ວັນທີ 28 ຕຸລາ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ທ່ານນາງ ໂງເຟືອງລີ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກ ຮ່າໂນ້ຍ ໄປຢ້ຽມຢາມ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ຢ່າງເປັນທາງການ. ການຢ້ຽມຢາມດຳເນີນແຕ່ວັນທີ 28 – 30 ຕຸລາ.
ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ທ່ານນາງ ໂງເຟືອງລີ ພັນລະຍາ
ໂດຍໄດ້ຮັບຄຳເຊື້ອເຊີນຈາກ ທ່ານ Keir Starmer ນາຍົກລັດຖະມົນຕີແຫ່ງ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ, ວັນທີ 28 ຕຸລາ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ທ່ານນາງ ໂງເຟືອງລີ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກ ຮ່າໂນ້ຍ ໄປຢ້ຽມຢາມ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ຢ່າງເປັນທາງການ. ການຢ້ຽມຢາມດຳເນີນແຕ່ວັນທີ 28 – 30 ຕຸລາ.
ຫວຽດນາມ ແລະ ລາຊະອານາຈັກ ອັງກິດ ໄດ້ສ້າງສາຍພົວພັນທາງການທູດ ເມື່ອວັນທີ 11 ກັນຍາ 1973 ແລະ ອັງກິດ ແມ່ນໜຶ່ງໃນບັນດາປະເທດຝ່າຍຕາເວັນຕົກທຳອິດ ທີ່ສ້າງຕັ້ງສາຍພົວພັນທາງການທູດກັບ ຫວຽດນາມ. ໃນຕະຫຼອດເຄິ່ງສະຕະວັດທີ່ຜ່ານມາ, ໄມຕີຈິດມິດຕະພາບ ແລະ ຄວາມຜູກພັນລະຫວ່າງປະຊາຊົນສອງປະເທດໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ. ພິເສດ, ການຢ້ຽມຢາມລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອຂອງ ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ຄັ້ງນີ້ ໄດ້ດຳເນີນກົງກັບໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ລາຊະອານາຈັກອັງກິດ ແລະ ອຽກລັງເໜືອ (2010 – 2025) ຄົບຮອບ 15 ປີ, ແມ່ນຂີດໝາຍສຳຄັນເພື່ອໃຫ້ສອງປະເທດຫວນຄືນການຮ່ວມມືໃນໄລຍະຜ່ານມາ, ຕີລາຄາບັນດາຜົນງານທີ່ພົ້ນເດັ່ນ, ພ້ອມທັງວາງອອກວິໄສທັດ ແລະ ກຳນົດທິດພັດທະນາໃໝ່ໃຫ້ແກ່ການພົວພັນສອງຝ່າຍໃນໄລຍະຈະມາເຖິງ.
(ແຫຼ່ງຄັດຈາກ VOV)