ການຮ່ວມມືດ້ານເສດຖະກິດ - ການຄ້າ ຍັງຄົງສືບຕໍ່ເປັນຈຸດເດັ່ນ, ດ້ວຍຍອດວົງເງິນການຄ້າສອງຝ່າຍເພີ່ມຂຶ້ນຢ່າງແຮງໃນຊຸມປີມໍ່ໆ ມານີ້, ນຳ ຫວຽດນາມ ໃຫ້ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ ການາດາ ໃນ ອາຊຽນ.
ທ່ານ ຟ້າມວິງກວາງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ການາດາ (ພາບ: VNA)
ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດ ການາດາ ຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ, ທ່ານ ຟ້າມວິງກວາງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ການາດາ ໃຫ້ຮູ້ວ່າ ນັບແຕ່ວັນສ້າງຕັ້ງຂອບເຂດການພົວພັນຄູ່ຮ່ວມມືຮອບດ້ານໃນປີ 2017, ການພົວພັນລະຫວ່າງ ຫວຽດນາມ ແລະ ການາດາ ໄດ້ພັດທະນາຢ່າງໝັ້ນຄົງໜັກແໜ້ນໃນຫຼາຍຂົງເຂດ. ການຮ່ວມມືດ້ານເສດຖະກິດ - ການຄ້າ ຍັງຄົງສືບຕໍ່ເປັນຈຸດເດັ່ນ, ດ້ວຍຍອດວົງເງິນການຄ້າສອງຝ່າຍເພີ່ມຂຶ້ນຢ່າງແຮງໃນຊຸມປີມໍ່ໆ ມານີ້, ນຳ ຫວຽດນາມ ໃຫ້ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ ການາດາ ໃນ ອາຊຽນ. ສອງປະເທດຍັງສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສ, ຄື: ສະຫະປະຊາຊາດ, ເວທີປາໄສຮ່ວມມືເສດຖະກິດ ອາຊີ -ປາຊີຟິກ (APEC), ອາຊຽນແລະ ປະຊາຄົມນຳໃຊ້ພາສາ ຝລັ່ງ.
ທ່ານເອກອັກຄະລັດຖະທູດ ຟ້າມວິງກວາງ ເນັ້ນໜັກວ່າ ການຢ້ຽມຢາມທາງ ລັດຖະກິດ ການາດາ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຈະປະກອບສ່ວນນຳການຮ່ວມມືກັບບັນດາຄູ່ຮ່ວມມືສຳຄັນເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ ແລະ ຍືນຍົງ.
(ແຫຼ່ງຄັດຈາກ VOV)