• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ສຸມ​ໃສ່​ປະ​ຕິ​ບັດ​ບັນ​ດາ​ຍຸດ​ທະ​ສາດ​ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ປີ 2025 ແມ່ນປີພິເສດສຳລັບຄະນະພັກລັດຖະບານ, ເປັນຄັ້ງທຳອິດຄະນະພັກລັດຖະບານໄດ້ສ້າງຕັ້ງ, ບູລະນະ, ເຂົ້າເຄື່ອນໄຫວ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ຕອນເຊົ້າວັນທີ 11 ມັງກອນ, ຢູ່ສຳນັກງານລັດຖະບານ ຢູ່ນະຄອນຫຼວງ ຮ່າໂນ້ຍ, ອົງຄະນະພັກລັດຖະບານໄດ້ຈັດກອງປະຊຸມສະຫຼຸບວຽກງານປີ 2025, ຜັນຂະຫຍາຍທິດທາງ, ໜ້າທີ່ປີ 2026. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເລຂາອົງຄະນະພັກເປັນປະທານ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ປີ 2025 ແມ່ນປີພິເສດສຳລັບຄະນະພັກລັດຖະບານ, ເປັນຄັ້ງທຳອິດຄະນະພັກລັດຖະບານໄດ້ສ້າງຕັ້ງ, ບູລະນະ, ເຂົ້າເຄື່ອນໄຫວ. ເລື່ອງສ້າງຕັ້ງຄະນະພັກລັດຖະບານແມ່ນບາດກ້າວປ່ຽນແປງໃໝ່ໃນວິທີການນຳພາຂອງພັກຕໍ່ລັດຖະບານ, ເພີ່ມທະວີການຊີ້ນຳນຳພາຢ່າງຮອບດ້ານ, ໂດຍກົງຂອງພັກ ຕໍ່ວຽກງານຄຸ້ມຄອງ, ບໍລິຫານຂອງລັດຖະບານ.

ກ່ຽວກັບທິດທາງ, ໜ້າທີ່ປີນີ້, ອົງຄະນະພັກລັດຖະບານຈະສູ້ຊົນນຳການເຕີບໂຕ GDP ບັນລຸລະດັບ ຂຶ້ນໄປ, GDP ສະເລ່ຍຕໍ່ຫົວຄົນບັນລຸລະດັບ 5.400 - 5.500 USD. ພ້ອມກັນນັ້ນ, ປີນີ້ຈະກຳນົດຮູບແບບການເຕີບໂຕໃໝ່, ສ້າງໂຄງປະກອຍພື້ນຖານເສດຖະກິດຄືນໃໝ່, ຍູ້ແຮງການຫັນເປັນອຸດສາຫະກຳ, ຫັນເປັນທັນສະໄໝ, ຖືວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນເປັນກຳລັງໜູນຫຼັກ.

ເພື່ອປະຄິບັດບັນດາເປົ້າໝາຍນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງປີ 2026 ນີ້ຕ້ອງສຸມໃສ່ສ້າງປະຕິບັດ 5 ຍຸດທະສາດ: ສ້າງລະບອບລະບຽບການຍຸດທະສາດສຳເລັດ, ລະດົມແຫຼ່ງກຳລັງຍຸດທະສາດ, ລົງທຶນໃຫ້ພື້ນຖານໂຄງລ່າງຍຸດທະສາດ, ພັດທະນາເຕັກໂນໂລຢີຍຸດທະສາດ ແລະ ສ້າງຄວາມດຸນດ່ຽງຍຸດທະສາດ.

(ແຫຼ່ງຄັດຈາກ VOV)

ເປັ​ນ​ເຈົ້າ​ການ​ຕັ້ງ​ໜ້າ​ປະ​ຕິ​ບັດ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ເສດ​ຖະ​ກິດ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ເຕີບ​ໂຕ​ບັນ​ລຸ ສອງ​ຕົວ​ເລກ

ເປັ​ນ​ເຈົ້າ​ການ​ຕັ້ງ​ໜ້າ​ປະ​ຕິ​ບັດ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ເສດ​ຖະ​ກິດ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ເຕີບ​ໂຕ​ບັນ​ລຸ ສອງ​ຕົວ​ເລກ

ຕອນຄ່ຳວັນທີ 10 ມັງກອນ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມສະຫຼຸບວຽກງານການຕ່າງປະເທດເສດຖະກິດປີ 2025ແລະ ຜັນຂະຫຍາຍໜ້າທີ່ປີ 2026.

Top