• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກ​ລັດ​ຖະ​ມ​ົນ​ຕີ ອິດ​ສະ​ລາ​ແອັນ ຖະ​ແຫຼງ ຈະ​ບໍ່​ມີ​ລັດ ປາ​ແລັດ​ສະ​ຕິນ

ທ່ານນາຍົກລັດຖະມົນຕີ ອິດສະລາແອັນ Benjamin Netanyahu ກໍ່ຖະແຫຼງຈະປົກປ້ອງມໍລະດົກ, ດິນແດນ, ຄວາມໝັ້ນຄົງ ແລະ ເພີ່ມຈຳນວນປະຊາຊົນຕັ້ງຖິ່ນຖານຄົງທີ່ຢູ່ແຫ່ງນີ້.
ທ່ານນາຍົກລັດຖະມົນຕີ ອິດສະລາແອັນ Benjamin Netanyah (ພາບ: REUTERS/Ronen Zvulun)
"ຈະບໍ່ມີລັດ ປາແລັດສະຕິນ", ຖະແຫຼງການນີ້ໂດຍທ່ານນາຍົກລັດຖະມົນຕີ Benjamin Netanyahu ຍົກອອກມາໃນວັນທີ 11 ກັນຍາ, ເມື່ອເຂົ້າຮ່ວມເຫດການຢູ່ເຂດຕັ້ງຖິ່ນຖານຂອງ ອິດສະລາແອັນ ຢູ່ທາງທິດຕາເວັນອອກ Jerusalem. ທ່ານນາຍົກລັດຖະມົນຕີ ອິດສະລາແອັນ Benjamin Netanyahu ກໍ່ຖະແຫຼງຈະປົກປ້ອງມໍລະດົກ, ດິນແດນ, ຄວາມໝັ້ນຄົງ ແລະ ເພີ່ມຈຳນວນປະຊາຊົນຕັ້ງຖິ່ນຖານຄົງທີ່ຢູ່ແຫ່ງນີ້. ແຕ່ດົນນານມາແລ້ວ, ອິດສະລາແອັນຫວັງທີ່ຈະກໍ່ສ້າງ ບົນເຂດດິນທີ່ກວ້າງປະມານ 12 ກີໂລຕາແມັດ ຢູ່ທາງທິດຕາເວັນອອກຂອງ Jerusalem, ໂດຍເອີ້ນວ່າ E1, ແຕ່ແຜນການນີ້ຖືກຢຸດສະຫງັກໃນຫຼາຍປີ ຍ້ອນປະສົບກັບການຄັດຄ້ານຂອງສາກົນ. ທ່ານເລຂາທິການໃຫຍ່ ສປຊ ໃຫ້ຮູ້ວ່ ເຂດຕັ້ງຖິ່ນຖານຄົງທີ່ນີ້ ຈະແບ່ງເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນເປັນສອງພາກ ແລະ ກໍ່ໄພນາບຂູ່ຕໍ່ລັດ ປາແລັດສະຕິນ.

(ແຫຼ່ງຄັດຈາກ VOV)

ນະ​ຄອນ ໂຮ່​ຈີ​ມິນ ກຽມ​ພ້ອມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ອົດ​ສະ​ຕາ​ລີ

ນະ​ຄອນ ໂຮ່​ຈີ​ມິນ ກຽມ​ພ້ອມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ອົດ​ສະ​ຕາ​ລີ

ນະຄອນ ໂຮ່ຈີມິນ, ດ້ວຍຖານະເປັນສູນເສດຖະກິດພັດທະນາຢ່າງຂະຫຍັນຂັນເຄື່ອນແຖວໜ້າຂອງ ຫວຽດນາມ, ຈະແມ່ນໜຶ່ງໃນບັນດາຈຸດສຸມຜັນຂະຫຍາຍບັນດາແຜນການຮ່ວມມືພັດທະນາລະຫວ່າງ ຫວຽດນາມ ແລະ ອົດສະຕາລີ.

Top