• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຕ້ອນຮັບປະທານສະພາແຫ່ງຊາດ ລາວ

ວັນທີ 04 ພະຈິກ, ຢູ່ ຮ່າໂນ້ຍ ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ຕ້ອນຮັບທ່ານ ສອນໄຊ ສີພັນດອນ, ປະທານສະພາແຫ່ງຊາດ ລາວ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ລາວ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
  ທີ່ການຕ້ອນຮັບ (ພາບ: VNA)  

ທີ່​ການ​ຕ້ອນ​ຮັບ, ທ່ານ ໂຕເລີມ ຢືນຢັນວ່າ ຍາມ​ໃດ ຫວຽດນາມ ກໍ່​ຖື​ເປັນ​ສຳຄັນ ແລະ ໃຫ້ບຸ​ລິ​ມະ​ສິດ​ແຖວ​ໜ້າຕໍ່ການ​ປັບ​ປຸງ, ພັດທະນາສາຍ​ພົວ​ພັນ​ກັບ ລາວ. ໂດຍເນັ້ນໜັກເຖິງຄວາມຮຽກ​ຮ້ອງຍົກສູງປະສິດທິຜົນການຮ່ວມມື​ໃນ​ໄລ​ຍະ​ໃໝ່, ທ່ານໂຕເລີມ ໄດ້ສະເໜີໃຫ້ສອງຝ່າຍຫັບ​ເປັນຮູບ​ປະ​ທຳ​ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງຂັ້ນສູງໃຫ້ມີປະສິດທິຜົນ; ​ຊຸກ​ຍູ້ການຮ່ວມມື​ດ້ານ​ເສດ​ຖະ​ກິດ, ການຄ້າ, ການລົງທຶນຜ່ານບັນດາ​ລາຍການ, ໂຄງການລະ​ອ​ຽ​ດ. ກ່ຽວກັບ​ການ​ຮ່ວມ​ມື​ລັດຖະສະພາ, ທັງສອງຝ່າຍ​ຕ້ອງເພີ່ມທະວີການແລກປ່ຽນ​ບົດ​ຮຽນໃນການ​ສ້າງກົດໝາຍ, ​ປັບ​ປຸງ​ຕິ​ນິ​ກຳໃຫ້ສົມບູນແບບ, ຊຸກ​ຍູ້​ບັນ​ດາໂຄງການ​ຈຸດ​ສຸມ, ​ສົມ​ທົບ​ກັນຈັດປີ​ສາ​ມັກ​ຄີມິດ​ຕະ​ພາບ ຫວຽດນາມ - ລາວ 2027 ໃຫ້ເປ​ັນ​ຢ່າງ​ດີ.

ສ່ວນທ່ານປະທານສະພາແຫ່ງຊາດ ລາວ ຢືນຢັນວ່າ ຈະຊີ້ນຳໃຫ້ບັນດາອົງການ​ຂອງ​ສະ​ພາ​ແຫ່ງ​ຊາດ ລາວ ສົມ​ທົບກັນ​ ຜັນ​ຂະ​ຫຍາຍ​ບັນ​ດາຂໍ້ຕົກລົງ​ລະ​ຫວ່າງ​ສອງ​ພັກ ແລະ ສອງລັດໃຫ້ມີປະສິດທິຜົນ, ປະກອບສ່ວນ​ນຳ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ພັດ​ທະ​ນາ​​ແບບ​ຍືນ​ຍົງ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ເລມິງຮຶງ: ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ເດັດດ່ຽວເພີ່ມລະດັບເຕີບໂຕໃຫ້ບັນລຸສອງຕົວເລກ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ: ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ເດັດດ່ຽວເພີ່ມລະດັບເຕີບໂຕໃຫ້ບັນລຸສອງຕົວເລກ

ລັດຖະບານຈະຕັດສິນໃຈປະຕິບັດບັນດາມາດຕະການເພື່ອຢືດໝັ້ນເປົ້າໝາຍແມ່ນຄວບຄຸມໄພເງິນເຟີ້ ແລະ ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ.

Top