• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ພັນລະຍາ ເລີ່ມຕົ້ນການຢ້ຽມຢາມ ລາຊະອານາຈັກ ໂມໂຣໂກ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະດຳເນີນບັນດາການພົບປະເຈລະຈາກັບການນຳຂັ້ນສູງຂອງ ໂມໂຣໂກ; ພົບປະສົນທະນາກັບປະທານສະພາສູງ ໂມໂຣໂກ; ພົບປະເຈລະຈາກັບປະທານສະພາຕ່ຳ ໂມໂຣໂກ.
(ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ພັນລະຍາ)

ຕອນຄ່ຳວັນທີ 24 ກໍລະກົດ (ຕາມເວລາທ້ອງຖິ່ນ), ເຮືອບິນນຳສົ່ງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດສະໜາມບິນ Salé Rabat, ນະຄອນຫຼວງ Rabat, ເລີ່ມຕົ້ນການຢ້ຽມຢາມ ລາຊະອານາຈັກ ໂມໂຣໂກ ຢ່າງເປັນທາງການ, ແຕ່ວັນທີ 24 – 27 ກໍລະກົດ.

        ພາຍຫຼັງລົງຈອດຢູ່ສະໜາມບິນ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ທ່ານປະທານສະພາຕ່ຳ ໂມໂຣໂກ Talbi El Alami ໄດ້ມີການພົບປະໂອ້ລົມສັ້ນໆ.

        ຄາດວ່າ,  ໃນການຢ້ຽມຢາມຢ່າງເປັນທາງການຄັ້ງນີ້, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະດຳເນີນບັນດາການພົບປະເຈລະຈາກັບການນຳຂັ້ນສູງຂອງ ໂມໂຣໂກ; ພົບປະສົນທະນາກັບປະທານສະພາສູງ ໂມໂຣໂກ; ພົບປະເຈລະຈາກັບປະທານສະພາຕ່ຳ ໂມໂຣໂກ; ລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາຕ່ຳ ໂມໂຣໂກ; ເຂົ້າຮ່ວມການໂອ້ລົມສົນທະນາກ່ຽວກັບນະໂຍບາຍກົດໝາຍ ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຫວຽດນາມ - ໂມໂຣໂກ; ຢ້ຽມຢາມ, ພົບປະກັບພະນັກງານ, ພາລະກອນສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ໂມໂຣໂກ…

(ແຫຼ່ງຄັດຈາກ VOV)

ຍູ້ໄວຄວາມຄືບໜ້າໂຄງການໄຟຟ້ານິວເຄຼຍ ນິງທ້ວນ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນເປັນປົກກະຕິ

ຍູ້ໄວຄວາມຄືບໜ້າໂຄງການໄຟຟ້ານິວເຄຼຍ ນິງທ້ວນ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນເປັນປົກກະຕິ

ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກຸ່ມບໍລິສັດໄຟຟ້າ ຫວຽດນາມ ຮີບເຮັ່ງສ້າງບົດລາຍງານຄວາມເປັນໄປໃຫ້ສົມບູນແບບ.

Top