• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ທ່ຽວຊົມທິວທັດ ວັດ ມິງແທ່ງ

ຫ່າງຈາກໃຈກາງນະຄອນ ໄປຼກູ ປະມານ 2 ກິໂລແມັດ, ຕັ້ງຢູ່ເທິງ ໂນນພູ ໃຈກາງເມືອງ ແຫ່ງພູເຂົາ ເຕັມໄປດ້ວຍ ເມກໝອກ, ເຮັດໃຫ້ ວັດ ມິງແທ່ງ ກາຍເປັນຈຸດເດັ່ນ ກັບກຸ່ມສະຖາປັດຕະຍະກຳ ທີ່ເປັນ ເອກະລັກ, ມີຄວາມສວຍງາມ ແລະ ເກົ່າແກ່ ຊຶ່ງສ້າງແຮງຈູງໃຈ ສຳລັບ ນັກທ່ອງທ່ຽວ. 
ຖືກສ້າງເມື່ອປີ 1964, ຜ່ານການຜັນແປ ຂອງ ປະຫວັດສາດ ບໍ່ຈັກ ວ່າເທົ່າໃດ ເຮັດໃຫ້ຫຼາຍສ່ວນ ຂອງ ວັດຖືກ ເປ່ເພ, ຈົນຮອດປີ 1997 ວັດຈຶ່ງ ໄດ້ຮັບການປະຕິສັງຂອນ ແລະ ສ້າງໃໝ່. ຫຼັງຈາກ ການປະຕິສັງຂອນ ໃຊ້ເວລາ ກວ່າ 10 ປີ, ວັດ ມິງແທ່ງ ເໝືອນດັ່ງ ໄດ້ໃສ່ເສື້ອຜືນໃໝ່. ດ້ວຍຄວາມສວຍງາມທີ່ເປັນເອກະລັກ, ຊຶ່ງມີຜົນສະທ້ອນ ຈາກສະຖາປັດຕະຍະກຳ ຂອງ ຍີ່ປຸ່ນ, ຈີນ ແລະ ໄຕ້ຫວັນ. ມາຮອດປັດຈຸບັນ, ວັດ ມິງແທ່ງ ບໍ່ພຽງແຕ່ເປັນບ່ອນ ທຳພິທີທາງສາສະໜາ ຂອງ ບັນດາສາສະນິກະຊົນເທົ່ານັ້ນ, ແຕ່ຍັງເປັນສະຖານທີ່ ດຶງດູດໃຈ ສຳລັບນັກທ່ອງທ່ຽວ ເພື່ອການ ທ່ຽວຊົມ ທິວທັດທຳມະຊາດອີກດ້ວຍ.

ບັນດາກິດຈະກຳດ້ານສະຖາປັດຕະຍະກຳທີ່ເປັນເອກະລັກ ແລະ ເຄັ່ງຂຶມ ຂອງ ວັດ ມິງແທ່ງ ເຊັ່ນ: ຫ້ອງໂຖງໃຫຍ່ ຂອງ ວັດມີ ລວງສູງ 16 ແມັດ, ເພດານເຮັດດ້ວຍໄມ້ Fokienia hodginsii  (ປະເພດໄມ້ ທີ່ມີຊື່ສຽງໂດ່ງດັງ ຢູ່ເຂດ ໄຕງວຽນ). ພິເສດ ບານປະຕູວັດ ເຮັດດ້ວຍ ໄມ້ Afzelia xylocarpa ໄດ້ຄວັດສະຫຼັກ ພາບ ໂນນ  ຕື໋ດ້າຍ ທຽນ ເວືອງ (ໄດ້ຖືເປັນ ຜູ້ຮັກສາໂລກ ຈັກກະວານ, ຖືກບູຊາ ຢູ່ຕາມ ວັດ) ຢ່າງປານີດ ແນບນຽນ. ດ້ວຍຄວາມສູງ 6 ແມັດ, ໜາ 6 ເຕິກ (ມາດ ຖານວັດແທກ ເທົ່າກັບ 1/10 ຂອງ ແມັດ ບູຮານ), ນີ້ຖືວ່າ ເປັນ ຊຸດ ບານປະຕູ ໃຫຍ່ທີສຸດ ຢູ່ ຫວຽດນາມ.



ພາບລວມທັງໝົດ ຂອງ ວັດ ມິງແທ່ງ ທີ່ນະຄອນ ໄປຼກູ ເບິ່ງແຕ່ມູມສູງ. 


ຕັ້ງຢູ່ເລກທີ 14 A ຖະໜົນ ຫງວຽນວ໋ຽດຊວນ, ບ້ານ ໂຮ້ຍຝູ໋, ຫ່າງຈາກໃຈກາງນະຄອນ ໄປຼກູ ປະມານ 2 ກິໂລແມັດ
ໄປທາງທິດ ຕາເວັນຕົກສ່ຽງໃຕ້, ວັດ ມິງແທ່ງ ເປັນກຸ່ມ ສະຖາປັດຕະຍະກຳ ພຸດທະສາສະໜາ ທີ່ກວ້າງໃຫຍ່. 



ຫ້ອງໂຖງໃຫຍ່ ໃນວັດ ມິງແທ່ງ. 


ເຈດີ ເກັບຮັກສາ ອັດຖິຂອງພະເຖລານຸເຖລະ (ເບື້ອງຊ້າຍ) ສູງ 70 ແມັດ ລວມ 9 ຊັ້ນ, ຈອມພະທາດແຫຼມສູງສຽບຟ້າ ຢ່າງເຄັ່ງຂຶມ.


ພາບໃກ້ຂອງເຈດີ ເກັບຮັກສາ ອັດຖິຂອງພະເຖລານຸເຖລະ ໃນວັດ ມິງແທ່ງ. 


ພິເສດ ບານປະຕູວັດ ເຮັດດ້ວຍ ໄມ້ Afzelia xylocarpa ໄດ້ຄວັດສະຫຼັກ ພາບໂນນ ຕື໋ດ້າຍທຽນເວືອງ  ຢ່າງປານີດ ແນບນຽນ.
ດ້ວຍຄວາມສູງ 6 ແມັດ, ໜາ 6 ເຕິກ, ນີ້ຖືວ່າ ເປັນ ຊຸດບານປະຕູໃຫຍ່ທີສຸດ ຢູ່ ຫວຽດນາມ.



ເດີ່ນຢູ່ທາງໃນຫ້ອງໂຖງໃຫຍ່ ຂອງວັດ ມິງແທ່ງ ແມ່ນບັນດາ ຮູບປັ້ນພະອໍລະຫັນດ້ວຍຫີນໃຫຍ່. 


ບັນດາຜົນການປະດິດແຕ່ງດ້ານສິລະປະຄວັດສະຫຼັກຮູບປັ້ນ ຢູ່ທີ່ນີ້ ແມ່ນອີງໃສ່ ພື້ນຖານຂອງປັດສະຍາມະຫາຍານ (tantrism).


ມັນມີສອງຄວາມໝາຍ ທາງວັນນະຄະດີ ແລະ ທິດສະດີ ປັດສະຍາ, ເກືອບທຸກສິ່ງຍອດຍິ່ງ ຂອງແນວຄິດ ແລະ ວັນນະຄະດີ
ພຸດທະສາສະໜາມະຫາຍານ(Vajrayana) ໄດ້ບັນຈຸຢູ່ໃນນີ້.



ວັດ ມິງແທ່ງ ໄດ້ນັກທ່ອງທ່ຽວຫຼາຍຄົນຮູ້ຈັກເຖິງ ເນື່ອງຈາກ ມີແບບການສະຖາປັດຕະຍະກຳ ຄ້າຍຄືກັນກັບ ຫໍບູຊາ ຫຼາຍແຫ່ງ
ຢູ່ ຍີ່ປຸ່ນ ກັບຮູບຈອມທາດ ຄົດໂຄ້ງທີ່ເປັນເອກະລັກ.

ປັດຈຸັບ, ວັດ ມິງແທ່ງໂດຍ ພະມະຫາອາຈານ ຖິກເຕີມມ໊ານ ເປັນເຈົ້າອະທິການວັດ. ພະມະຫາອາຈານ ເລີ່ມບວດ ແລະ ສຶກສາທຳມະ ເມື່ອອາຍຸ 6 ປີ. ພະມະຫາອາຈານ ຖິກເຕີມມ໊ານ ເຄີຍໄປສຶກສາຢູ່ ໄຕ້ຫວັນ ແລະ ເສັງຈົບໄດ້ທີໜຶ່ງ ຂັ້ນເໜືອມະຫາ ຂະແໜງວິຈິດສິນ ວິທະຍາ ດ້ານພຸດທະສາສະໜາ, ສະຖາປັດຕະຍະກຳ ວັດວາອາຮາມ ດ້ານພຸດທະສາສະໜາ, ສິລະປະດ້ານພຸດທະສາສະໜາ ຊຶ່ງເປັນ ນັກບວດອົງທຳອິດ ທີ່ຮຽນຈົບຂະແຫນງການນີ້. 

ສະຖາປັດຕະຍະກຳ ຂອງ ວັດ ແມ່ນລວມສູນສິ່ງຍອດຍິ່ງຂອງແນວ ຄິດ ແລະ ວັດທະນະທຳ ສາສະໜາພຸດ ມະຫາຍານ (Vajrayana) ຫ້ອງໂຖງໃຫຍ່ ມີສອງຊັ້ນ, ມີຊື່ວ່າ ດ້າຍຮຸ່ງບື໊ວດ້ຽນ ແລະ ດ້າຍບີ ດ້ຽນ. ຫ້ອງໂຖງໃຫຍ່ ໄດ້ຈັດວາງຕາມການອອກແບບງ່າຍໆ ຂອງ ມ້ານດ່າຢາ (mandala) (ໄດ້ຖືວ່າເປັນຮູບຈັກກະວານ ຫຍໍ້ສ່ວນ). ນັ້ນແມ່ນຮູບວົງມົນ, ເປັນສັນຍະລັກຂອງດອກບົວບານ. ຕາມທຳມະ ດາ, ມີສອງຊຸດມ້ານດ່າລາ ຊຶ່ງແຕ່ລະ ມ້ານດ່າລາ ຈະອີງ ໃສ່ຫົວ ຂໍ້ແນວຄິດຈຳນວນໜຶ່ງ ຂອງ ສາສະໜາພຸດມະຫາຍານ.

ຢູ່ທາງໃນຫ້ອງໂຖງໃຫຍ່ ມີພະພຸດທະຮູບ ຍາວ 6 ແມັດ, ສູງ 1,2 ແມັດ. ຮູບປັ້ນພະພຸດທະຮູບ ເຈົ້າແມ່ ພັນມືພັນຕາ 4 ອົງ ມີລວງສູງ 8 ແມັດ, ລວງຂວາງ 3,5 ແມັດ ໄດ້ປະດິດສະຖານ ຢູ່ 4 ມູມ ຂອງ ຫ້ອງໂຖງໃຫຍ່. ບັນດາພະພຸດທະຮູບນີ້ ໄດ້ ຮັບການ ປະດິດສະຖານພ້ອມກັບຮູບປັ້ນກວ່າ 3000 ອົງ. ພິເສດ ມີຮູບປັ້ນພະອໍລະຫັນ 18 ອົງ ຖືກ ເຮັດຈາກໄມ້ມີ້, ຮູບປັ້ນອົງໜຶ່ງ ມີ ລວງສູງ 1,3 ແມັດ, ໜັກເກືອບ 300 ກິໂລກຼາມ. ຮູບປັ້ນທຸກອົງນີ້ ລ້ວນແຕ່ໄດ້ທາສີເຫຼືອງ ຢ່າງປະສົມກົມກຽວ ແລະ ສວຍງາມ. 


ວັດໄດ້ຮັບການກໍ່ສ້າງແຕ່ປີ 1964 ດ້ວຍພະມະຫາອາຈານ ຖິກຢ໋າກດ້າວ, ລວມເນື້ອທີ່ປະມານ 20.000 ຕາຕະລາງແມັດ,
ເປັນສະຖານທີ່ສັກກະລະບູຊາ ຂອງສະສານິກະຊົນ ຢູ່ໃນທ້ອງຖິ່ນ.



ພະສົງທຳພິທີ ໃນຫ້ອງໂຖງໃຫຍ່.


ບັນດາຮູບປັ້ນພະອໍລະຫັນ ດ້ວຍຫີນຂາວ ຢູ່ໃນວັດ ມິງແທ່ງ. 


ລະຄັງລົມຢູ່ໃນວັດ ມິງແທ່ງ.


ເຖິງວ່າໄດ້ຜ່ານການປະຕິສັງຂອນຫຼາຍຄັ້ງກໍຕາມ ແຕ່ ວັດ ມິງແທ່ງ ຍັງຄົງຮັກສາໄວ້ໄດ້ ຄວາມສວຍງາມ ແລະ ເກົ່າແກ່
ຊຶ່ງສ້າງແຮງຈູງໃຈສຳລັບ ນັກທ່ອງທ່ຽວ ເປັນຈຳນວນ ຫຼວງຫຼາຍ.



ຢູ່ທາງນອກຂອບເຂດບໍລິເວນວັດ ໄດ້ປະດັບປະດາ ຮູບພາບ ໜອງນຳ້, ຕົ້ນໄມ້ຂະໜາດນ້ອຍຢ່າງປະສານກົມກຽວ. 

ຕໍ່ໜ້າຫ້ອງໂຖງໃຫຍ່ ຢູ່ສອງເບື້ອງ ຂວາ, ຊ້າຍ ມີທາດສອງໜ່ວຍ ແມ່ນ ຫໍລະຄັງ ແລະ ຫໍໂຕ໊ຄາຍເຊີນ. ຕໍ່ໜ້າເດີ່ນວັດແມ່ນ ຮູບປັ້ນ ອາຢີດາ(Vajrayana) ດ້ວຍຫີນ, ສູງ 7,5 ແມັດ, ໜັກ 40 ໂຕນ ຊຶ່ງ ໄດ້ປະດິດສະຖານ ຢູ່ກາງໜອງ ລຽນຈີ່ ກັບດອກບົວບານ ຕະຫຼອດ ປີ. ຢູ່ຕໍ່ໜ້າໜອງ ລຽນຈີ່ ແມ່ນໂຖປັກທູບ ດ້ວຍທອງ ມີລວງ ສູງ 4 ແມັດ, ໜັກກວ່າ 4 ໂຕນ ຊຶ່ງຖືວ່າ ເປັນໂຖປັກທູບ ດ້ວຍທອງ ໃຫຍ່ທີສຸດ ຫວຽດນາມ. ຢູ່ທາງເບື້ອງຊ້າຍວັດ ແມ່ນເຈດີ ເກັບຮັກສາ ອັດຖິຂອງພະເຖລານຸເຖລະ ສູງ 70 ແມັດ ລວມ 9 ຊັ້ນ, ຈອມພະທາດເຈດີແຫຼມສູງສຽບຟ້າ ຢ່າງເຄັ່ງຂຶມ.

ບັນດາຜົນການປະດິດແຕ່ງດ້ານສິລະປະຄວັດສະຫຼັກຮູບປັ້ນ ຢູ່ທີ່ນີ້ ແມ່ນອີງໃສ່ ພື້ນຖານຂອງປັດສະຍາ ມະຫາຍານ (tantrism). ມັນ ມີສອງຄວາມໝາຍ ທາງວັນນະຄະດີ ແລະ ທິດສະດີປັດສະຍາ, ເກືອບທຸກສິ່ງຍອດຍິ່ງ ຂອງແນວຄິດ ແລະ ວັນນະຄະດີ ພຸດທະສາສະໜາ ມະຫາຍານ(Vajrayana) ໄດ້ບັນຈຸຢູ່ໃນນີ້.

ຢູ່ທາງນອກຂອບເຂດບໍລິເວນວັດ ໄດ້ປະດັບປະດາ ຮູບພາບ ໜອງ ນຳ້, ຕົ້ນໄມ້ຂະໜາດນ້ອຍ ຊຶ່ງສ້າງເປັນ ທິວທັດທຳມະຊາດ ທີ່ ສົດໃສ, ເຢັນດີ ແລະ ມີຄວາມປະສານກົມກຽວກັນ ໃນລະຫວ່າງ ບັນຍາກາດທີ່ເຄັ່ງຂຶມ ຂອງຫຼັງວັດ. ມາຍັງວັດ ມິງແທ່ງ, ສາສະນິກະຊົນ ກໍຄື ນັກທ່ອງທ່ຽວ ຈະມີຄວາມຮູ້ສຶກ ຜ່ອນຄາຍອາລົມ, ປະໄວ້ຄວາມ ຫ່ວງໃຍທຸກຢ່າງຢູ່ຂ້າງຫຼັງ ເພື່ອເຈືອຈານເຂົ້າກັບທຳມະຊາດ ແລະ ຍ່ານເວຫາສະຫງົບງຽບ ຢູ່ທີ່ນີ້. 

 
ບົດ ແລະ ພາບ: ກົງດາດ

ວັງ ກ໋ຽນຈຸງ ທີ່ງົດງາມ

ວັງ ກ໋ຽນຈຸງ ທີ່ງົດງາມ

ພາຍຫຼັງ 70 ປີແຫ່ງການຄົງຕົວໃນ ຊາກສະຫຼັກຫັກພັງ, ໃນລະດູບານ ໃໝ່ ປີ 2024, ວັງ ກ໋ຽນຈູງ, ໜຶ່ງໃນ 5 ກິດຈະການ ສະຖາປັດຕະຍະ ກຳ ຂະໜາດໃຫຍ່ ທີ່ຕັ້ງ ຢູ່ເທິງແກນ ຊິນໂຕ (Shinto) ໃນ ຕື໊ເກີ໋ມ ແທ່ງ (ພາຍໃນ ວັງຕ້ອງຫ້າມ) ເຫວ້ ໄດ້ ກັບຄືນມາ ວາດຊົງທີ່ໃຫຍ່ໂຕ ແລະ ສວຍງົດງາມ ຄືໃນສະໄໝກ່ອນ ເພື່ອສືບຕໍ່ເລົ່າເລື່ອງທີ່ໜ້າສົນ ໃຈ ກ່ຽວກັບຊີວິດຢູ່ ວັງໃນ ສະໄໝ ລາຊະວົງ ຫງວຽນ ແລະ ບັນດາ ເຫດການ ທີ່ເປັນຂີດໝາຍ ປະຫວັດສາດ ຂອງປະເທດ.

Top