• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ: ປີ APEC 2027, ປຸກ​ລະ​ດົມ​ຂະ​ບວນ​ການ​ແຂ່ງ​ຂັນ​ສ້າງ​ພາບ​ພົດ​ປະ​ເທດ​ຊາດ, ຊາວ ຫວຽດ​ນາມ ທີ່​ເປັນ​ມິດ

ປີ APEC 2027 ຈັດ​ຂຶ້ນ​ຢູ່ ຝູກວັກ ແລະ 8 ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ ຫວຽດ​ນາມ.
(ພາບ: VNA)

ປຸກ​ລະ​ດົມ​ຂະ​ບວນ​ການ​ແຂ່ງ​ຂັນ​ສ້າງ​ພາບ​ພົດ​ປະ​ເທດ​ຊາດ, ຊາວ ຫວຽດ​ນາມ ທີ່​ເປັນ​ມິດ ຕິດ​ພັນ​ກັບ​ເຫດ​ການ ຫວຽດ​ນາມ ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ ອາ​ຊີ-ປາ​ຊີ​ຟິກ (APEC) 2027. ນັ້ນ​ແມ່ນຂໍ້​ສະ​ເໜີ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິນ​ຮຶງ ປະ​ທານ​ສະ​ພາ​ແຂ່ງ​ຂັນ ຍ້ອງ​ຍໍ​ສູນ​ກາງ ທີ່​ວາ​ລະ​ປະ​ຊຸມ​ຄັ້ງ​ທີ 3 ຂອງ​ສະ​ພາ ແນ​ໃສ່​ຕີ​ລາ​ຄາ​ວຽກ​ງານແຂ່ງ​ຂັນ ​ຍ້ອງ​ຍໍປີ 2026 ແລະ ກຳ​ນົດ​ໜ້າ​ທີ່​ຈຸດ​ສຸມ​ປີ 2027 ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 19 ພະ​ຈິກ​ຢູ່ ຮ່າ​ໂນ້ຍ.

ກ່ຽວ​ກັບ​ປີ APEC 2027, ຈັດ​ຂຶ້ນ​ຢູ່ ຝູກວັກ ແລະ 8 ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ, ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິນ​ຮຶງ ສະ​ເໜີ​ປຸກ​ລະ​ດົມ​ນັບ​ແຕ່​ເດືອນ​ທັນ​ວາ​ປີ 2026. ຂະ​ບວນ​ການ​ແຂ່ງ​ຂັນ​ສ້າງ​​ງະ​ພາບ​ແວດ​ລ້ອມ​​ສະ​ຫວ່າງ-​ສີຂຽວ-ສະ​ອາດ-ສວຍ​ງາມ, ພາບ​ພົດ​ປະ​ເທດ​ຊາດ, ຊາວ ຫວຽດ​ນາມ ທີ່​ເປັນ​ມິດ, ເປີດ​ອົກ​ເປີດ​ໃຈ, ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ປະ​ຊາ​ຄົມ​ໂລກ. ຫຼາຍ​ຄຳ​ເຫັນ​ທີ່​ວາ​ລະ​ປະ​ຊຸມກໍ່​ເຫັນ​ດີ​ນຳ​ຂໍ້​ສະ​ເໜີນີ້. ທ່ານ​ນາງ ຫວໍ້​ທິ​ແອັງ​ຊວັນ, ຮອງ​ປະ​ທານ​ປະ​ເທດ ຫວຽດ​ນາມ ສະ​ເໜີ​ວ່າ:

ເລື່ອງ ຫວຽດ​ນາມ ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ APEC 2027, ແມ່ນ​ໂອ​ກາດ​ສຳ​ຄັນ​ເພື່ອ​ໂຄ​ສະ​ນາ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ, ປະ​ເທດ​ຊາດ, ຊາວ ຫວຽດ​ນາມ, ກໍ່​ແມ່ນ​ໂອ​ກາດ​ເພື່ອ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ. ດັ່ງ​ນັ້ນ, ອາດ​ຈະ​ຄົ້ນ​ຄ້​ວາ​ຮູບ​ແບບ​ການ​ປຸກ​ລະ​ດົມ​ການ​ແຂ່ງ​ຂັນ​ທີ່​ກ່ຽວ​ຂ້ອງ​ເຖິງວັດ​ທະ​ນະ​ທຳ ເພື່ອ​ຕິດ​ພັນ​ກັບ​ສັບ​ປະ​ດາ APEC, ສ້າງ​ເປັນ​ບັນ​ຍາ​ກາດ​ແຂ່ງ​ຂັນ​ທີ່​ຟົດ​ຟື້ນ​ມ່ວນ​ຊື່ນ ບໍ່​ພຽງ​ແຕ່​ຂອງ ຝູກວັກ ເທົ່າ​ນັ້ນ, ຫາກ​ຍັງ​ຂອງ​ທົ່ວ​ປະ​ເທດ​ອີກ​ດ້ວຍ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ເໜີ 3 ການ​ກຳ​ນົດ​ທິດ​ໃຫ່​ຍ​ເພື່ອ​ແນ​ໃສ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ APEC

ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ເໜີ 3 ການ​ກຳ​ນົດ​ທິດ​ໃຫ່​ຍ​ເພື່ອ​ແນ​ໃສ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ APEC

ສິ້ນ​ສຸດກອງ​ປະ​ຊຸມ, ບັນ​ດາ​ການ​ນຳ​ໄດ້​ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ຂັ້ນ​ສູງ ແລະ 3 ເອ​ກະ​ສານ.

Top