• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ​ຫວຽດ​ນາມ ໃຫ້​ການ​ຕ້ອນ​ຮັບ​ທ່ານ Samuel Paparo ຜູ້​ບັນ​ຊາ​ການກອງ​ບັນ​ຊາ​ການພາກ​ພື້ນ​ປາ​ຊີ​ຟິກ ອາ​ເມ​ລິ​ກາ

ຕອນ​ບ່າຍ​ວັນ​ທີ 5 ສິງ​ຫາ, ຢູ່​ຮ່າ​ໂນ້ຍ, ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ​ຫວຽດ​ນາມ ໄດ້​ຕ້ອນ​ຮັບ​ທ່ານພົນ​ເຮືອ​ເອກ Samuel Paparo ຜູ້​ບັນ​ຊາ​​ມານກອງ​ບັນ​ຊາ​ການພາກ​ພື້ນ​ປາ​ຊີ​ຟິກ ອາ​ເມ​ລິ​ກາ (USPACOM).
  ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ​ຫວຽດ​ນາມ ແລະ ທ່ານ Samuel Paparo ຜູ້​ບັນ​ຊາ​ການກອງ​ບັນ​ຊາ​ການພາກ​ພື້ນ​ປາ​ຊີ​ຟິກ ອາ​ເມ​ລິ​ກາ (ພາບ: VNA)  

ທີ່​ການ​ຕ້​ອນ​ຮັບ, ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ສະ​ເໜີ​ສອງ​ຝ່າຍ​ຊຸກ​ຍູ້​ການ​ຮ່ວມ​ມື​ໂດຍຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ກ່ຽວ​ກັບ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ເນັ້ນ​ໜັກ​ເຖິງ​ການ​ບັນ​ລຸ​ໄດ້​ບາດ​ກ້າວ​ບຸກ​ທະ​ລຸ​ໃນ​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ​ແຫ່ງ​ຊາດ ແມ່ນ​ບຸ​ລິ​ມະ​ສິດ​ຂອງ ຫວຽດ​ນາມ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ເຕີບ​ໂຕ; ເພີ່ມ​ທະ​ວີ​ບັນ​ດາ​ໂຄງ​ການ​ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ກວດ​ຢັ້ງ​ຢືນ ແລະ ສະ​ໜອງສຳ​ເນົາ​ເອ​ກະ​ສານ, ວັດ​ຖຸ​ພັນ, ເພື່ອ​ແນ​ໃສ່​ຍູ້​ໄວ​ວິ​ວັດ​ການ​ຄົ້ນ​ຫາ, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່ ແລະ ນາມ​ສະ​ກຸນ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ຫວຽດ​ນາມ.

ສ່ວນ​ທ່ານ ພົນ​ເຮືອ​ເອກ Samuel Paparo ກໍ່ເຫັນ​ດີ​ເປັນ​ເອ​ກະ​ພາບ​ກ່ຽວ​ກັບ​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ການ​ພົວ​ພັນ​ສອງ​ປະ​ເທດ ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນ​ຍາ ກອງ​ບັນ​ຊາ​ການ​ພາກ​ພື້ນ​ປາ​ຊີ​ຟິກ ຈະ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ກັບ ຫວຽດ​ນາມ ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ຜັນ​ຂະ​ຫຍາຍ​ ບັນ​ດາ​ໂຄງ​ການ​ຮ່ວ​ມມືມະ​ນຸດ​ສະ​ທຳ, ກູ້​ຊ່ວຍ​ວິ​ນາດ​ຕະ​ກຳ, ​ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ປະ​ຕິ​ບັດ​ກົດ​ໝາຍ​ທາງ​ທະ​ເລຢ່າງ​ມີ​ປະ​ສິ​ດ​ທິ​ຜົນ; ໜູນ​ຊ່ວຍ ຫວຽດ​ນາມ​ແກ້​ໄຂ​ຜົນ​ຕາມ​ມາ​ຈາກ​ສົງ​ຄາມ, ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ບັ້ນ 500 ວັນ​ແລ​ະ ຄື​ນ​ຄົ້ນ​ຫາ, ທ້ອນ​ໂຮມ, ຢັ້ງ​ຢືນ​ຊື່ ແລະ ນາມ​ສະ​ກຸນອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ຫວຽດ​ນາມ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ເລມິນຮຶງ: ຮັບປະກັນຄວາມໝັ້ນຄົງທາງໄຊເບີ ຕ້ອງຕິດພັນລະຫວ່າງ ປົກປ້ອງລະບົບ ແລະ ປົກປ້ອງມະນຸດ

ທ່ານນາຍົກລັດຖະມົນຕີ ເລມິນຮຶງ: ຮັບປະກັນຄວາມໝັ້ນຄົງທາງໄຊເບີ ຕ້ອງຕິດພັນລະຫວ່າງ “ປົກປ້ອງລະບົບ” ແລະ “ປົກປ້ອງມະນຸດ”

ທ່ານນາຍົກລັດຖະມົນຕີໄດ້ໃສ່ໃຈວ່າ ບໍ່ໃຫ້ທັງລະບົບບໍ່ປະໝາດຢ່າງເດັດຂາດ ເມື່ອບາງເທື່ອຄວາມໄວໃນການຮັບປະກັນຄວາມໝັ້ນຄົງທາງໄຊເບີຍັງບໍ່ໄປທັນກັບທ່າພັດທະນາຂອງການຫັນເປັນດີຈີຕອນ.

Top