GE Vernova (GE) ຄາດຄະເນ ແລະ ປາດຖະໜາຢາກເປີດກວ້າງການຮ່ວມມື, ລົງທຶນຢູ່ ຫວຽດນາມ; ພ້ອມທັງໃຫ້ຄຳໝັ້ນສັນຍາ ແລະ ປາດຖະໜາປັບປຸງລະບົບສະໜອງຂອງບໍລິສັດ, ຕອບສະໜອງບັນດາຄວາມຕ້ອງການຂອງ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານນາງ Maria Zingoni ຜູ້ອຳນວຍການຝ່າຍບໍລິຫານຮັບຜິດຊອບແຫຼ່ງໄຟຟ້າຂອງບໍລິສັດ GE Vernova
ຕອນເຊົ້າວັນທີ 30 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານນາງ Maria Zingoni ຜູ້ອຳນວຍການຝ່າຍບໍລິຫານຮັບຜິດຊອບແຫຼ່ງໄຟຟ້າຂອງບໍລິສັດ GE Vernova (ອາເມລິກາ) ແລະ ບັນດາຄູ່ຮ່ວມງານຂອງບໍລິສັດ, ເຊິ່ງພວມຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ GE Vernova ເປີດກວ້າງການລົງທຶນເຂົ້າ ຫວຽດນາມ ເພື່ອແນໃສ່ຕອບສະໜອງຄວາມຕ້ອງການດ້ານພະລັງງານ ແລະ ເປົ້າໝາຍພັດທະນາແບບຍືນຍົງຂອງ ຫວຽດນາມ, ພິເສດແມ່ນການພັດທະນາ, ເຂົ້າຮ່ວມບັນດາໂຄງການກໍ່ສ້າງໂຮງງານ ແລະ ຕາໜ່າງໄຟຟ້າ; ປະກອບຄຳເຫັນໃສ່ລະບອບລະບຽບການໃຫ້ສົມບູນແບບ, ເອົາໃຈໃສ່ເຖິງການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃນຂະແໜງພະລັງງານໄຟຟ້າ; ຖ່າຍທອດບັນດາເຕັກໂນໂລຢີ, ປະສົບການທີ່ກ້າວໜ້າເພື່ອປະກອບສ່ວນພັດທະນາຂະແໜງໄຟຟ້າ ຫວຽດນາມ ໃຫ້ທັນສະໄໝ.
ສ່ວນທ່ານນາງ Maria Zingoni ໃຫ້ຮູ້ວ່າ GE Vernova (GE) ຄາດຄະເນ ແລະ ປາດຖະໜາຢາກເປີດກວ້າງການຮ່ວມມື, ລົງທຶນຢູ່ ຫວຽດນາມ; ພ້ອມທັງໃຫ້ຄຳໝັ້ນສັນຍາ ແລະ ປາດຖະໜາປັບປຸງລະບົບສະໜອງຂອງບໍລິສັດ, ຕອບສະໜອງບັນດາຄວາມຕ້ອງການຂອງ ຫວຽດນາມ; ພ້ອມທັງມານະພະຍາຍາມແກ້ໄຂບັນດາສິ່ງທ້າທາຍກ່ຽວກັບການຄ້າລະຫວ່າງ ຫວຽດນາມ - ອາເມລິກາ.
(ແຫຼ່ງຄັດຈາກ VOV)