• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ທົ່ງພຽງແມ່ນໍ້າຂອງ ຈາກການກຳນົດທິດ “ປັບຕົວເຂົ້າກັບທຳ ມະຊາດ”

ການວາງແຜນສັງລວມ ເຂດທົ່ງພຽງແມ່ນໍ້າຂອງ ໄລຍະ 2021-2030, ວິໄສທັດ 2050, ບົນຈິດໃຈ ມະຕິເລກທີ 120 ນຳມາ ເຊິ່ງ ຄວາມຫວັງ ຫຼາຍຢ່າງ ໃຫ້ເຂດທົ່ງພຽງແມ່ນຳ້ຂອງ-ເຂດດິນໄດ້ຮັບ ຂະໜານນາມວ່າ ເປັນ ອູ່ເຂົ້າ, ໝາກໄມ້ ແລະ ສິນໃນນໍ້າ. ເພື່ອໃຫ້ ແຜນສັງລວມດັ່ງກ່າວປະກົດຜົນເປັນຈິງ, ໃນເດືອນມີນາຜ່ານມາ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນປະທານ ໃນ ກອງປະຊຸມ ຄັ້ງທີ 3 ກ່ຽວກັບການພັດທະນາ ແບບຍືນຍົງ ເຂດທົ່ງ ພຽງ ແມ່ນຳ້ຂອງ ເພື່ອໃຫ້ປັບຕົວເຂົ້າກັບການປ່ຽນແປງ ຂອງ ດິນ ຟ້າອາກາດ ທີ່ນະຄອນ ເກິ່ນເທີ. 
ພາຍຫຼັງຜັນຂະຫຍາຍ ປະຕິບັດມະຕິ ເປັນເວລາ 3 ກວ່າປີ, ເຂດ ທົ່ງພຽງແມ່ນນຳ້ຂອງ ໄດ້ມີການປ່ຽນແປງ ຢ່າງກ້າວກະໂດດຂັ້ນ ດ້ວຍບັນດາຄວາມຄືບໜ້າ ທາງດ້ານແນວຄິດ ແລະ ການກະທຳ, ປ່ຽນຈາກທ່າຮັບ ເພື່ອປັບຕົວເຂົ້າ ກັບຜົນກະທົບ ຈາກການປ່ຽນ ແປງ 
ຂອງ ດິນຟ້າອາກາດ; ຄ່າຄອງຊີບ, ຊີວິດການ ເປັນຢູ່ ຂອງ ປະຊາຊົນ ໄດ້ຮັບການປັບປຸງເທື່ອລະກ້າວ. ການຂະຫຍາຍໂຕ ຈີດີ ຟີ ຢູ່ລະດັບສູງ ສະເໝີ ກ່ອນການເກີດລະບາດ ໂຄວິດ-19 (ໃນ ສອງ ປີລຽນຕິດ 2018-2019, ບັນລຸການເຕີບໂຕ ທ່ີໜ້າປະທັບໃຈ ປະມານ 7,3%). 

ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ລົງນາມປະກາດໃຊ້ ມະຕິເລກທີ 120/NQ-CP ໃນວັນທີ 17 ພະຈິກ 2017. ນີ້ແມ່ນມະ ຕິ ສະແດງໃຫ້ເຫັນ ວິໄສທັດຍຸດທະສາດ ກັບນະໂຍບາຍ ພັດທະ ນາ “ປັບຕົວເຂົ້າກັບທຳມະຊາດ” ເພື່ອເປັນເຈົ້າການແກ້ໄຂບັນດາ ສິ່ງທ້າທາຍ ຍ້ອນການປ່ຽນແປງຂອງດິນຟ້າອາກາດ, ການຂຸດຄົ້ນ ແລະ ການນໍາໃຊ້ຊັບພະຍາກອນແຫຼ່ງນໍ້າ ໃນແມ່ນໍ້າຂອງ ເພື່ອນໍາ ໃຊ້ທ່າແຮງ ຂອງມັນ,  ສ້າງແຮງກະຕຸ້ນ ທ່ີແຂງແຮງ ໃຫ້ການພັດ ທະນາ ຂອງ ເຂດທົ່ງພຽງແມ່ນຳ້ຂອງ. 
ຕີລາຄາສູງ ຕໍ່ບັນດາບັນຫາ ທ່ີຜູ້ແທນໄດ້ຍົກໃຫ້ເຫັນ ຢ່າງມີຄວາມ ຮັບຜິດຊອບ, ຈາກໃຈ ແລະ ເລິກເຊິ່ງ ເພື່ອການພັດທະນາຂອງ ເຂດດິນ “ມັງກອນເກົ້າໂຕ”, ທ່ານນາຍົກລັດຖະມົນຕີ  ຫງວຽນຊວນ ຟຸກ ໄດ້ໃຫ້ທັດສະນະ ຍຸດທະສາດ ເຂົ້າເຖິງໃໝ່ ຕໍ່ການພັດທະນາ ເຂດທົ່ງພຽງແມ່ນໍ້າຂອງ ມີ 8 ເນື້ອໃນ ຂຶ້ນຕົ້ນ ດ້ວຍຕົວ G.

ຕາມທ່ານນາຍົກລັດຖະມົນຕີ, ຕົວ G ທຳອິດຄື ຕ້ອງທຸ້ມເທ ຊັບພະຍາກອນ ແລະ ສຸມໃສ່ບຸລິມະສິດ ເປີດກວ້າງລະບົບ ການຄົມມະນາຄົມດ້ານຊົນລະປະທານ, ໂດຍສະເພາະຢ່າງຍິ່ງ ແມ່ນລະບົບ ທາງດ່ວນ, ສ້າງການຮວມເຂົ້າກັນ, ເຊື່ອມຕໍ່ຢ່າງສະດວກ, ຄ່າໃຊ້ຈ່າຍຕໍ່າ ແລະ ການຂະຫຍາຍເສດຖະກິດໃຫ້ປະຊາຊົນ...

ກ່ຽວກັບບັນຫາທົ່ງພຽງແມ່ນໍ້າຂອງ ຍັງເປັນເຂດທ່ີມີການສຶກສາຕໍ່າ, ທ່ານນາຍົກລັດຖະມົນຕີກ່າວວ່າ, ຕົວG ທີສອງຄື Giáodục (ການສຶກສາ), ນີ້ແມ່ນກຸນແຈຄຳ ຂອງ ການພັດທະນາ ແບບຍືນ ຍົງ, ທັງເປັນຄຳຕອບໃຫ້ແກ່ພັດທະນາ ໃນໄລຍະສັ້ນ ແລະ ໄລຍະ ຍາວ.


ສັງເກດເຫັນວ່າ ຂາດແມ່ນໍ້າລຳເຊ ຈະບໍ່ມີວັດທະນະທຳ ເຂດທົ່ງ ພຽງແມ່ນໍ້າຂອງ, ທ່ານນາຍົກລັດຖະມົນຕີ ຍົກໃຫ້ເຫັນຕົວ G ທີ ສາມຄື Giang (ແມ່ນໍ້າ). ເພາະສະນັ້ນ ຍຸດທະສາດພັດທະນາຕ້ອງ ໝູນໃຊ້ຈົນສຸດຄວາມສາມາດ ທ່າໄດ້ປຽບ ແລະ ບົດບາດ ຂອງບັນ ດາ ແມ່ນຳ້ລໍາເຊ ເພື່ອການພັດທະນາກະສິກຳ, ເຂົ້າ, ໝາກໄມ້, ສິນໃນນຳ້, ເຮັດໃຫ້ລະບົບການຄົມມະນາຄົມ, ບໍລິການ logistic ສົມບູນແບບ... ສຳລັບສິ່ງດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ສະ ເໜີຕ້ອງມີ ການຄົ້ນຄວ້າລົງເລິກກ່ຽວກັບ “ເສດຖະກິດແມ່ນໍ້າ”. 


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ລົງກວດກາ ຕົວຈິງ ບັນ ດາ ພື້ນທີ່ ໄດ້ຮັບຜົນກະທົບ ຈາກການປ່ຽນແປງ ຂອງສະພາບອາ ກາດ ຢູ່ເຂດທົ່ງພຽງແມ່ນຳ້ຂອງ ໃນວັນທີ 26 ກັນຍາ 2017, ກ່ອນ ເຂົ້າຮ່່ວມກອງປະຊຸມ ກ່ຽວກັບ ການພັດທະນາ ແບບຍືນຍົງ ເຂດ ທົ່ງພຽງ ແມ່ນໍ້າຂອງ ແກ້ໃຫ້ປັບຕົວເຂົ້າກັບການປ່ຽນແປງຂອງ ດິນ ຟ້າອາກາດ ທີ່ນະຄອນ ເກິ່ນເທີ. ພາບ: ຖົ໋ງເຍິດ/VNA


ຕອນເຊົ້າວັນທີ 13 ມີນາ 2021, ທີ່ນະຄອນ ເກິ່ນເທີ, ທ່ານ ນາຍົກ ລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນປະທານໃນກອງປະຊຸມ ຄັ້ງ ທີ 3 ກ່ຽວກັບ ການພັດທະນາ ແບບຍືນຍົງ
ເຂດທົ່ງພຽງແມ່ນໍ້າຂອງ ແກ້ໃຫ້ປັບຕົວເຂົ້າກັບການປ່ຽນແປງ ຂອງດິນຟ້າອາກາດ. ພາບ: ຖົ໋ງ ເຍິດ/VNA



ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວປາໄສທີ່ກອງ ປະ ຊຸມ.  ພາບ: ຖົ໋ງເຍິດ/VNA
 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບຜູ້ແທນ ສາ ກົນ ທີ່ເຂົ້າຮ່ວມກອງປະຊຸມ. ພາບ: ຖົ໋ງເຍິດ/VNA


ກ່ອນນັ້ນ, ລອບນອກກອງປະຊຸມ ກ່ຽວກັບ ການພັດທະນາ ແບບ ຍືນຍົງ ເຂດທົ່ງພຽງແມ່ນຳ້ຂອງ ແກ້ໃຫ້ປັບຕົວເຂົ້າກັບການປ່ຽນ ແປງ ຂອງ ດິນຟ້າອາກາດ ໄດ້ຖືກຈັດຂຶ້ນ ຢູ່ນະຄອນ ເກິ່ນເທີ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບບັນດາຜູ້ແທນ ເຂົ້າຮ່ວມກອງປະຊຸມ ຈາກຜູ້ຕາງໜ້າ ບັນດາຄູ່ຮ່ວມມື, ອົງການ ຈັດຕັ້ງ, ຜູ້ອຸ ປະຖຳສາກົນ. ພາບ: ຖົ໋ງເຍິດ/VNA


ທ່ານນາງ Carolyn Turk, ຜູ້ອຳນວຍການ ທະນະຄານໂລກ (WB) ປະຈຳ ຫວຽດນາມ ກ່າວປາໄສທີ່ກອງປະຊຸມ. ພາບ: ຖົ໋ງເຍິດ/VNA
 
ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ. ພາບ: ຖົ໋ງເຍິດ/VNA

ຢໍ້າຄືນຄຳເວົ້າທີ່ວ່າ: “ຢາກໄປໄວຕ້ອງໄປຜູ້ດຽວ, ຢາກໄປໄກຕ້ອງ ໄປພ້ອມກັນ”, ທ່ານ ນາຍົກລັດຖະມົນຕີ ກ່າວວ່າ ຕົວ G ທີສີ່ຄື Gắn ໝາຍຄວາມວ່າ ຕ້ອງມີຄວາມສະໜິດຕິດພັນ ລະຫວ່າງ ສູນ ກາງ ກັບທ້ອງຖິ່ນ, ລັດ ກັບ ຕະຫຼາດ, ປະຊາຊົນ ກັບ ວິສາຫະກິດ, ພາຍໃນປະເທດ ແລະ ບັນດາອົງການຈັດຕັ້ງສາກົນ, ໂດຍສະເພາະ ຢ່າງຍິ່ງແມ່ນຊຸກຍູ້ການຮວມເຂົ້າກັນເຂດທົ່ງພຽງແມ່ນຳ້ຂອງ. 
“ເຂດທົ່ງພຽງແມ່ນຳ້ຂອງ ແມ່ນສິ່ງພິສູດ ສະແດງໃຫ້ເຫັນຈິນຕະນາ ການ ແລະ ວິທີເຂົ້າເຖິງການຫັນປ່ຽນ ຂອງ ລັດຖະບານ ຫວຽດນາມ ຕໍ່ການພັດທະນາ. ທະນາຄານໂລກ ພ້ອມແລ້ວທີ່ຈະປຸກລະດົມ ຕື່ມອີກ ແຫຼ່ງຄວາມຮູ້ ແລະ ການເງິນ ເພື່ອປະຕິບັດ ບັນດາວິໄສທັດ ແລະ ເປົ້າໝາຍຂອງມະຕິເລກທີ 120”. 
(ທ່ານນາງ Carolyn Turk, ຜູ້ອໍານວຍການ ທະນາຄານໂລກ ປະ ຈຳ ຫວຽດນາມ)

ຕົວ G ທີຫ້າຄື Giàu (ຮັ່ງມີ), ນັ້ນແມ່ນຈະຕ້ອງສືບຕໍ່ດຶງດູດ ຄົນຮັ່ງ, ຜູ້ມີຖານະມາລົງທຶນ, ທຳມາຫາກິນ, ໃຊ້ຊີວິດ ຢູ່ໃນຂົງເຂດ. ຢາກ ໄດ້ຄືແນວນັ້ນ, ບັນດາທ້ອງຖິ່ນໃນຂົງເຂດຈະຕ້ອງສ້າງສະພາບ ແວດລ້ອມແຫ່ງການລົງທຶນ ດຳເນີນທຸລະກິດ ແລະ ເງື່ອນໄຂການ ດຳລົງຊີວິດທີ່ສະດວກ. 

ຕົວ G ທີຫົກ ຄື Giỏi (ເກັ່ງ), ເພາະສະນັ້ນ ອຳນນາດ ການປົກຄອງເຂດ ຕ້ອງມີນະໂຍບາຍທີ່ສອດຄ່ອງ ເພື່ອດຶງດູດ ຜູ້ມີຄວາມຮູ້, ຄວາມສາມາດ ປະກອບສ່ວນ ນັບທັງດ້ານພູມປັນຍາ ແລະ ເຫື່ອແຮງ ຕໍ່ ການ ພັດທະນາ ຂອງເຂດດິນ “ມັງກອນເກົ້າໂຕ”.

ຕົວ G ທີເຈັດຄື Già (ເຖົ້າ), ນັ້ນແມ່ນສິ່ງທ້າທາຍຂອງ ການຫັນ ເປັນປະຊາກອນຜູ້ສູງອາຍຸ ຢູ່ເຂດທົ່ງພຽງແມ່ນໍ້າຂອງ, ເພາະສະ ນັ້ນ ອຳນາດການປົກຄອງເຂດຕ້ອງມີນະໂຍບາຍ, ເປັນເຈົ້າການ ໃນບັນຫານີ້, ສ້າງເຄືອຄ່າຍ ປະກັນສັງຄົມ ທີ່ດີຂຶ້ນ.


ທ່ານນາຍົກລັດຖະມົນຕີກ່າວເຖິງຕົວ G ທີແປດ ຄື Giới (ເພດ), ເພາະສະນັ້ນ ຕ້ອງມີນະໂຍບາຍເພື່ອຮັບປະກັນໃຫ້ແມ່ຍິງ ໄດ້ຮັບ ການ ສຶກສາ ແລະ ມີວຽກເຮັດງານທຳ ໃນສະພາບແວດລ້ອມ ການ ປະຕິວັດອຸດສາຫະກຳ ຄັ້ງທີ 4.

ໃນກອງປະຊຸມ ຄັ້ງທີ 3 ກ່ຽວກັບການພັດທະນາ ແບບຍືນຍົງ ເຂດ ທົ່ງພຽງ ແມ່ນໍ້າຂອງ ແກ້ໃຫ້ປັບຕົວເຂົ້າກັບການປ່ຽນແປງຂອງ ດິນ ຟ້າອາກາດ ໃນວັນທີ 13 ມີນາ 2021, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະເໜີແຜນຍຸດທະສາດ ເຂົ້າເຖິງໃໝ່ຕໍ່ການ ພັດທະນາເຂດທົ່ງພຽງແມ່ນຳ້ຂອງ ກັບແປດເນື້ອໃນ ດ້ວຍຕົວ G.


ຮູບພາບທົ່ງພຽງແມ່ນໍ້າຂອງ ໃນຄັ້ງ ທ່ານ ນາຍົກລັດຖະມົນຕີ ຫງວຽນ ຊວນຟຸກ ລົງກວດກາຕົວຈິງ ເບິ່ງຈາກເຮືອນບິນ ເຮລີກອບ ແຕ, ເດືອນ ກັນຍາ 2017. ພາບ: ຖົ໋ງເຍິດ/VNA

ໄພແຫ້ງແລ້ງ ແລະ ນ້ຳເຄັມຊຶມ ຍັງເປັນຄວາມຫຼອກຫຼອນໃຈ ທຸກປີ ຂອງ ຊາວກະສິກອນ ປູກເຂົ້າ ຢູ່ເຂດທົ່ງພຽງແມ່ນໍ້າຂອງ. ພາບ: ຫງວຽນລວນ
 

ຊາວກະສິກອນ ເຂດທົ່ງພຽງແມ່ນນໍ້າຂອງ ເກັບກ່ຽວເຫັດ. ພາບ: ຂ່າວພາບ ຫວຽດນາມ


ແຜນສັງລວມເຂດທົ່ງພຽງແມ່ນຳ້ຂອງ ກໍຄື ການກຳນົດທິດທາງພັດ ທະນາ ຂອງ ພາກພື້ນນີ້ ຈະຕ້ອງ “ປົກປ້ອງປະຊາຊົນ, ປັບປຸງ ຊີວິດ ການເປັນຢູ່,
ພັດທະນາໃຫ້ສົມສ່ວນ ແລະ ປົກປັກຮັກສາສິ່ງ ແວດ ລ້ອມ”. ພາບ: ຂ່າວພາບ ຫວຽດນາມ


ຊີວິດການເປັນຢູ່ ຂອງ ປະຊາຊົນເຂດທົ່ງພຽງແມ່ນໍ້າຂອງ ມີຄວາມ ສະໜິດຕິດພັນຢ່າງໃກ້ຊິດ ກັບແມ່ນໍ້າລຳເຊ.
ໃນພາບ: ອາຊີບ ລ້ຽງ ປາກະຊັງ ເທິງແມ່ນໍ້າເຮົ້າ ແຂວງ ອານຢາງ. ພາບ: ຂ່າວພາບ ຫວຽດນາມ

ຕີລາຄາກ່ຽວກັບບັນຫານີ້, ທ່ານ Carolyn Turk ຜູ້ອຳນວຍການ ທະນະຄານໂລກ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: “ມະຕິເລກທີ 120 ແມ່ນບາດກ້າວບຸກທະລຸຢ່າງແທ້ຈິງ, ເຊິ່ງໝາຍເຖິງການປ່ຽນແປງ ຈາກລັກສະນະປ້ອງກັນຕົວ ຕໍ່ການປ່ຽນແປງຂອງດິນຟ້າອາກາດ ຫັນໄປສູ່ຮູບແບບ “ການປັບຕົວເຂົ້າກັບທຳມະຊາດຢ່າງຕັ້ງໜ້າ”. 

-  ຕອນເຊົ້າວັນທີ 13 ມີນາ, ທີ່ນະຄອນ ເກິ່ນເທີ, ທ່ານ ນາຍົກລັດ ຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນປະທານ ກອງປະຊຸມ ຄັ້ງທີ 3 ກ່ຽວກັບ ການພັດທະນາ ແບບຍືນຍົງ ເຂດທົ່ງພຽງແມ່ນຳ້ຂອງ ແກ້ ໃຫ້ ປັບຕົວ ເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ.

- ໄດ້ຈັດຂຶ້ນ ໃນສະພາບການ ທົ່ວປະເທດ ກ້າວເຂົ້າສູ່ປີ ທຳອິດ ປະຕິບັດ ມະຕິ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ຍຸດທະສາດ ພັດທະນາເສດຖະກິດ-ສັງຄົມ ຂອງ ປະເທດ ປີ 2021-2030, ແຜນການພັດທະນາ ເສດຖະກິດ-ສັງຄົມ 2021-2025, ອີກຄັ້ງໜຶ່ງ ກອງປະຊຸມ ໄດ້ຢັ້ງຢືນທັດສະນະ ທ່ີສອດຄ່ອງ ແລະ ຄວາມເອົາໃຈ ໃສ່ ຢ່າງເລິກເຊິ່ງ ຂອງລັດຖະບານ, ນາຍົກລັດຖະມົນຕີ ຕໍ່ການພັດ ທະນາເຂດທົ່ງພຽງແມ່ນໍ້າຂອງແບບຍືນຍົງ. 

ບົດ: ກວາງຫວູ, ຫງອກທ້ຽນ- ພາບ:  VNA, VNP

ພັດທະນາ ເສດຖະກິດເກາະທະເລ ແບບຍືນຍົງ

ພັດທະນາ ເສດຖະກິດເກາະທະເລ ແບບຍືນຍົງ

ໝູ່ເກາະທະເລ ແມ່ນພາກສ່ວນໜຶ່ງຂອງ ອະທິປະໄຕອັນສັກສິດ ຂອງ ປະເທດຊາດ, ເປັນພື້ນທ່ີ ເພື່ອຄວາມຢູ່ລອດ ແລະ ພັດທະ ນາ. ດ້ວຍທ່າໄດ້ປຽບ ມີຊາຍຝັ່ງທະເລຍາວ 3.260 ກມ ແລະ ມີ ເກາະ ໃຫຍ່ນ້ອຍເກືອບ 3.000 ເກາະ, ຫວຽດນາມ ໄດ້ວາງເປົ້າ ໝາຍ ກາຍເປັນ ປະເທດທີ່ເຂັ້ມແຂງທາງ ທະເລ, ຮັ່ງມີຈາກ ທະເລ ແລະ ພັດທະນາແບບຍືນຍົງ. 

Top