• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນ ໂຮ່ຈີມິນ ແລະ ດ່ານັ້ງ ບັນລຸບາດກ້າວບຸກທະລຸໃນຕາຕະລາງ startup ທົ່ວໂລກ

ຕາມ StartupBlink ແລ້ວ, ນີ້ແມ່ນປີທີ 4 ຢ່າງລຽນຕິດນະຄອນ ໂຮ່ຈີມິນ ເພີມຂັ້ນທົ່ວໂລກ.
ນະຄອນ ໂຮ່ຈີມິນ ໄດ້ລື່ນ 1 ຂັ້ນຂຶ້ນຂັ້ນ 110 ລະບົບນິເວດ startup ທົ່ວໂລກ (ພາບປະກອບ: TTXVN)

ບົດລາຍງານດັດຊະນີລະບົບນິເວດ startup ທົ່ວໂລກ 2025” ໂດຍສູນຄົ້ນຄວ້າ ແລະ ສ້າງແຜນທີລະບົບນິເວດ startup ທົ່ວໂລກ StartupBlink ຫາກໍ່ປະກາດຊີ້ໃຫ້ຮູ້ວ່າ ນະຄອນ ໂຮ່ຈີມິນ ໄດ້ລື່ນ 1 ຂັ້ນຂຶ້ນຂັ້ນ 110 ລະບົບນິເວດ startup ທົ່ວໂລກ, ບັນລຸລະດັບສູງທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ. ນີ້ກໍ່ແມ່ນຄັ້ງທຳອິດນະຄອນນອນໃນ top 5 ລະບົບນິເວດ startup ປະດິດຄິດສ້າງແຖວໜ້າຢູ່ ອາຊີຕາເວັນອອກສ່ຽງໃຕ້. ຕາມ StartupBlink ແລ້ວ, ນີ້ແມ່ນປີທີ 4 ຢ່າງລຽນຕິດນະຄອນ ໂຮ່ຈີມິນ ເພີມຂັ້ນທົ່ວໂລກ. StartupBlink ຕີລາຄາວ່າ, ນະຄອນ ໂຮ່ຈີມິນ ແມ່ນສູນ startup ຟົດຟື້ນ ແລະ ຂະຫຍັນຂັນເຄື່ອນທີ່ສຸດຂອງ ຫວຽດນາມ.

ກໍ່ຕາມບົດລາຍງານຂອງ StartupBlink, ດ່ານັ້ງ ຂອງ ຫວຽດນາມ ກໍ່ມີບາດກ້າວບຸກທະລຸເມື່ອເລື່ອນ 130 ຂັ້ນ, ຢືນອັນດັບທີ 766 ທົ່ວໂລກ. ດ່ານັ້ງ ກໍ່ນອນໃນ 12 ລະບົບນິເວດ startup ທົ່ວໂລກ ທີ່ໄດ້ຄັດເລືອກເພື່ອສະເໜີທີ່ກອງປະຊຸມສຳມະນາທາງໄກ “ດັດຊະນີລະບົບນິເວດ startup ທົ່ວໂລກ 2025”, ແມ່ນໜຶ່ງໃນບັນດາລະບົບນິເວດ startup “ຮ້ອນເຮັ່ງ” ທີ່ສຸດໃນທົ່ວໂລກປີ 2025.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ປ່ຽນ​ແປງ​ຈິນ​ຕະ​ນາ​ການ​ຈາ​ກ​ການ​ຄຸ້ມ​ຄອງ​ມາເປັນ​ການ​ສ້າງ​ຕັ້ງ, ຮັບ​ໃຊ້

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ປ່ຽນ​ແປງ​ຈິນ​ຕະ​ນາ​ການ​ຈາ​ກ​ການ​ຄຸ້ມ​ຄອງ​ມາເປັນ​ການ​ສ້າງ​ຕັ້ງ, ຮັບ​ໃຊ້

ວັນທີ 22 ພຶດສະພາ, ຢູ່ຮ່າໂນ້ຍ, ເມື່ອສະຫຼຸບກອງປະຊຸມຫົວເລື່ອງສະເພາະກ່ຽວກັບການສ້າງກົດໝາຍເດືອນພຶດສະພາ 2025, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງຕ້ອງປະເຊີນໜ້າກັບການປ່ຽນແປງໃໝ່ຈິນຕະນາການໂດຍພື້ນຖານຈາກທ່າທີ ທີ່ຢູ່ໃນທ່າຮັບ ມາເປັນຈິນຕະນາການ “ເປັນເຈົ້າການ, ຂະຫຍັນຂັນເຄື່ອນ ເພື່ອສ້າງສາພັດທະນາ ແລະ ຮັບໃຊ້ປະຊາຊົນ, ວິສາຫະກິດ”.

Top