ວັນທີ 04 ພະຈິກ, ຢູ່ ຮ່າໂນ້ຍ ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ຕ້ອນຮັບທ່ານ ສອນໄຊ ສີພັນດອນ, ປະທານສະພາແຫ່ງຊາດ ລາວ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ລາວ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
ທີ່ການຕ້ອນຮັບ, ທ່ານ ໂຕເລີມ ຢືນຢັນວ່າ ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດແຖວໜ້າຕໍ່ການປັບປຸງ, ພັດທະນາສາຍພົວພັນກັບ ລາວ. ໂດຍເນັ້ນໜັກເຖິງຄວາມຮຽກຮ້ອງຍົກສູງປະສິດທິຜົນການຮ່ວມມືໃນໄລຍະໃໝ່, ທ່ານໂຕເລີມ ໄດ້ສະເໜີໃຫ້ສອງຝ່າຍຫັບເປັນຮູບປະທຳ ແລະ ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງໃຫ້ມີປະສິດທິຜົນ; ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນຜ່ານບັນດາລາຍການ, ໂຄງການລະອຽດ. ກ່ຽວກັບການຮ່ວມມືລັດຖະສະພາ, ທັງສອງຝ່າຍຕ້ອງເພີ່ມທະວີການແລກປ່ຽນບົດຮຽນໃນການສ້າງກົດໝາຍ, ປັບປຸງຕິນິກຳໃຫ້ສົມບູນແບບ, ຊຸກຍູ້ບັນດາໂຄງການຈຸດສຸມ, ສົມທົບກັນຈັດປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2027 ໃຫ້ເປັນຢ່າງດີ.
ສ່ວນທ່ານປະທານສະພາແຫ່ງຊາດ ລາວ ຢືນຢັນວ່າ ຈະຊີ້ນຳໃຫ້ບັນດາອົງການຂອງສະພາແຫ່ງຊາດ ລາວ ສົມທົບກັນ ຜັນຂະຫຍາຍບັນດາຂໍ້ຕົກລົງລະຫວ່າງສອງພັກ ແລະ ສອງລັດໃຫ້ມີປະສິດທິຜົນ, ປະກອບສ່ວນນຳການພົວພັນລະຫວ່າງສອງປະເທດໃຫ້ພັດທະນາແບບຍືນຍົງ.