ຂ່າວສານ

ທ່ານປະທານາທິບໍດີ ອາເມລິກາ ຍັງເປີດກໍລະນີເຊື່ອມຕໍ່ດຳເນີນການເຈລະຈາກັບ ອີຣານ

ວັນທີ 19 ສິງຫາ, ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ສະພາບການກັບ ອີຣານ “ພວມດີງາມທີ່ສຸດ”, ໃນສະພາບທີ່ 2 ຝ່າຍພວມຢຸດຕິບັນດາການເຈລະຈາຊົ່ວຄາວ ແລະ ຊ່ອງແຄບທະເລ Hormuz ສືບຕໍ່ແມ່ນຈຸດຮ້ອນເຮັ່ງໃນການປະທະກັນ.
(ພາບ​ປະ​ກອບ: ຊິນຮົວ/VNA)

ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ທ່ານປະ​ທາ​ນາ​ທິ​ບໍ​ດີ Donald Trump ໄດ້​ປີດ​ກ່ຽວ​ກັບກ​ໍ​ລະ​ນີ​ດຳ​ເນີນ​ບັນ​ດາ​ການ​ເຈ​ລະ​ຈາ​ກັບ ອີ​ຣານ ທີ່​ອາດ​ຈະ​ໄດ້​ເຊື່ອມ​ຕໍ່ “ໃນ​ຈຸດ​ເວ​ລາ​ໃດ​ໜຶ່ງ”. ທ່ານກໍ່​ຢ້ຳ​ຄືນ​ຄຳ​ຖະ​ແຫຼງ​ທີ່​ວ່າ ອາ​ເມ​ລິ​ກາ ພວມ​ຄວບ​ຄຸມ​ຊ່ອງ​ແຄບ​ທະ​ເລ​ Hormuz ທັງ​ໝົດ ໂດຍບໍ່​ຫົວ​ຊາ​ຕໍ່​ເລື່ອງ ອີ​ຣານ ປະ​ຕິ​ເສດ​ຄຳ​ຖະ​ແຫຼງ​ນີ້ ແລະ ຢືນ​ຢັນ​ວ່າ ອາ​ເມ​ລິ​ກາ ຈ​ຶ່ງ​ແມ່ນ​ຝ່າຍ​ຄວບ​ຄຸມ​ຊ່ອງ​ແຄບ​ທະ​ເລ​ໃນ​ຕົວ​ຈິງ.

ໃນ​ຕອນ​ຄ່ຳ​ວັນ​ດຽວ​ກັນ, ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ​ໄດ້​ຂຽນ​ໃນ​ສື່​ສັງ​ຄົມ Truth Social ໂດຍຖະ​ແຫຼງ​​ວ່າ ອາ​ເມ​ລິ​ກາ ຈະຜັນ​ຂະ​ຫຍາຍບັ້ນ​ເສດ​ຖະ​ກິດ​​ທ​ໍ​ລະຫົດ​ທີ່​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະ​ຈຸ​ບັນແນ​ໃສ່ ອີ​ຣານ ແລະ ກໍ່​ກ່າວ​ເຕືອນ​ວ່າ ຈະ​ແນ​ໃສ່​ບໍ່​ວ່າ​ປະ​ເທດ​ໃດ​ທີ່​ໜູນ​ຊ່ວຍ​ໃຫ້​ແກ່​ພື້ນ​ຖານ​ເສດ​ຖະ​ກິດ ອີ​ຣານ. ສິ່ງ​ດັ່ງ​ກ່າວ​ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ວ່າ​ ທ່ານປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ພວມ​ຫັນ​ຈຸດ​ສຸມ​ຈາກ​ບັນ​ດາ​ກາ​ນ​ນາບ​ຂູ່​ດ້ານ​ກາ​ນ​ທະ​ຫານ​ໄປ​ສູ່​ການກໍ່​ຄວາມ​ກົດ​ດັນ​ດ້ານ​ເສ​ດ​ຖະ​ກິດ.


top