ນະຄອນ ໂຮ່ຈີມິນ ຫຍັບຂຶ້ນ 12 ຂັ້ນເມື່ອທຽບໃສ່ປີ 2025, ບືນຕົວຂຶ້ນຢືນອັນດັບທີ 98 ແລະ ເປັນຄັ້ງທຳອິດທີ່ນອນໃນ Top 100 ລະບົບນິເວດເລີ່ມຕົ້ນທຸລະກິດທົ່ວໂລກ.
ຕາມບົດລາຍງານດັດຊະນີລະບົບນິເວດເລີ່ມຕົ້ນທຸລະກິດ (startup) ທົ່ວໂລກ 2026 ຂອງອົງການ StartupBlink, ເຊິ່ງແມ່ນໜຶ່ງໃນບັນດາອົງການມີອິດທິພົນຊື່ສຽງຕີລາຄາສະເພາະລະບົບນິເວດເລີ່ມຕົ້ນທຸລະກິດປະດິດຄິດສ້າງໃນທົ່ວໂລກ, ຫາກໍ່ປະກາດວ່າ ນະຄອນ ໂຮ່ຈີມິນ ຫຍັບຂຶ້ນ 12 ຂັ້ນເມື່ອທຽບໃສ່ປີ 2025, ບືນຕົວຂຶ້ນຢືນອັນດັບທີ 98 ແລະ ເປັນຄັ້ງທຳອິດທີ່ນອນໃນ Top 100 ລະບົບນິເວດເລີ່ມຕົ້ນທຸລະກິດທົ່ວໂລກ. ຂໍ້ມູນຂ່າວດັ່ງກ່າວໂດຍພະແນກວິທະຍາສາດ ແລະ ເຕັກໂນໂລຊີນະຄອນ ໂຮ່ຈີມິນ ຍົກອອກມາໃນຕອນບ່າຍວັນທີ 19 ພຶດສະພາ.
ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ນະຄອນ ໂຮ່ຈິມິນ ໄດ້ຈັດອັນດັບທີ 5 ກ່ຽວກັບລະບົບນິເວດເລີ່ມຕົ້ນທຸລະກິດປະດິດຄິດສ້າງ ແລະ ຢືນອັນດັບທີ 2 ກ່ຽວກັບການເຕີບໃຫຍ່ຂອງລະບົບນິເວດ (Ecosystem Maturity). Fintech ແມ່ນຂົງເຂດມາແຮງທີ່ສຸດຂອງນະຄອນ, ຢືນອັນດັບທີ 3 ຢູ່ ອາຊີຕາເວັນອອກສ່ຽງໃຕ້ ແລະ ຢືນອັນດັບທີ 60 ໃນທົ່ວໂລກ; Blockchain ຢືນອັນດັບທີ 5 ຢູ່ ອາຊີຕາເວັນອອກສ່ຽງໃຕ້ ແລະ ຢືນອັນດັບທີ 70 ໃນທົ່ວໂລກ. ຕາມ StartupBlink ແລ້ວ, ນະຄອນ ໂຮ່ຈິມິນ ນອນໃນກຸ່ມນຳໜ້າຢູ່ ອາຊີຕາເວັນອອກສ່ຽງໃຕ້ ກ່ຽວກັບລະດັບເຕີບໃຫຍ່ຂອງລະບົບນິເວດ ແລະ ແມ່ນໜຶ່ງໃນບັນດາສູນເລີ່ມຕົ້ນທຸລະກິດຂະຫຍັນຂັນເຄື່ອນທີ່ສຸດຢູ່ພາກພື້ນ.
(ແຫຼ່ງຄັດຈາກ VOV)