• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍູ້ແຮງການຮ່ວມມືລະຫວ່າງ ຫວຽດນາມ ແລະ ສະຫະປະຊາຊາດ ໃນການປ້ອງກັນ, ຕ້ານອາດຊະຍາກຳ

ທ່ານເອກອັກຄະລັດຖະທູດ ວູເລທາຍຮ່ວາງ, ເນັ້ນໜັກວ່າ ຫວຽດນາມ ຕີລາຄາສູງການໜູນຊ່ວຍຂອງ UNODC ໃນການຍົກສູງກຳລັງແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳ ແລະ ຍຸຕິທຳອາຍາ
  (ທ່ານເອກອັກຄະລັດຖະທູດ ວູເລທາຍຮ່ວາງ, ກ່າວ​ຄຳ​ເຫັນ​ທີ່ການພົບປະ)  

ວັນ​ທີ 13 ພຶ​ດ​ສະ​ພາ, ຢູ່​ສຳ​ນັກ​ງານ​ສະ​ຫະ​ປະ​ຊາ​ຊາດ, ທີ່​ນະ​ຄອນ​ຫຼວງ ວຽນ, ປະ​ເທດ ໂອ​ຕາ​ລິດ, ທ່ານ​ນາງ Monica Kathina Juma, ​ຜູ້​ອຳ​ນວຍ​ການ​ໃຫຍ່​ຫ້ອງ​ການ​ສະ​ຫະ​ປະ​ຊາ​ຊາດ ຢູ່ ວຽນ (UNOV) ທັງ​ເປັນ​ຜູ້​ອຳ​ນວຍ​ການ​ຝ່າຍ​ບໍ​ລິ​ຫານ​ອົງ​ການ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ ແລະ ອາດ​ຊະ​ຍາ​ກຳ​ສະ​ຫະ​ປະ​ຊາ​ຊາດ (UNODC) ຄົນ​ໃໝ່ ໄດ້​ຮັບ​ດຳ​ລົງ​ຕຳ​ແໜ່ງ​ຢ່າງ​ເປັນ​ທາງ​ການ ແລະ ເຂົ້າ​ຢ້ຽມ​ຂ່ຳ​ນັບ​ບັນ​ດ​າ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຜູ້​ຕາງ​ໜ້າ​ປະ​ຈຳ​ບັນ​ດາ​ປະ​ເທດ​​ອ້ອມ​ຂ້າງ​ສະ​ຫະ​ປະ​ຊາ​ຊາດ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ອື່ນ​ຢູ່ ວຽນ.

ເຂົ້າ​ຮ່ວມການ​ພົບ​ປະ, ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ວູ​ເລ​ທາຍ​ຮ່​ວາງ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາ​ມ ປະ​ຈຳ​ສ​ະ​ຫະ​ປະ​ຊາ​ຊ​າ​ຊາດ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຢູ່ ວຽນ ໄດ້​ມອບ​ຈົດ​ໝາຍ​ຊົມ​ເຊີຍນ​ຂອງ​ທ່​ານ ເລ​ຮ່​ວາຍ​ຈຸງ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວ​ຽດ​ນາມ. ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ວູ​ເລ​ທາຍ​ຮ່​ວາງ, ເນັ້ນ​ໜັກ​ວ່າ ຫວຽດ​ນາມ ຕີ​ລ​າຄາ​ສູງ​ການ​ໜູ​ນ​ຊ່ວຍ​ຂອງ UNODC ໃນ​ການ​ຍົກ​ສູງ​ກຳ​ລັງ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ ແລະ ຍຸ​ຕິ​ທຳ​ອາ​ຍາ, ການ​ຄວບ​ຄຸມ​ຢາ​ເສບ​ຕິດ ແລະ ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ທີ່​ພວມ​ເກີດ​ຂຶ້ນ, ພິ​ເສດ​ແມ່ນ​ອາດ​ຊະ​ຍາ​ກຳ​ທາງ​ໄຊ​ເບີ. ຍາມ​ໃດ ຫວຽດ​ນາມ ກໍ່​ຖື​ການ​ພົວ​ພັນ​ຮ່ວມ​ມື​ກັບ UNODC ເປັນ​ສຳ​ຄັນ ແລະ 2 ຝ່າຍ​ໄດ້​ສົມ​ທົບ​ກັນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໃນ​​ຫຼາຍການ​ເຄື່ອນ​ໄຫວ 2 ຝ່າຍ​ ແລະ ໃນ​ວິ​ວັດ​ການ​ຫຼາຍ​ຝ່າຍ​ກ່ຽວ​ຂ້ອງ​ເຖິງ​ການ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ.

ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ວູ​ເລ​ທາຍ​ຮ່​ວາງ, ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ພາຍ​ໃຕ້​ການຊີ້​ນຳ​ຂອງທ່ານ​ນາງ Monica Kathina Juma, UNODC ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ແກ່​ນ​ສານ​ໃນ​ການ​ຊຸກ​ຍູ້​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ທົ່ວ​ໂລກ ເພື່ອ​ຕໍ່​ສູ້, ຕ້ານ​ອາດ​ຊະ​ຍາ​ກຳ​ທີ່​ມີ​ການ​ຈັດ​ຕັ້ງ​ຂ້າມ​ຊາຍ​ແດນ​ທຸກ​ປະ​ເພດ.

(ແຫຼ່ງຄັດຈາກ VOV)

OPEC ປັບ​ປຸງ​ການ​ຄາດ​ຄະ​ເນ​ການ​ເຕີບ​ໂຕ​ຄວາມ​ຕ້ອງ​ການ​ນ້ຳ​ມັນເຊື້ອ​ໄຟ​ທົ່ວ​ໂລກ

OPEC ປັບ​ປຸງ​ການ​ຄາດ​ຄະ​ເນ​ການ​ເຕີບ​ໂຕ​ຄວາມ​ຕ້ອງ​ການ​ນ້ຳ​ມັນເຊື້ອ​ໄຟ​ທົ່ວ​ໂລກ

ອົງ​ການ​ພະ​ລັງ​ງານ​ສາ​ກົນ (IEA) ກ່າວ​ເຕືອນ​ວ່າ ຕະຫຼາດ​ນ້ຳ​ມັນເຊື້ອ​ໄຟ​ທົ່ວ​ໂລກ​ພວມ​ກ້າ​ວ​ເຂົ້າ​ສູ່​ໄລ​ຍະ​ຂາດ​ເຂີນ​ແຫຼ່ງ​ສະ​ໜອງ​ຢ່າງ​ຮ້າຍ​ແຮງ​ຍ້ອນ​ຜົນ​ກະ​ທົບ​ຂອງ​ການ​ປິດ​ປະ​ຕູ​ຊ່ອງ​ແຄມ​ທະ​ເລ Hormuz.

Top