
ທ່າກໍາປັ່ນ ຍ່າຣົ່ງ ເປັນທ່າກໍາປັ່ນການຄ້າ ຂະໜາດໃຫຍ່ຢູ່ພາກໃຕ້, ໄດ້ກໍ່ສ້າງເມື່ອປີ 1864 ເທິງແມ່ນຳ້ ໄຊງ່ອນ. ທ່າກໍຳປັ່ນ ຍ່າຣົ່ງ-ສະຖານທີ່ ເຊິ່ງປະທານ ໂຮ່ຈີມິນ ອອກເດີນທາງ ໄປຊອກຫາເສັ້ນທາງກູ້ຊາດ. ປັດຈຸບັນ, ທ່າກໍາປັ່ນ ຍ່າຣົ່ງ ເປັນສະຖານທີ່ດຶງດູດນັກທ່ອງທ່ຽວ. ພາບ: ຢາງເຊີນດົງ

ທ່າກຳປັ່ນ ກາດຫຼາຍ ນອນຢູ່ເທິງແມ່ນຳ້ ດົ່ງນາຍ ເປັນໜຶ່ງໃນ
ບັນດາທ່າກຳປັ່ນາສຳຄັນຂອງລະບົບທ່າກຳປັ່ນໃນຂົງເຂດນະຄອນ ໂຮ່ຈີມິນ, ເຄື່ອນໄຫວພາຍໃຕ້ການຄຸ່ມຄອງຂອງ
ສະຫະບໍລິສັດ ເຕິນກາງ ໄຊງ່ອນ. ພາບ: ຢາງເຊີນດົງ

ຂົວອູ່ ຝູ໋ໝີ ເຊື່ອມຕໍ່ເມືອງ 2 ກັບເມືອງ 7 ແລະ ເມືອງ 9, ໄດ້ເປີດນຳໃຊ້ເມື່ອປີ 2009. ຂົວແຫ່ງນີ້ ເປັນໜຶ່ງ ໃນບັນດາສາຍທາງທີ່ເຊື່ອມຕໍ່ເຂດເມືອງໃຫຍ່ໃໝ່ ຖຸທຽມ ແລະ ເຂດເມືອງໃຫຍ່ ຝູ໋ໝີຮຶງ. ພາບ: ຢາງເຊີນດົງ

ກໍ່ສ້າງສາຍທາງລົດໄຟ metro 1 ຢູ່ເມືອງ 1. ສາຍທາງລົດໄຟ metro ເຊື່ອມຕໍ່ລະຫວ່າງ Depot ລອງບິ່ງ (ເມືອງ 9 ແລະ ບິ່ງເຢືອງ) ກັບສະຖານີລົດໄຟ ເບັນແທ່ງ (ເມືອງ 1). ພາບ: ຢາງເຊີນດົງ

ຖະໜົນ ຟ້າມວັນດົ່ງ ເຊື່ອມຕໍ່ລະຫວ່າງສະໜາມບິນສາກົນ ເຕິນເຊີນເຍີດ ກັບສີ່ແຍກ ລິງຊວນ, ເມືອງ ຖຸດຶກ. ເສັ້ນທາງດັ່ງກ່າວ ສຳເລັດການກໍ່ສ້າງເມື່ອປີ 2015 ດ້ວຍຍອດທຶນປະມານ 340 ລ້ານໂດລາສະຫະລັດ, ໂດຍບໍລິສັດ GS (Engineering Contruction - ສ ເກົ່າຫຼື ເປັນຜູ້ລົງທຶນກໍ່ສ້າງ. ພາບ: ຢາງເຊີນດົງ

ສະຫະບໍລິສັດ ເຕິນກາງ ໄຊງ່ອນ ໄດ້ກາຍເປັນຜູ້ຂຸດຄົ້ນ ທ່າກໍາປັ່ນcontainerແບບມືອາຊີບ, ທັນສະໄໝ ແລະ ມີຂະໜາດໃຫຍ່ທີສຸດ ຫວຽດນາມ ດ້ວຍການບໍລິການເຊັ່ນ: ບໍລິການຈັດ ແລະ ຂົນສົ່ງສິນຄ້າຂຶ້ນ-ລົງກໍາປັ່ນ, ບໍລິການ Logistics, ບໍລິການ ການເດີນທະເລ, ກູ້ຊີບ, ກູ້ໄພ, ນຳທາງ, ກໍ່ສ້າງອາຄານ, ຫ້ອງການ, ກິດຈະກຳຮັບໃຊ້ພົນລະເຮືອນ, ກິດຈະກຳຮັບໃຊ້ການທະຫານ... ແລະ ຂົນສົ່ງສິນຄ້າດ້ວຍຫຼາຍຮູບແບບ.

ສາມແຍກ ກາດຫຼາຍ, ເສັ້ນທາງເຂົ້ານະຄອນ ໂຮ່ຈີມິນ ໄດ້ກໍ່ສ້າງແບບທັນສະໄໝ ດ້ວຍຫຼາຍເລນລົດແລ່ນ.

ຖະໜົນ ຫງວຽນວັນລິງ ມີລວງຍາວ 17,8 ກິໂລແມັດ, ເຊື່ອມຕໍ່ລະຫວ່າງຖະໜົນ ຮວິ່ງເຕິນຟາດ, ເມືອງ 7 ກັບຖະໜົນ 1A. ເສັ້ນທາງດັ່ງກ່າວ ມີຄວາມໝາຍສຸດທີ່ສຳຄັນ ຕໍ່ການພັດທະນາດ້ານເສດຖະກິດຢູ່ທິດໃຕ້ຂອງນະຄອນ ໂຮ່ຈີມິນ, ເຊື່ອມຕໍ່ບັນດາກິດຈະກຳສຳຄັນຄື: ເຂດປຸງແຕ່ງຜະລິດຕະພັນ ເຕິນຖ້ວນ, ເຂດເມືອງໃຫຍ່ ຝູ໋ໝີ໋ຮືງ, ເຂດອຸດສາຫະກຳ ຮຽບເຟືອງ, ເຂດເມືອງໃຫຍ່ ຮຽບເຟຶອກ, ທ່າກຳປັ່ນ ຮຽບເຟຶອງ, ຂົວ ຝູ໋ໝີ໋ ແລະ ເຂດເມືອງໃໝ່ ຖຸທຽມ. ພາບ: ຢາງເຊີນດົງ

ນະຄອນ ໂຮ່ຈີມິນ ໃນຍາມຄຳ່ຖືນ. ພາບ: ຢາງເຊີນດົງ

ເມືອງ 2 ເປັນເມືອງໜຶ່ງນອນຢູ່ທິດຕາເວັນອອກຂອງນະຄອນ
ໂຮ່ຈີມິນ. ເຊື່ອມຕໍ່ລະຫວ່າງນະຄອນ ໂຮ່ຈີມິນ ກັບບັນດາແຂວງ ດົ່ງນາຍ, ບິ່ງເຢືອງ, ບ່າເຮ້ຍ-ຫວູງເຕົ່າ ດ້ວຍທາງບົກ, ທາງລົດໄຟ ແລະ ທາງນຳ້. ພາບ: ຢາງເຊີນດົງ

ລະບົບຖະໜົນຂອງນະຄອນ ໂຮ່ຈີມິນ ມີລວງຍາວທັງໝົດ ກວ່າ 4.000 ກິໂລແມັດ, ເປັນນະຄອນທ່ີມີລະບົບການຄົມມະນາຄົມທາງບົກໃຫຍ່ທີສຸດ
ໃນບັນດາເມືອງໃຫຍ່ຢູ່ ຫວຽດນາມ. ເມືອງ 2 ເປັນເມືອງໜຶ່ງນອນຢູ່ທິດຕາເວັນອອກຂອງນະຄອນໂຮ່ຈີມິນ. ເຊື່ອມຕໍ່ລະຫວ່າງນະຄອນ ໂຮ່ຈີມິນ
ກັບບັນດາແຂວງ ດົ່ງນາຍ, ບິ່ງເຢືອງ, ບ່າເຮ້ຍ-ຫວູງເຕົ່າ ດ້ວຍທາງບົກ, ທາງລົດໄຟ ແລະ ທາງນຳ້. ພາບ: ຢາງເຊີນດົງ

ນະຄອນ ໂຮ່ຈີມິນ ເບິ່ງມາຈາກນະຄອນ ໄຊງ່ອນ. ພາບ: ຢາງເຊີນດົງ

ເມືອງ 1 ຫຼື ເມືອງ ເຍີດ ເປັນເມືອງໃຈກາງຂອງນະຄອນ ໂຮ່ຈີມິນ. ມີສຳນັກງານເຮັດວຽກຂອງລັດຫຼາຍ, ສະຖານທູດບັນດາປະເທດ ໄດ້ຕັ້ງຢູ່ທີ່ນີ້. ພາບ: ຢາງເຊີນດົງ

ສຳນັກງານເຮັດວຽກຂອງຄະນະກຳມະການປົກຄອງນະຄອນ ໂຮ່ຈີມິນ ເປັນໜຶ່ງໃນບັນດາກິດຈະກຳ ທີ່ມີສະຖາບັດຕະຍະກຳ ທີ່ເກົ່າແກ່, ໄດ້ກໍ່ສ້າງແຕ່ປີ 1898-1909 ຕາມແບບແຜນຂອງ Rococo ໂດຍທ່ານ Femand Gardès ເປັນຜູ້ອອກແບບ. ພາບ: ຢາງເຊີນດົງ
|