ປີ 2002, ເມື່ອຍັງເປັນນັກສຶກສາທີ່ຮຳ່ຮຽນຢູ່ມະຫາວິທະຍາໄລປານິດສິລະປະ, ທ້າວ ທົງ ກໍ່ໄດ້ຜະລິດທຽນເພື່ອຂາຍເອົາເງິນ. ປີ 2003, ລາວເລີ່ມການຜະລິດທຽນສິລະປະດ້ວຍ 3 ຮູບແບບ ແມ່ນ “Happy Birthday”, “I love you”, “I miss you” ແລະ ໄດ້ຮັບຄວາມນິຍົມຊົມຊື້ຫຼາຍຈາກຜູ້ບໍລິໂພກໃນ ທົ່ວປະເທດ. ເຖິງປີ 2005, ທ້າວ ທົງ ໄປເຂົ້າຮ່ວມລາຍການ “ເລີ່ມສ້າງຕົວ” ແລະ ໄດ້ຮັບທຶນ 200 ລ້ານດົ່ງຈາກກຸ່ມບໍລິສັດ ຈຸງຫງວຽນ ເພື່ອລົງທຶນກໍ່ສ້າງໂຮງງານຜະລິດທຽນ. ຕັ້ງແຕ່ນັ້ນ ໄປ, ລາວໄດ້ຮັບໃບສັ່ງຊື້ສິນຄ້າຫຼາຍສະບັບຈາກບັນດາບໍລິສັດຂອງ ອັງກິດ, ອາເມລິກາ, ການາດາ ແລະ ອົດສຕຣາລີ ໃຫ້ແກ່ຜະລິດຕະພັນທຽນ “Happy Birthday”.

ທ້າວ ເຢືອງຮວ່າງທົງ ເປັນຜູ້ປະດິດສ້າງອອກ ທຽນສິລະປະ
ຫຼາຍຊະນິດທີ່ສະແດງໃຫ້ເຫັນລັກສະນະສະເພາະ ດ້ານ ວັດທະນະທຳຂອງ ຫວຽດນາມ.

ເພື່ອຮັບປະກັນໃຫ້ທຽນຈະມີຂະໜາດ ແລະ ຮູບຊົງຖືກຕ້ອງ ຕາມຄວາມຕ້ອງການ, ນາຍຊ່າງຕ້ອງຜ່ານຂັ້ນຕອນການເຮັດ
ຂອບຫຼໍ່ທຽນຢ່າງລາຍລະອຽດ ແລະ ຊັດເຈນໄດ້ມາດຕະຖານ.

ຂັ້ນຕອນການເຮັດຂອບຫຼໍ່ທຽນ.

ທຽນໄດ້ຕົ້ມຈົນຮ້ອນແລ້ວຖອກໃສ່ຂອບຫຼໍ່ທຽນ.

ທຽນໄດ້ປອກອອກຈາກຂອບຫຼໍ່ ແລະ ເອົາໄປຄວັດລວດລາຍ.

ຂັ້ນຕອນການຄວັດລວດລາຍໃຫ້ ທຽນ ໄດ້ປະຕິບັດ ຢ່າງລະອຽດລະອໍ.

ຂັ້ນຕອນການຄວັດລວດລາຍໃຫ້ທຽນ ແມ່ນຂັ້ນຕອນສຸດທ້າຍ
ໃນການຜະລິດທຽນສິລະປະ, ສິ່ງດັ່ງກ່າວຮຽກຮ້ອງໃຫ້ນາຍຊ່າງ
ຕ້ອງມີຄວາມສາມາດໃນການລະບາຍສີ ແລະ ຄວັດ. |
ເມື່ອຮັບຮູ້ໄດ້ວ່າ ວັດຫຼາຍແຫ່ງ ແລະ ຊາວ ຫວຽດນາມ ຫຼາຍຄົນ ເລີ່ມມີຄວາມຕ້ອງການທຽນ ເພື່ອຮັບໃຊ້ໃຫ້ແກ່ການປະດັບປະດາຮ້ານບູຊາ ຫຼື ເຫດການໃດໜຶ່ງ, ທ້າວ ທົງ ຈຶ່ງ ຕັດສິນໃຈສ້າງຕັ້ງບໍລິສັດຫຸ້ນສ່ວນ ທຽນ ດ້າຍວຽດ ແລະ ສຸມໃສ່ເຂົ້າໃນການຜະລິດ ທຽນ ລະດັບສູງ.
ມາເຖິງປັດຈຸບັນ, ບໍລິສັດຫຸ້ນສ່ວນ ທຽນ ດ້າຍວຽດ ມີຜະລິດຕະພັນ ທຽນ 3 ປະເພດຕົ້ນຕໍແມ່ນ: ທຽນລະດັບສູງ ມີລາຄາ ແຕ່ 50.000-500.000 ດົ່ງ/ຊຸດໜຶ່ງ, ທຽນສິລະປະ ມີລາຄາ ແຕ່ 20.000-200.000 ດົ່ງ/ຊຸດໜຶ່ງ ແລະ ທຽນລະດັບ ທຳມະດາ ມີລາຄາແຕ່ 10-200.000 ດົ່ງ/ຊຸດໜຶ່ງ. ທຽນ ຂະໜາດໃຫຍ່ຈຳນວນໜຶ່ງຂອງບໍລິສັດ ພວມໄດ້ວາງສະແດງຢູ່ ຫໍ ໄຢ່ (ນາມດິງ), ວັດ ຕ່ອງເລີມໂລເຊີນ (ຍາຈາງ).
ທ້າວ ທົງ ໃຫ້ຮູ້ວ່າ: “ເພື່ອສະຫຼອງປີໃໝ່ປີ 2019, ບໍລິສັດຈະໃຫ້ຜະລິດທຽນຫຼາຍຊະນິດທີ່ມີຮູບຊົງຄ້າຍຄືຝູງໝູໃນ ພາບ ແຕ້ມ ດົງໂຮ່ ຂອງ ຫວຽດນາມ. ສຳລັບທຽນຈຳນວນໜຶ່ງທີ່ມີຮູບຊົງທາດຄຳ ຈະໄດ້ຂຽນຄຳປະພັນຄູ່ແມ່ນ ອານ ຄາງ ຝູ໋ ກວີ-ກີ ເຮີ້ຍ ຟາດ ຕ່າຍ, ບາວ ເງິນ ດ້າຍ ກາດ-ກີ ເຮີ້ຍ ຟາດ ຕ່າຍ”.
ທຽນ ສິລະປະຈຳນວນໜຶ່ງຂອງທ້າວ ເຢືອງຮວ່າງທົງ:






 |
ບົດ: ເງິນຮ່າ-ພາບ: ເຕິດເຊີນ