• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: “ພວກເຮົາ ພ້ອມ​ກັນສ້າງໂລກແຫ່ງສັນຕິພາບ, ສະ​ຖຽນ​ລະ​ພາບ ແລະ ມີການພັດທະນາແບບຍືນຍົງ”

ພາຍຫຼັງສັງ​ກາດປະກາດເອກະລາດ, ທ້ອນໂຮມປະ​ເທດຊາດເປັນເອກະພາບ ແລະ ສັງ​ກາດ ປ່ຽນແປງໃໝ່, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມໄດ້ສ້າງ​ຂີດ​ໝາຍປະເທດຊາດກ້າວເຂົ້າສູ່ສັງ​ກາດການພັດທະນາໃໝ່ – ມຸ່ງໄປຫາ ການສ້າງສາ ປະເທດ ຫວຽດນາມ ທີ່ຮັ່ງ​ມີ, ເຂັ້ມແຂງ ແລະ ວັດ​ທະ​ນາ​ກາ​ວອນຢ່າງ​ເປັນ​ທາງ​ການ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ກ່​ວາ​ສູນ​ທອນ​ພົດ ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ ຄົບ​ຮອບ 81 ປີ​ວັນ​ຊາດ ສ​ສ.ຫວຽດ​ນາມ (ພາບ: VNA)

ນີ້ແມ່ນສານຂອງທ່ານເລຂາທິການໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມມ​ູ​ນິດ ຫວຽດ​ນາມ, ປະທານປະເທດ ຫວຽດ​ນາມ ໂຕເລິມຢູ່ພິທີສະເຫຼີມສະຫຼອງຄົບຮອບ 81 ປີ ວັນຊາດສາທາລະນະລັດສັງຄົມນິຍົມ ຫວຽດນາມ (2/9/1945 - 2/9/2026), ທີ່ດຳເນີນ ໃນຕອນຄ່ຳ ວັນ​ທີ 28 ສິງ​ຫາ ຢູ່ໂຮງລະ​ຄອນ ໂຮ່ເກືອມ, ຮ່າໂນ້ຍ.

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ເນັ້ນໜັກວ່າ ພາຍຫຼັງສັງ​ກາດປະກາດເອກະລາດ, ທ້ອນໂຮມປະ​ເທດຊາດເປັນເອກະພາບ ແລະ ສັງ​ກາດປ່ຽນແປງໃໝ່, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມໄດ້ສ້າງ​ຂີດ​ໝາຍປະເທດຊາດກ້າວເຂົ້າສູ່ສັງ​ກາດການພັດທະນາໃໝ່ – ມຸ່ງໄປຫາການສ້າງສາ ປະເທດ ຫວຽດນາມທີ່ຮັ່ງ​ມີ, ເຂັ້ມແຂງ ແລະ ວັດ​ທະ​ນາ​ກາ​ວອນຢ່າງ​ເປັນ​ທາງ​ການ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕ​ເລິມ ໃຫ້ຮູ້ຢ່າງຈະແຈ້ງວ່າ:

“ພວກເຮົາຕ້ອງພ້ອມກັນແກ້ໄຂບັນດາສິ່ງທ້າທາຍໃນທົ່ວໂລກ ແລະ ນຳເອົາ ການປະຕິວັດວິທະຍາສາດ - ເຕັກໂນໂລຊີ ໃຫ້ກາຍເປັນພາຫະນະຮັບໃຊ້ໃຫ້ແຫ່ງ​ການພັດທະນາ ຂອງມວນມະນຸດຢ່າງ​ຕັ້ງ​ໜ້າ. “ພ້ອມກັນ” - ພວກເຮົາຈະຜ່ານຜ່າ ທຸກໆ ສິ່ງທ້າທາຍ; “ພ້ອມກັນ” - ພວກເຮົາຈະສາມາດສ້າງໂລກແຫ່ງສັນຕິພາບ, ສະ​ຖຽນ​ລະ​ພາບ ແລະ ມີການພັດທະນາແບບຍືນຍົງ. ຫວຽດນາມພ້ອມທີ່ຈະເປັນຂົວຕໍ່ ໃຫ້ການຮ່ວມມື ແລະ ການໂອ້​ລົມ​ສົນ​ທະ​ນາ, ພ້ອມທີ່ຈະເຂົ້າຮ່ວມວຽກງານແກ້ໄຂບັນດາບັນຫາ ລວມຂອງ ປະ​ຊາ​ຄົມສາກົນ, ສະໜັບສະໜູນລະບົບຫຼາຍຝ່າຍແຫ່ງ​ຄວາມຍຸ​ຕິ​ທຳ ແລະ ມີສະເໝີພາບໂດຍສະຫະປະຊາຊາດເປັນໃຈກາງ.”

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍ​າມ​ໃດ​ກໍ່​ໃຫ້​ບຸ​ລິ​ມະ​ສິດ​ສູງ​ສຸດ​ແກ່​ການ​ເພີ່ມ​ພູ​ນ​ຄູນ​ສ້າງ ແລະ ພັດ​ທະ​ນາ​ສາຍ​ພົວ​ພັນ ຫວຽດ​ນາມ - ລາວ

ຫວຽດ​ນາມ ຍ​າມ​ໃດ​ກໍ່​ໃຫ້​ບຸ​ລິ​ມະ​ສິດ​ສູງ​ສຸດ​ແກ່​ການ​ເພີ່ມ​ພູ​ນ​ຄູນ​ສ້າງ ແລະ ພັດ​ທະ​ນາ​ສາຍ​ພົວ​ພັນ ຫວຽດ​ນາມ - ລາວ

ນາຍົກລັດຖະມົນຕີຫວຽດນາມ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການການພົວພັນທາງດ້ານການເມືອງ - ການຕ່າງປະເທດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສອງ​ປະ​ເທດ​ທີ່ ສືບຕໍ່ໄດ້ຮັບການຮັກສາ ແລະ ຄວາມໄວ້ເນື້ອເຊື່ອໃຈສູງ

Top