ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະດຳເນີນບັນດາການພົບປະເຈລະຈາກັບການນຳຂັ້ນສູງຂອງ ໂມໂຣໂກ; ພົບປະສົນທະນາກັບປະທານສະພາສູງ ໂມໂຣໂກ; ພົບປະເຈລະຈາກັບປະທານສະພາຕ່ຳ ໂມໂຣໂກ.
(ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ພັນລະຍາ)
ຕອນຄ່ຳວັນທີ 24 ກໍລະກົດ (ຕາມເວລາທ້ອງຖິ່ນ), ເຮືອບິນນຳສົ່ງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດສະໜາມບິນ Salé Rabat, ນະຄອນຫຼວງ Rabat, ເລີ່ມຕົ້ນການຢ້ຽມຢາມ ລາຊະອານາຈັກ ໂມໂຣໂກ ຢ່າງເປັນທາງການ, ແຕ່ວັນທີ 24 – 27 ກໍລະກົດ.
ພາຍຫຼັງລົງຈອດຢູ່ສະໜາມບິນ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ທ່ານປະທານສະພາຕ່ຳ ໂມໂຣໂກ Talbi El Alami ໄດ້ມີການພົບປະໂອ້ລົມສັ້ນໆ.
ຄາດວ່າ, ໃນການຢ້ຽມຢາມຢ່າງເປັນທາງການຄັ້ງນີ້, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະດຳເນີນບັນດາການພົບປະເຈລະຈາກັບການນຳຂັ້ນສູງຂອງ ໂມໂຣໂກ; ພົບປະສົນທະນາກັບປະທານສະພາສູງ ໂມໂຣໂກ; ພົບປະເຈລະຈາກັບປະທານສະພາຕ່ຳ ໂມໂຣໂກ; ລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາຕ່ຳ ໂມໂຣໂກ; ເຂົ້າຮ່ວມການໂອ້ລົມສົນທະນາກ່ຽວກັບນະໂຍບາຍກົດໝາຍ ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຫວຽດນາມ - ໂມໂຣໂກ; ຢ້ຽມຢາມ, ພົບປະກັບພະນັກງານ, ພາລະກອນສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ໂມໂຣໂກ…