ເຂົ້າຮ່ວມໃນຊຸດຮຽນເຮັດປຶ້ມ. ພາບ: ເອກະສານ |
ທຸກໆ ອາທິດ, ນາງ ຮ່ຽນ ໄດ້ຈັດການພົບປະ, ໂອ້ລົມ ສົນທະ ນາ ເພື່ອເຜີຍແຜ່ວິທີການເຮັດປຶ້ມ ແລະ ສ້າງກຳລັງໃຈໃຫ້ ແກ່ ຜູ້ເຂົ້າຮ່ວມ. ແຕ່ລະເດືອນ, ໂຮງງານ ໄດ້ສະເໜີ ບັນດາ ຊຸດສະສົມໃໝ່ ທີ່ເໝາະສົມກັບ ຈຸດປະສົງ ໃນການນຳໃຊ້ ທີ່ ແຕກຕ່າງກັນ ຂອງຜູ້ບໍລິໂພກ. ເຖິງວ່າ ໂຮງງານ ຈະຜະລິດ ປຶ້ມໄດ້ 100 ຫົວຕໍ່ເດືອນ, ຊຶ່ງປຶ້ມ ຈຳນວນດັ່ງກ່າວ ລ້ວນແຕ່ ເປັນຜົນງານ ດ້ານສິລະປະ ຫັດຖະກໍາ ທ່ີເຮັດດ້ວຍມື.
ຫວ່າງແລ້ວນີ້, ໂຮງງານ Hanmade ຮວາ ຫຼາ ກໍ໋ ໄດ້ສະເໜີ ຊຸດສະສົມ “ປຶ້ມຈາກປ່າ” ເຊິ່ງໄດ້ປະດິດ ຈາກໃບໄມ້ ທ່ີທັບ ຊ້ອນກັນ, ໃບໄມ້ສີຂຽວ ທັບເທິງໃບໄມ້ ສີເຫຼືອງ, ໃບໄມ້ດີ ທັບເທິງໃບໄມ້ຂາດ... ແລະ ປະກອບ ເປັນປຶ້ມຫົວໜຶ່ງ. ໜ້າ ປົກຂອງປຶ້ມ ໄດ້ປະດັບປະດາດ້ວຍສີສັນ, ສາຍເອັນ ແລະ ຮູບຊົງ ຂອງ ໃບໄມ້. ພ້ອມກັນນັ້ນ ແມ່ນຊຸດສະສົມ “ມີຫຍັງ ຢູ່ທຳມະຊາດ” ທີ່ເຮັດຈາກໃບໄມ້ແຫ້ງ ແລະ ປະສານສົມ ທົບກັບ ຜ້າປ່ານ... ຊຸດສະສົມດັ່ງກ່າວ ໄດ້ຮັບຄວາມເອົາໃຈ ໃສ່ ນັບແຕ່ຂະໜາດ, ຄວາມໜາ, ຊະນິດເຈ້ຍ ໄປຈົນ ເຖິງ ການປະສານສົມທົບລະຫວ່າງ ສີເສັ້ນໄໝຫຍິບ ກັບປື້ມ. ປຶ້ມຫົວໜຶ່ງມີລາຄາປະມານ 450.000 ດົ່ງ, ແພງກວ່າ ເມື່ອ ທຽບກັບ ປຶ້ມທຳມະດາ, ແຕ່ຍັງມີລູກຄ້າຊອກຊື້ ຍ້ອນຄວາມ ງາມ, ໜ້າຮັກ ແລະ ມີຄວາມເລິກເຊິ່ງ ຄືປຶ້ມຄູ່ມື ທີ່ ບັນທຶກ ສິ່ງເຫດການທີ່ລະລຶກ ໃຫ້ແຕ່ລະຄົນ.