ວັນທີ 19 ສິງຫາ, ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ສະພາບການກັບ ອີຣານ “ພວມດີງາມທີ່ສຸດ”, ໃນສະພາບທີ່ 2 ຝ່າຍພວມຢຸດຕິບັນດາການເຈລະຈາຊົ່ວຄາວ ແລະ ຊ່ອງແຄບທະເລ Hormuz ສືບຕໍ່ແມ່ນຈຸດຮ້ອນເຮັ່ງໃນການປະທະກັນ.
ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານປະທານາທິບໍດີ Donald Trump ໄດ້ປີດກ່ຽວກັບກໍລະນີດຳເນີນບັນດາການເຈລະຈາກັບ ອີຣານ ທີ່ອາດຈະໄດ້ເຊື່ອມຕໍ່ “ໃນຈຸດເວລາໃດໜຶ່ງ”. ທ່ານກໍ່ຢ້ຳຄືນຄຳຖະແຫຼງທີ່ວ່າ ອາເມລິກາ ພວມຄວບຄຸມຊ່ອງແຄບທະເລ Hormuz ທັງໝົດ ໂດຍບໍ່ຫົວຊາຕໍ່ເລື່ອງ ອີຣານ ປະຕິເສດຄຳຖະແຫຼງນີ້ ແລະ ຢືນຢັນວ່າ ອາເມລິກາ ຈຶ່ງແມ່ນຝ່າຍຄວບຄຸມຊ່ອງແຄບທະເລໃນຕົວຈິງ.
ໃນຕອນຄ່ຳວັນດຽວກັນ, ທ່ານປະທານາທິບໍດີ Donald Trump ໄດ້ຂຽນໃນສື່ສັງຄົມ Truth Social ໂດຍຖະແຫຼງວ່າ ອາເມລິກາ ຈະຜັນຂະຫຍາຍບັ້ນເສດຖະກິດທໍລະຫົດທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນແນໃສ່ ອີຣານ ແລະ ກໍ່ກ່າວເຕືອນວ່າ ຈະແນໃສ່ບໍ່ວ່າປະເທດໃດທີ່ໜູນຊ່ວຍໃຫ້ແກ່ພື້ນຖານເສດຖະກິດ ອີຣານ. ສິ່ງດັ່ງກ່າວເປັນການສະແດງໃຫ້ເຫັນວ່າ ທ່ານປະທານາທິບໍດີ ອາເມລິກາ ພວມຫັນຈຸດສຸມຈາກບັນດາການນາບຂູ່ດ້ານການທະຫານໄປສູ່ການກໍ່ຄວາມກົດດັນດ້ານເສດຖະກິດ.
(ແຫຼ່ງຄັດຈາກ VOV)