ໃນຂອບເຂດການຢ້ຽມຢາມ ມົງໂກນ ຢ່າງເປັນທາງການ, ຕອນບ່າຍວັນທີ 09 ກັນຍາ (ຕາມເວລາທ້ອງຖິ່ນ), ທີ່ນະຄອນຫຼວງ Ulan Bator, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ແລະ ພັນລະຍາ ໄດ້ໄປຢ້ຽມຢາມໂຮງຮຽນລະຫວ່າງຊັ້ນເລກທີ 14 ໃສ່ຊື່ປະທານໂຮ່ຈິມິນ. ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ວາງພວງມາລາຢູ່ເຂດອະນຸສາວະລີປະທານ ໂຮ່ຈິມິນ ແລະ ຢ້ຽມຊົມຫ້ອງມູນເຊື້ອ ປະທານ ໂຮ່ຈິມິນ ພາຍໃນບໍລິເວນໂຮງຮຽນ.
ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຫວັງວ່າ ບັນດາຄູອາຈານຈະສືບຕໍ່ຮໍ່າຮຽນ, ຝຶກຝົນຄຸນສົມບັດ ແລະ ຍົກສູງລະດັບສະວິຊາສະເພາະຢ່າງບໍ່ຢຸດຢັ້ງ; ຂະຫຍັນຂັນເຄື່ອນ, ປະດິດຄິດສ້າງໃນການປ່ຽນແປງໃໝ່ຈິນຕະນາການ "ສິດສອນ ແລະ ຮ່ຳຮຽນ” ເພື່ອສ້າງແຫຼ່ງບັນດານໃຈ, ຄວາມຮັກຊາດໃຫ້ແກ່ນັກຮຽນ, ເຊິ່ງແມ່ນຄົນລຸ້ນອະນາຄົດຂອງ ມົງໂກນ.
ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ມອບຈຳນວນເງິນ 10.000 USD ສະໜັບສະໜູນໂຮງຮຽນຊື້ເຄື່ອງອຸປະກອນສິດສອນເພື່ອ ກະກຽມໃຫ້ສົກຮຽນ 2026-2027.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ພັນລະຍາໄປຢ້ຽມຢາມ ໂຮງຮຽນລະຫວ່າງຊັ້ນເລກທີ 14 (ພາບ: VNA)
ໃນຂອບເຂດການຢ້ຽມຢາມ ມົງໂກນ ຢ່າງເປັນທາງການ, ຕອນບ່າຍວັນທີ 09 ກັນຍາ (ຕາມເວລາທ້ອງຖິ່ນ), ທີ່ນະຄອນຫຼວງ Ulan Bator, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ແລະ ພັນລະຍາ ໄດ້ໄປຢ້ຽມຢາມໂຮງຮຽນລະຫວ່າງຊັ້ນເລກທີ 14 ໃສ່ຊື່ປະທານໂຮ່ຈິມິນ. ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ວາງພວງມາລາຢູ່ເຂດອະນຸສາວະລີປະທານ ໂຮ່ຈິມິນ ແລະ ຢ້ຽມຊົມຫ້ອງມູນເຊື້ອ ປະທານ ໂຮ່ຈິມິນ ພາຍໃນບໍລິເວນໂຮງຮຽນ.
ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຫວັງວ່າ ບັນດາຄູອາຈານຈະສືບຕໍ່ຮໍ່າຮຽນ, ຝຶກຝົນຄຸນສົມບັດ ແລະ ຍົກສູງລະດັບສະວິຊາສະເພາະຢ່າງບໍ່ຢຸດຢັ້ງ; ຂະຫຍັນຂັນເຄື່ອນ, ປະດິດຄິດສ້າງໃນການປ່ຽນແປງໃໝ່ຈິນຕະນາການ "ສິດສອນ ແລະ ຮ່ຳຮຽນ” ເພື່ອສ້າງແຫຼ່ງບັນດານໃຈ, ຄວາມຮັກຊາດໃຫ້ແກ່ນັກຮຽນ, ເຊິ່ງແມ່ນຄົນລຸ້ນອະນາຄົດຂອງ ມົງໂກນ.
ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ມອບຈຳນວນເງິນ 10.000 USD ສະໜັບສະໜູນໂຮງຮຽນຊື້ເຄື່ອງອຸປະກອນສິດສອນເພື່ອ ກະກຽມໃຫ້ສົກຮຽນ 2026-2027.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ກ່າວຄຳເຫັນທີ່ການພົບປະ. (ພາບ: VNA)
ຕອນບ່າຍວັນທີ 09 ກັນຍາ, ທີ່ນະຄອນຫຼວງ Ulan Bator, ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ແລະ ພັນລະຍາ ໄດ້ພົບປະກັບພະນັກງານ, ພາລະກອນສະຖານທູດ ຫວຽດນາມ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ມົງໂກນ. ໂດຍຕາງໜ້າໃຫ້ບັນດາການນຳພັກ ແລະ ລັດ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ໃຫ້ຮູ້ວ່າ ບັນດາຂໍ້ສະເໜີແນະ, ຄວາມຫຍຸ້ງຍາກຂອງພໍ່ແມ່ປະຊາຊົນຈະໄດ້ຮັບການຄົ້ນຄວ້າ ແລະ ພິຈາລະນາໂດຍ ອົງການທີ່ກ່ຽວຂ້ອງຢູ່ພາຍໃນປະເທດ ສົມທົບກັບສະຖານທູດ ຄົ້ນຄວ້າ, ຊອກຫາວິທີແກ້ໄຂທີ່ເໝາະສົມ ເພື່ອຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດ, ກໍຄື ໜູນຊ່ວຍປະຊາຄົມຊາວ ຫວຽດນາມ ອາໄສຢູ່ ມົງໂກນ ໃຫ້ດີຂຶ້ນກວ່າເກົ່າ.
(ແຫຼ່ງຄັດຈາກ VOV)