ເປັນຄົນມີພອນສະຫວັນໃນການຂຽນ, ການແຕ່ງກາບກອນ ແລະ ພາສາຕັ້ງແຕ່ນ້ອຍ, ທ່ານ Marko ໄດ້ຮັບຜົນສໍາເລັດ ໃນການ ຂຽນປື້ມ ເມື່ອອາຍຸ ພຽງ 14 ປີ. ເພິ່ນໄດ້ພິມຈຳໜ່າຍປື້ມ 2 ຫົວທີ່ ເອີຣົບ. ປື້ມ “Ezan” ພິມຈໍາໜ່າຍເມື່ອປີ 2011 ໄດ້ ສະເໜີເຂົ້າ ຊີງລາງວັນ ວັນນະຄະດີ ແຊັກບີ. ບົດປະພັນ “ຖະໜົນ ຍ່າເທີ່” ເປັນປື້ມຫົວທີ່ສາມ ເຊິ່ງໄດ້ຂຽນດ້ວຍ ພາສາ ຫວຽດ ເມື່ອທ່ານ Marko ຢູ່ ແລະ ເຮັດວຽກທີ່ ຮ່າໂນ້ຍ.
ເກີດປີ 1987 ທີ່ ແຊັກບີ, ທ່ານ Marko Nikolic ຈົບປະລິນຍາ ໂທ ທີ່ມະຫາວິທະຍາໄລ Belgrade ແລະ ມະຫາວິທະຍາໄລ Latvia. ປີ 2014, ເພິ່ນໄດ້ມາ ຫວຽດນາມ ເພື່ອສອນພາສາ ອັງ ກິດ ແລະ ເລີ່ມຮຽນພາສາ ຫວຽດ ດ້ວຍຕົນເອງ, ພຽງແຕ່ 2 ປີ ເພິ່ນກໍ່ສາມາດນຳໃຊ້ພາສາ ຫວຽດ ໄດ້ຢ່າງຄ່ອງແຄ້ວ. ທ່ານ Marko Nikolic ເປັນຜູ້ຮ່ວມງານ ທ່ີມີຊື່ສຽງ ຂອງ ໜັງສືພິມ VnExpress ແລະ ຄວາມສະຫງົບໂລກ ດ້ວຍບົດຂຽນ ຫຼາຍ ຮ້ອຍບົດ. |
ທ່ານ Marko ຂຽນປື້ມຫົວນີ້ ໂດຍຈຸດປະສົງຢາກແບ່ງປັນກ່ຽວກັບຊີວິດຕົວຈິງ ຂອງວົງຄະນະຍາດຄົນຕ່າງປະເທດທີ່ພວມ ດຳ ລົງຊີວິດຢູ່ ຮ່າໂນ້ຍ. ເນື້ອໃນຂອງບົດປະພັນໄດ້ເວົ້າເຖິງການສັງເກດ ແລະ ທັດສະນະຂອງທ່ານ Marko ກ່ຽວກັບ ວັດທະນະ ທຳ, ຜູ້ຄົນ, ຄວາມປະທັບໃຈ ແລະ ບໍ່ປະທັບໃຈຂອງປະເທດ ຫວຽດນາມ. ທ່ານ Marko ຂຽນອອກມາ ເພື່ອຊອກຫາຄໍາ ຕອບ ທີ່ ສຳຄັນ ກ່ຽວກັບຊີວິດ, ເພື່ອເຂົ້າໃຈໄດ້ ເປັນຫຍັງ ພວກເຮົາປະ ລາໄຊ ຫຼື ເປັນຫຍັງພວກເຮົາບໍ່ມີຄວາມສຸກ.

ນັກປະພັນ Marko Nikolic ຊາວ ແຊັກບີ ໄດ້ຂຽນບົດປະພັນ “ຖະໜົນ ຍ່າເທີ່” ຫຼື “ຖະໜົນ ໂບດ” ດ້ວຍພາສາ ຫວຽດ. ພາບ: ແທງຢາງ/VNP

ບົດປະພັນ “ຖະໜົນ ຍ່າເທີ່” ໄດ້ພິມຈຳໜ່າຍ 2.000 ສະບັບ, ຂາຍໝົດໃນ ປີ 2019 ແລະ ໄດ້ຮັບຄວາມ ສົນໃຈ ຈາກຜູ້ອ່ານ ແລະ ວົງການສື່ສານມວນຊົນ ຫວຽດນາມ ຢ່າງຫຼວງຫຼາຍ. ພາບ: ແທງຢາງ/VNP

ປະຊາຊົນຢູ່ຖະໜົນ ຍ່າເທີ່ ມັກພົບເຫັນທ່ານ Marko ຍ່າງ ຫຼິ້ນຢູ່ທີ່ນີ້. ພາບ: ແທງຢາງ/VNP

ທ່ານ Marko ຍ່າງເລາະຫຼິ້ນ ຕາມຮ້ານຂາຍປື້ມ, ໜັງສືພິມ
ຫຼາຍແຫ່ງ ເພື່ອຊອກຫາ ຜະລິດຕະພັນການພິມໃໝ່. ເພິ່ນອ່ານ ເພື່ອຍົກສູງ ປະສົບການແຫ່ງຊີວິດ ແລະ ພາສາ ຫວຽດ. ພາບ: ແທງຢາງ/VNP

ທ່ານ Marko ພວມຊອກຫາຂໍ້ມູນໃໝ່ ເພື່ອຂຽນຕອນ ທີສອງ ຂອງ ບົດປະພັນ ຖະໜົນ ຍ່າເທີ່. ພາບ: ແທງຢາງ/VNP |
ປຶ້ມຫົວນີ້ ໄດ້ພິມຈຳໜ່າຍ 2.000 ສະບັບ, ຂາຍໝົດໃນ ປີ 2019 ແລະ ອາດຈະໄດ້ພິມຈຳໜ່າຍຄັ້ງໃໝ່. ບົດປະພັນໄດ້ຮັບຄວາມ ສົນໃຈ ຈາກຜູ້ອ່ານ ແລະ ວົງການສື່ສານມວນຊົນ ຫວຽດນາມ ຢ່າງຫຼວງຫຼາຍ. ທ່ານ Marko ໃຫ້ຮູ້ວ່າ: “ໃນ 2 ເດືອນທຳອິດ, ມື້ ໃດຂ້າພະເຈົ້າກໍ່ໄດ້ຮັບຂໍ້ຄວາມສົ່ງມາແບ່ງປັນຄວາມຮູ້ສຶກ ຂອງ ຜູ້ອ່ານກ່ຽວກັບປຶ້ມຫົວນີ້”. ຜູ້ອ່ານຍິງ ຄົນໜຶ່ງໄດ້ຂຽນວ່າ: “ຂອບ ໃຈຫຼາຍໆ ທີ່ໄດ້ແຕ່ງປຶ້ມຫົວນີ້ ອອກມາ. ເລື່ອງທີ່ຂຽນ ອອກມາ ເຮັດໃຫ້ຂ້າພະເຈົ້າ ຕ້ອງເສຍນຳ້ຕາ ຫຼາຍ, ເພາະມີຫຼາຍເລື່ອງ ຄືກັບພວກຂ້າພະເຈົ້າ”. ຫຼື ຜູ້ອ່ານຊາຍ ຄົນໜຶ່ງໄດ້ຂຽນວ່າ: “ປຶ້ມ ຫົວນີ້ ເຮັດໃຫ້ຂ້າພະເຈົ້າຮູ້ສຶກຖືກ ໃຈຫຼາຍ, ເປັນປຶ້ມທຳມະດາ, ແຕ່ເຮັດໃຫ້ຂ້າພະເຈົ້າ ຮູ້ສຶກວ່າ ຕົນເອງເປັນຕົວລະຄອນ ໃນບົດ ປະພັນ ດັ່ງກ່າວ”.

ສ້າງຄວາມສະໜິດຕິດພັນກັບນັກຮຽນຂອງຕົນ. ພາບ: ແທງຢາງ/VNP

ທ່ານ Marko ໂອ້ລົມກັນ ກັບຊາວນະຄອນຫຼວງ ຮ່າໂນ້ຍ. ພາບ: ແທງຢາງ/VNP

ເສື້ອຍາວມູນເຊື້ອ ຫວຽດນາມ, ຫົວຂໍ້ໜຶ່ງ ທີ່ໄດ້ທ່ານ Marko Nikolic ມັກຂຽນ ແລະ ເຄີຍມີຫຼາຍບົດປະພັນກ່ຽວກັບຫົວຂໍ້ດັ່ງກ່າວ. ພາບ: ແທງຢາງ/VNP

ນອກຈາກສິດສອນ ແລະ ຂຽນປື້ມ, ທ່ານ Marko ໃຊ້ເວລາຫວ່າງເພື່ອໄປຊອກຮູ້, ທ່ອງທ່ຽວທົ່ວທຸກບ່ອນ ຢູ່ ຫວຽດນາມ, ຈາກນັ້ນ ໄດ້ເຮັດໃຫ້ເພິ່ນມີຄວາມ ສະໜິດຕິດ ພັນກັບ ຫວຽດນາມ ຢ່າງເລິກເຊິ່ງ. ພາບ: ເອກະສານ |
ປັດຈຸບັນ, ທ່ານ Marko ເປັນອາຈານສອນຢູ່ໂຮງຮຽນ Atlantic Five-star English. ນອກຈາກສິດສອນ ແລະ ຂຽນປື້ມ, ທ່ານ Marko ໃຊ້ເວລາຫວ່າງເພື່ອໄປຊອກຮູ້, ທ່ອງທ່ຽວທົ່ວທຸກບ່ອນ ຢູ່ ຫວຽດນາມ, ຈາກນັ້ນ ໄດ້ເຮັດໃຫ້ເພິ່ນມີຄວາມ ສະໜິດຕິດ ພັນກັບ ຫວຽດນາມ ຢ່າງເລິກເຊິ່ງ. ປັດຈຸບັນ, ທ່ານ Marko ສໍາ ເລັດການຂຽນຕົ້ນສະບັບ ນະວະນິຍາຍ “ຜູ້ຜິດວິໄສ ໄປຊອກຫາ ຕົນເອງ” ແລະ ອາດຈະໄດ້ພິມຈຳໜ່າຍໃນທ້າຍປີ 2020. ເນື້ອ ໃນຂອງປຶ້ມຫົວນີ້ ມີຄວາມຕະຫຼົກເຮຮາ ແລະ ເຢາະເຢີ້ຍ, ສຽດສີ ສະເໜີສອງຢ່າງ ຂອງ ຕົວລະຄອນ ຜູ້ຜິດວິໄສ ແລະ ນັກຂຽນ ຕ່າງປະເທດ ກ່ຽວກັບທັດສະນະພິເສດ ຕໍ່ສັງຄົມ ຫວຽດນາມ ໃນ ປັດຈຸບັນ. ທ່ານ Marko ຍັງສືບຕໍ່ຂຽນໜັງສືພິມ ແລະ ສືບຕໍ່ສັງ ເກດຢ່າງລະອຽດ ກ່ຽວກັບການປ່ຽນແປງຂອງ ສັງຄົມ ເພື່ອຊອກ ຫາຂໍ້ມູນ ແລະ ຫົວຂໍ້ ໃຫ້ແກ່ຕອນທີ່ສອງຂອງ ບົດປະພັນຖະ ໜົນ ຍ່າເທີ່, ອາດຈະໄດ້ພິມຈຳໜ່າຍໃນ ປີ 2021.
ທ່ານ Marko Nikolic ສາມາດນໍາໃຊ້ໄດ້ 5 ພາສາເຊັ່ນ: ພາສາ ອັງກິດ, ຝຣ່ັງ, ແຊັກບີ, ລັດເຊຍ ແລະ ພາສາ ຫວຽດ, ທ່ານ ເຄີຍ ໄປ 70 ປະເທດໃນໂລກ ເພື່ອຝຶກຝົນພາສາ ແລະ ຊອກຮູ້ກ່ຽວ ກັບວັດທະນະທຳ ຂອງ ແຕ່ລະປະເທດ. |