• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ

ການຢ້ຽມຢາມແມ່ນເພື່ອແນໃສ່ຜັນຂະຫຍາຍແຜນນະໂຍບາຍຢືນຢັນຄືນໃໝ່ ແລະ ຍົກລະດັບການພົວພັນຮ່ວມມື ເຊິ່ງການນຳຂັ້ນສູງ 2 ຝ່າຍໄດ້ເປັນເອກະພາບ
  ທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ (ພາບ​ປະ​ກອບ: qdnd.vn/)  

ວັນ​ທີ 20 ພຶດ​ສະ​ພາ, ທ່ານ​ພົນ​ເອກ ຟານ​ວັນ​ຢາງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ໄດ້ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄປ​ຢ້ຽມ​ຢາມ​ສະ​ຫະ​ພັນ ລັດ​ເຊຍ ຢ່າງ​ເປັນ​ທາງ​ການ, ເປັນ​ປະ​ທານ​ຮ່ວມ​ວາ​ລະ​ປະ​ຊຸມ​ປຶກ​ສາ​ຫາ​ລືທາບ​ທາມ​ຄຳ​ເຫັນ​ຄັ້ງ​ທີ 2 ໃນ​ຂົງ​ເຂດ​ທະ​ເລ.

ການ​ຢ້ຽມ​ຢາມ​ແມ່ນ​ເພື່ອ​ແນ​ໃສ່​ຜັນ​ຂະ​ຫຍາຍ​ແຜນນ​ະ​ໂຍ​ບາຍ​​ຢືນ​ຢັນ​ຄືນ​ໃໝ່ ແລະ ຍົກ​ລະ​ດັບ​ການ​ພົວ​ພັນ​ຮ່ວມ​ມື ເຊິ່ງ​ການ​ນຳຂັ້ນ​ສູງ 2 ຝ່າຍ​ໄດ້​ເປັນ​ເອ​ກະ​ພາບ, ພ້ອມ​ກັນ​ນັ້ນ, ກໍ່ເຮັດ​ໃຫ້​ການ​ພົວ​ພັນ​ດ້ານ​ປ້ອງ​ກັນ​ຊາດ, ການ​ຮ່ວມ​ມື​ດ້ານ​ເຕັກ​ນິກ​ການ​ທະ​ຫານ 2 ຝ່າຍ​​ເລິກ​ເຊິ່ງກວ່າ. ຜ່ານນັ້ນ, ກໍ່ປະ​ກອບ​ສ່ວນ​​ເຂົ້າ​ໃນ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດຮອບ​ດ້ານ​ລະ​ຫວ່າງ 2 ປະ​ເທດ ຫວຽດ​ນາມ - ສະ​ຫະ​ພັນ​ ລັດ​ເຊຍ.

(ແຫຼ່ງຄັດຈາກ VOV)

ເປັນ​ຄັ້ງ​ທຳ​ອິດ ອາ​ເມ​ລິ​ກາ ແລະ ອາ​ຊຽນ ຈັດ​ກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ​ກ່ຽວ​ກັບ AI

ເປັນ​ຄັ້ງ​ທຳ​ອິດ ອາ​ເມ​ລິ​ກາ ແລະ ອາ​ຊຽນ ຈັດ​ກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ​ກ່ຽວ​ກັບ AI

ບັນ​ດາ​ລັດ​ຖະ​ມົນ​ຕີ ແລະ ການ​ນຳ​ວິ​ສາ​ຫະ​ກິດ​ໄດ້​ກຳ​ນົດ​ວ່າ​ກາ​ລະ​ໂອ​ກາດ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ການ​ພັດ​ທະ​ນາ ແລະ ຄຸ້ມ​ຄອງ AI, ໃນ​ນັ້ນ​ມີ​ວິ​ທີ​ການ​ໂຄງ​ການ​ສົ່ງ​ອອກ AI ຂອງ​ອາ​ເມ​ລິ​ກາ ອາດ​ສາ​ມາດ​ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ໃນ​ການ​ສ້າງ​ນະ​ໂຍ​ບາຍ AI.

Top