• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ເລມິງຮືງ ໄວ້ອາໄລ ປະທານສະພາແຫ່ງຊາດ ສປປ ລາວ ໄຊສົມພອນ ພົມວິຫານ

ຕອນເຊົ້າວັນທີ 10 ສິງຫາ, ຄະນະຜູ້ແທນລັດຖະບານ ຫວຽດນາມ ນຳໂດຍທ່ານ ເລມິງຮືງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໄປວາງພວງມາລາ, ໄວ້ອາໄລ ທ່ານ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ ສປປ ລາວ ຢູ່ສະຖານທູດ ສປປ ລາວ ປະຈຳ ສສ ຫວຽດນາມ.
  ທ່ານນາຍົກລັດຖະມົນຕີ ເລມິງຮືງ ແລະ ຄະນະ ໄດ້ກົ້ມຫົວໜຶ່ງນາທີ ອາໄລຫາ ທ່ານປະທານ ສະພາແຫ່ງຊາດ ໄຊສົມພອນ ພົມວິຫານ (ພາບ: VNA)  

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ເລມິງຮືງ ແລະ ສະມາຊິກໃນຄະນະ ໄດ້ກົ້ມຫົວໜຶ່ງນາທີ ອາໄລຫາ ທ່ານປະທານ ສະພາແຫ່ງຊາດ ໄຊສົມພອນ ພົມວິຫານ.

ໃນປື້ມໄວ້ອາໄລ, ທ່ານນາຍົກລັດຖະມົນຕີ ເລມິງຮືງ ໄດ້ສະແດງຄວາມອາໄລອາວອນຕໍ່ການຈາກໄປຂອງ ທ່ານປະທານ ສະພາແຫ່ງຊາດ ໄຊສົມພອນ ພົມວິຫານ, ການນຳທີ່ສຸດອົກສຸດໃຈ, ສະຫາຍທີ່ສະໜິດສະໜົມ, ເພື່ອນທີ່ຕິດພັນຈົງຮັກພັກດີຂອງ ພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ; ຜູ້ທີ່ຍາມໃດກໍ່ສະຫງວນນຳ້ໃຈອັນເລິກເຊິ່ງ ແລະ ມີການປະກອບສ່ວນຕັ້ງໜ້າຫຼາຍຢ່າງໃນການປັບປຸງ, ພັດທະນາການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດລະຫວ່າງ ຫວຽດນາມ ແລະ ລາວ. ທ່ານນາຍົກລັດຖະມົນຕີ ເລມິງຮືງ ເນັ້ນໜັກການຈາກໄປຂອງ ທ່ານປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ ບໍ່ພຽງແຕ່ແມ່ນການສູນເສຍໃຫຍ່ຫຼວງຕໍ່ພັກ, ລັດ ແລະ ປະຊາຊົນ ລາວ ເທົ່ານັ້ນ, ຫາກນັ້ນກໍ່ແມ່ນການສູນເສຍໃຫຍ່ຫຼວງຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອີກດ້ວຍ. ຫວຽດນາມ ຖືເປັນສຳຄັນຄຸນງາມຄວາມດີໃຫຍ່ຫຼວງຂອງທ່ານ ທີ່ມີຕໍ່ພາລະກິດສ້າງສາ, ພັດທະນາປະເທດລາວ ແລະ ເພີ່ມພູນຄູນສ້າງການພົວພັນມິດຕະພາບຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດ ຫວຽດນາມ ແລະ ລາວ.

ແລະກໍ່ໃນຕອນເຊົ້າວັນດຽວກັນ, ຄະນະຜູ້ແທນສະພາ ແຫ່ງຊາດ ຫວຽດນາມ ນຳໂດຍທ່ານ ໂດ໊ວັນຈ໋ຽນ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ກໍ່ໄດ້ໄປວາງພວງມາລາ, ໄວ້ອາໄລ ທ່ານປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ, ຢູ່ ສະຖານທູດ ລາວ ປະຈຳ ຫວຽດນາມ ເຊັ່ນດຽວກັນ.

(ແຫຼ່ງຄັດຈາກ VOV)

ກະຊວງຕຳຫຼວດ ແລະ ກະຊວງປ້ອງກັນປະເທດ ຫວຽດນາມ ເຂົ້າໄຫວ້ອາໄລທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ

ກະຊວງຕຳຫຼວດ ແລະ ກະຊວງປ້ອງກັນປະເທດ ຫວຽດນາມ ເຂົ້າໄຫວ້ອາໄລທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ

ຄະນະຜູ້ແທນກະຊວງຕຳຫຼວດ ຫວຽດນາມ ແລະ ຄະນະຜູ້ແທນກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ວາງພວງມາລາ, ອາໄລຫາທ່ານອະດີດປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ, ສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງຕໍ່ການຈາກໄປຂອງການນຳຜູ້ຈົງຮັກພັກດີ, ເປັນແບບຢ່າງຂອງພັກ, ລັດ, ສະພາແຫ່ງຊາດ ແລະ ປະຊາຊົນ ລາວ ບັນດາເຜົ່າ.

Top