ວຽກງານສົ່ງເສີມ ແລະ ຍົກສູງສຸຂະພາບໃຫ້ແກ່ປະຊາຊົນ ບໍ່ພຽງແຕ່ແມ່ນນະໂຍບາຍຮັບປະກັນຊີວິດສັງຄົມເທົ່ານັ້ນ, ຫາກຍັງແມ່ນພື້ນຖານສຳຄັນໃຫ້ແກ່ການພັດທະນາ.
ທ່ານນາຍົກລັດຖະມົນຕີ ເລມິນຮຶງ ເຂົ້າຮ່ວມພິທີເລີ່ມນຳໂຮງໝໍມິດຕະພາບ ຫວຽດດຶກ ສາຂາ ນິງບິ່ງ (ພາບ: VNA)
ເອົາໃຈໃສ່ເຖິງຄຸນນະພາບດ້ານວິຊາສະເພາະ, ຖືຄວາມເພິ່ງພໍໃຈຂອງຄົນເຈັບເປັນເປົ້າໝາຍ, ຖືເອົາການຄຸ້ມຄອງທີ່ກ້າວໜ້າເປັນພື້ນຖານໃຫ້ແກ່ການພັດທະນາແບບຍືນຍົງ. ນັ້ນແມ່ນຄຳຮຽກຮ້ອງຂອງທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ທີ່ພິທີເລີ່ມນຳໂຮງໝໍມິດຕະພາບ ຫວຽດດຶກ ສາຂາ ນິງບິ່ງ ເຂົ້າເຄື່ອນໄຫວ ແລະ ຢ້ຽມຢາມໂຮງໝໍ ແບັກມາຍ ສາຂາ ນິງບິ່ງ, ໃນຕອນບ່າຍວັນທີ 09 ກໍລະກົດ.
ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ ວຽກງານສົ່ງເສີມ ແລະ ຍົກສູງສຸຂະພາບໃຫ້ແກ່ປະຊາຊົນ ບໍ່ພຽງແຕ່ແມ່ນນະໂຍບາຍຮັບປະກັນຊີວິດສັງຄົມເທົ່ານັ້ນ, ຫາກຍັງແມ່ນພື້ນຖານສຳຄັນໃຫ້ແກ່ການພັດທະນາ.
“ເລື່ອງບັນດາໂຮງໝໍ ຫວຽດດຶກ ແລະ ແບັກມາຍ ສາຂາ ນິງບິ່ງ ໄດ້ເລີ່ມເຄື່ອນໄຫວຢ່າງເປັນທາງການ ແມ່ນບາດກ້າວລະອຽດໃນວິວັດການສ້າງໂຄງປະກອບການກວດ, ປິ່ນປົວພະຍາດຄືນໃໝ່ ຕາມທິດທັນສະໄໝ, ພ້ອມກັນນັ້ນ, ກໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ປະຊາຊົນໄດ້ເຂົ້າເຖິງບັນດາການບໍລິການເຕັກນິກສູງ ດ້ວຍເວລາໄວກວ່າ, ລາຍຈ່າຍເໝາະສົມກວ່າ ແລະ ຄຸນນະພາບການປິ່ນປົວກໍ່ນັບມື້ນັບດີກວ່າ ຖືກຕາມແຜນນະໂຍບາຍ, ທັດສະນະຂອງພັກ, ລັດ ຫວຽດນາມ”.
ເພື່ອໃຫ້ໂຮງໝໍມິດຕະພາບ ຫວຽດດຶກ ແລະ ໂຮງໝໍ ແບັກມາຍ ສາຂາ ນິງບິ່ງ ເຄື່ອນໄຫວຢ່າງມີປະສິດທິຜົນ, ທ່ານນາຍົກລັດຖະມົນຕີສະເໜີສືບຕໍ່ສ້າງບັນດາກົນໄກ, ນະໂຍບາຍໃຫ້ສຳເລັດ ເພື່ອພັດທະນາເຄືອຂ່າຍການກວດ, ປີ່ນປົວພະຍາດຕາມທິດທັນສະໄໝ, ຄົບຊຸດ ແລະ ມີປະສິດທິຜົນ.
(ແຫຼ໋ງຄັດຈາກ VOV)