ຕອນທ່ຽງວັນທີ 09 ກັນຍາ (ຕາມເວລາທ້ອງຖິ່ນ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຮອດສະໜາມບິນ Chinggis Khan, ນະຄອນຫຼວງ Ulan Bator, ເລີ່ມຕົ້ນການຢ້ຽມຢາມ ມົງໂກນ ຢ່າງເປັນທາງການ, ຕາມຄຳເຊີນຂອງທ່ານ Sandag Byambatsogt, ປະທານສະພາແຫ່ງຊາດ ມົງກໂກນ ແລະ ພັນລະຍາ, ແຕ່ວັນທີ 09 – 11 ກັນຍາ.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ພັນລະຍາ ໄປຮອດ Ulaanbaatar, ເລີ່ມຕົ້ນການຢ້ຽມຢາມ ມົງໂກນ ຢ່າງເປັນທາງການ. (ພາບ: VNA)
ການຢ້ຽມຢາມແມ່ນເພື່ອແນໃສ່ຊຸກຍູ້ການຮ່ວມມືອັນແທດຈິງລະຫວ່າງບັນດາອົງການນິຕິບັນຍັດຂອງສອງປະເທດ, ປະກອບສ່ວນເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ພິເສດແມ່ນວິທະຍາສາດ ເຕັກໂນໂລຊີ ແລະ ບັນດາຂົງເຂດຮ່ວມມືໃໝ່, ເໝາະສົມກັບເນື້ອໃນການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ມົງໂກລີ.
ຕາມທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລ້ວ, ການຢ້ຽມຢາມໄດ້ປະກອບສ່ວນຊຸກຍູ້ການຮ່ວມມືຢ່າງແທດຈິງໃນບັນດາຂົງເຂດທີ່ເໝາະສົມກັບການຮ່ວມມືດ້ານການເມືອງອັນດີງາມ ລະຫວ່າງສອງປະເທດ. ພິເສດ, ສອງຝ່າຍຍັງມີຫຼາຍທ່າແຮງການຮ່ວມມືໃນຂົງເຂດຂຸດຄົ້ນແຮ່ທາດ, ການສຶກສາ - ບຳລຸງສ້າງ, ການຄ້າ, ການທ່ອງທ່ຽວ, ການພົວພັນແລກປ່ຽນປະຊາຊົນ ແລະ ພິເສດມີຂົງເຂດການຮ່ວມມືໃໝ່ໜຶ່ງທ່ີພວມພົ້ນເດັ່ນ ນັ້ນແມ່ນການຮ່ວມມືດ້ານພະລັງງານທົດແທນຢູ່ ມົງໂກລີ. ທ່ານກ່າວວ່າ:
“ການຮ່ວມມືລັດຖະສະພາລະຫວ່າງ ຫວຽດນາມ ແລະ ມົງໂກລີ, ອາດເວົ້າໄດ້ວ່າ ໄດ້ຂາດບັນດາການຢ້ຽມຢາມຂັ້ນສູງຄືແນວນີ້ໃນໄລຍະ 20 ປີຜ່ານມາ, ການຢ້ຽມຢາມຄັ້ງນີ້ ໄດ້ປະກອບສ່ວນສ້າງກຳລັງໜູນໃໝ່ເພື່ອໃຫ້ສອງຝ່າຍ, ທັງການນຳສະພາແຫ່ງຊາດສອງຝ່າຍ, ການນຳບັນດາກຳມາທິການສະເພາະກິດ, ບັນດາສະມາຊິກລັດຖະສະພາ, ສະມາຊິກລັດຖະສະພາໜຸ່ມ, ສະມາຊິກລັດຖະສະພາເພດຍິງ ຈະເພິ່ມທະວີການແລກປ່ຽນ, ແບ່ງປັນກ່ຽວກັບບົດຮຽນໃນວຽກງານນິຕິບັນຍັດ, ບົດຮຽນກ່ຽວກັບການຄຸ້ມຄອງບໍລິຫານປະເທດຊາດ, ບົດຮຽນສ້າງລະບອບລະບຽບການໃຫ້ສົມບູນແບບ, ກໍ່ຄືເຂົ້າຮ່ວມໃນການກະຕຸກຊຸກຍູ້ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງລະຫວ່າງສອງປະເທດ ຫວຽດນາມ ແລະ ມົງໂກລີ, ເພື່ອເຮັດແນວໃດໃຫ້ບັນດາຂໍ້ຕົກລົງຂັ້ນສູງລະຫວ່າງສອງປະເທດທີ່ໄດ້ລົງນາມນັບແຕ່ກ່ອນມາຮອດປັດຈຸບັນ ຈະໄດ້ຫັນເປັນບັນດາໂຄງການ, ບັນດາໝາກຜົນ ແລະ ຜົນປະໂຫຍດລະອຽດໃຫ້ແກ່ວິສາຫະກິດ ແລະ ປະຊາຊົນສອງປະເທດ”
(ແຫຼ່ງຄັດຈາກ VOV)