• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ຊີ​ວິດ​ໃໝ່​​ຢູ່​ເຂດ​ໃຈ​ກາງ​ນ້ຳ​ຖ້ວມ​ບ້ານຈຸດ ໄດ້​ຟື້ນ​ຟູຄືນໃໝ່

ຊີວິດໃໝ່ຢູ່ເຂດໃຈກາງນ້ຳຖ້ວມບ້ານຈຸດ, ຕາແສງວັນບ່ານ, ແຂວງລາວກາຍ ຊື່ງເຄີຍຖືກພະຍຸ ບົວລອຍ ພັດຖະຫຼົ່ມເມື່ອເດືອນຕຸລາ ປີ 2025 ໄດ້ຮັບການຟື້ນຟູຄືນໃໝ່. ບ້ານຈຸດໃນປະຈຸບັນໄດ້ມີການປ່ຽນແປງຫຼາຍແລ້ວ, ບັນດາເຮືອນຫຼັງໃໝ່ໄດ້ຮັບການສ້າງຂຶ້ນໃນພື້ນທີ່ເກົ່າ ແລະ ບັນດາຍອດສີຂຽວໄດ້ປົ່ງຂຶ້ນທົ່ວຂີ້ຕົມອ່ອນເຫຼວ. 
ຢູ່​ບ້ານ​ຈູດ (ຕາ​ແສງ​ວັນ​ບັນ, ແຂວງ​ລາວ​ກາຍ), ເຮືອນ​ໃໝ່​ຂອງ​ຊາວ​ບ້ານ​ໃກ້​ຈະ​ສຳ​ເລັດ. ພາບ: ແມ້ງຢຸງ
ຢູ່​ບ້ານ​ຈູດ (ຕາ​ແສງ​ວັນ​ບັນ, ແຂວງ​ລາວ​ກາຍ), ເຮືອນ​ໃໝ່​ຂອງ​ຊາວ​ບ້ານ​ໃກ້​ຈະ​ສຳ​ເລັດ. ພາບ: ແມ້ງຢຸງ

ບ້ານຈຸດ ໃນວັນນີ້ ບໍ່ມີຊາກປະຫຼັກຫັກພັງ, ຂີ້ຕົມທັບຖົມ ຍ້ອນຖືກພະຍຸຄັ້ງປະຫວັດສາດປີ 2025. ການໜູນຊ່ວຍຢ່າງທັນການຂອງອຳນາດການປົກຄອງທ້ອງຖິ່ນ ແລະ ນ້ຳໃຈສາມັກຄີໄດ້ຫັນເຂດຖືກນ້ຳຖ້ວມພັດຖະຫຼົ່ມທຳລາຍ ກາຍເປັນສະຖານທີ່ເຕັມໄປດ້ວຍພະລັງຊີວິດ, ດ້ວຍພື້ນຖານໂຄງລ່າງໄດ້ຮັບການປົວແປງເພື່ອສາມາດທົນທານໄດ້ດີກວ່າໃນອະນາຄົດ. ຢູ່ໃນເຮືອນຫຼັງໃໝ່ທີ່ຫາກໍ່ປຸກສ້າງຂຶ້ນ, ອ້າຍເຢືອງວັນຮຽນ ຍັງຄິດວ່າຕົນເອງກຳລັງຝັນຢູ່, ເຮືອນຫຼັງເກົ່າຂອງຄອບຄົວອ້າຍ ຮຽນ ໄດ້ຖືກນ້ຳຖ້ວມຂີ້ຕົມທັບຖົມຕອນພວມເຮັດພື້ນ, ປະຈຸບັນໄດ້ຮັບການໜູນຊ່ວຍຈຳນວນເງິນ 3000 USD ຈາກຕາແສງ ແລະ ບັນດາຜູ້ມີໃຈບຸນໃຈກຸສົນ, ຄອບຄົວອ້າຍມີເຮືອນຫຼັງໃໝ່ທີ່ຖາວອນຢູ່ໜ້າແຄມທາງເລີຍ:           

ຂ້າພະເຈົ້າມີຄວາມພາກພູມໃຈທີ່ສຸດ, ໄດ້ຂຶ້ນເຮືອນໃໝ່ແລ້ວ. ໃນໄລຍະເກີດນ້ຳຖ້ວມ, ບໍ່ມີເຮືອນຢູ່, ພໍ່ແມ່ຕ້ອງອາໄສຢູ່ນຳຜູ້ນັ້ນຜູ້ນີ້, ລູກຫຼານມາກໍ່ບໍ່ມີບ່ອນຢູ່. ພາຍຫຼັງສ້າງເຮືອນໃໝ່ເກືອບ 2 ເດືອນກໍ່ເຫັນວ່າມີຄວາມພາກພູມໃຈທີ່ສຸດ, ບຸນເຕັດກໍ່ມີບ່ອນຢູ່ເພື່ອໃຫ້ພໍ່ແມ່ມາຕ້ອນຮັບບຸນເຕັດນຳ. ຢູ່ທີ່ນີ້ມີຄວາມອຸ່ນອຽນໃຈຫຼາຍ, ບໍ່ຢ້ານຖືກໄພທຳມະຊາດອີກແລ້ວ.

ທາງການທ້ອງຖິ່ນມີຫຼາຍນະໂຍບາຍຊ່ວຍເຫຼືອປະຊາຊົນ ເພື່ອເຮັດໃຫ້ການເປັນຢູ່ມີຄວາມໝັ້ນຄົງ. ພາບ: ແມ້ງຢຸງ
ທາງການທ້ອງຖິ່ນມີຫຼາຍນະໂຍບາຍຊ່ວຍເຫຼືອປະຊາຊົນ ເພື່ອເຮັດໃຫ້ການເປັນຢູ່ມີຄວາມໝັ້ນຄົງ. ພາບ: ແມ້ງຢຸງ

ພ້ອມກັບຄວາມເບີກບານມ່ວນຊື່ນທີ່ມີບ່ອນຢູ່ຖາວອນກ່ອນບຸນປີໃໝ່ແມ່ນເລື່ອງຄອບຄົວຂອງ ລຸງ ຮວ່າງວັນອອນ, ຄອບຄົວທຸກຍາກໃນບ້ານ. ໃນເຫດນ້ຳຖ້ວມທີ່ຮ້າຍແຮງເຮັດໃຫ້ເຮືອນຊານ, ຊັບສິນຂອງຄອບຄົວຖືກຫັກພັງ, ເສຍຫາຍໝົດ. ແຕ່ອຳນາດການປົກຄອງຕາແສງ ແລະ ບັນດາກຳລັງມີໜ້າທີ່ຮັບຜິດຊອບໄດ້ໜູນຊ່ວຍວັດສະດຸພ້ອມກັບແຮງງານກໍ່ສ້າງເຮືອນ, ລຸງ ອອນ ມີຄວາມຕື້ນຕັນໃຈທີ່ສຸດເມື່ອໄດ້ຢູ່ໃນເຮືອນຫຼັງໃໝ່ທີ່ຖາວອນ:           

ຊັບສິນໃນເຮືອນເສຍໄປໝົດກ້ຽງ, ຢູ້ໃຕ້ຂີ້ຊາຍໝົດ, ທົ່ງນາກໍ່ເສຍຫາຍໝົດເຊັ່ນດຽວກັນ. ຖ້າບໍ່ມີບັນດານັກທຸລະກິດ, ທະຫານ, ຕຳຫຼວດມາຊ່ວຍ ກໍ່ແມ່ນບໍ່ສາມາດເຮັດໄດ້. ປະຈຸບັນກໍ່ມີຄວາມພາກພູມໃຈທີ່ສຸດ, ອຸ່ນອ່ຽນໃຈອອກແຮງງານທຳການຜະລິດ.          

ພາຍຫຼັງເກີດໄພທຳມະຊາດ, ຕາແສງວັນບ່ານ ໄດ້ລະດົມທຸກແຫຼ່ງກຳລັງເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງ ແລະ ຄອບຄົວ ປຊຊ 20 ຄອບຄົວທີ່ເສຍເຮືອນຊານກໍ່ໄດ້ມີບ່ອນຢູ່ອາໄສກ່ອນບຸນເຕັດປະເພນີ ປີມະເມຍ 2026. ຈຸດໃໝ່ໃນວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກພະຍຸນ້ຳຖ້ວມຄັ້ງນີ້ ແມ່ນການແກ້ໄຂລະບຽບການບໍລິຫານກ່ຽວກັບທີ່ດິນໄດ້ປະຕິບັດຢ່າງວ່ອງໄວທີ່ສຸດ, ຮັບປະກັນດ້ານນິຕິກຳສູງສຸດໃຫ້ແກ່ ປຊຊ. ທ່ານ ຫງວຽນແມັ້ງຮ່າ, ຮອງປະທານຄະນະກຳມະການ ປຊຊ ຕາແສງ ວັນບ່ານ ໃຫ້ຮູ້ວ່າ:             

ພວກຂ້າພະເຈົ້າໄດ້ປະຕິບັດສຳເລັດທຸກໜ້າທີ່ກ່ອນບຸນເຕັດຕາມການຊີ້ນຳຂອງແຂວງ. ກ່ອນບຸນເຕັດ ປຊຊ ໄດ້ມີໃບຕາດິນ, ມີເຮືອນຢູ່ຢ່າງອົບອຸ່ນ, ຮັບປະກັນຄວາມປອດໄພ.          

ເອື້ອຍຫງວຽນທິເຟືອງ (ຊ້າຍ) ມີຄວາມງພາກພູມໃຈຍ້ອນການເກັບກ່ຽວໄດ້ຮັບຜົນດີ (ພາບ: ອານກຽນ)
ຢູ່ຂ້າງເຮືອນ, ໜານຜັກຂຽວງາມໄດ້ປະກົດຕົວອອກມາ ເໝືອນດັ່ງຫຼັກຖານໃຫ້ແກ່ການຟື້ນຄືນຊີວິດຂອງໝູ່ບ້ານຈຸດ ພາຍຫຼັງພາຍຸ ນ້ຳຖ້ວມ. ພາບ: ແມ້ງຢຸງ

ບັນດາເຮືອນຫຼັງໃໝ່ໄດ້ຮັບການສ້າງຂຶ້ນຢ່າງໄວວາແຕ່ເຕັມໄປດ້ວຍນ້ຳຈິດນ້ຳໃຈ, ບັນດາໃບຕາດິນໄດ້ມອບເຖິງມື ແລະ ລະດູການເກັບກ່ຽວພວມລໍຖ້າໃຫ້ເກັບກ່ຽວ… ທຸກສິ່ງທຸກຢ່າງໄດ້ນຳລະດູບານໃໝ່ກັບມາໃຫ້ບ້ານຈຸດ, ປັດເປົ່າຄວາມຊົງຈຳທີ່ບໍ່ດີຂອງໄພທຳມະຊາດໃຫ້ອອກໄປ, ຢືນຢັນພະລັງຊິວິດອັນແຮງກ້າຢູ່ເຂດດິນແດນແຫ່ງນີ້. ຕ້ອງມີເຮືອນຢູ່ຖາວອນຈຶ່ງຈະທຳມາຫາກິນໄດ້. ໄປຄຽງຂ້າງບັນດາເຮືອນຫຼັງໃໝ່, ໃນເຂດທົ່ງນາກ້ວາງ 15 ເຮັກຕາທີ່ເຄີຍຖືກຂີ້ຕົມທັບຖົມນັ້ນ, ສີຂຽວຂອງຕົ້ນມັນຝະລັ່ງລະດູໜາວໄດ້ປົ່ງຂຶ້ນປົກຄຸມໄປທົ່ວ. ເອື້ອຍ ຫງວຽນທິເຟື້ອງ, ຊາວບ້ານຈຸດ ໃຫ້ຮູ້ວ່າ: ຍ້ອນແນວພັນພືດລົ້ມລຸກນີ້, ປຊຊ ຈຶ່ງຈະມີລາຍຮັບຕື່ມອີກເພື່ອຕ້ອນຮັບບຸນເຕັດຄົບຖ້ວນກວ່າເກົ່າ:           

ເຮືອນຂ້າພະເຈົ້າໄດ້ປູກຕົ້ນມັນຝະລັ່ງ, ຫົວໃຫຍ່ຫຼາຍ. ມັນຝະລັ່ງໄດ້ເກັບກ່ຽວແລ້ວ, ກໍ່ມີລາຍຮັບຕື່ມອີກໜ້ອຍໜຶ່ງ, ບຸດເຕັດນີ້ປີກໍ່ຫລຸດຜ່ອນຄວາມຫຍຸ້ງຍາກໄດ້ສ່ວນໃດສ່ວນໜຶ່ງ.          

ຊີວິດຢູ່ບ້ານຈຸດໃນທຸກວັນນີ້ ໄດ້ມີການປ່ຽນແປງ, ເຕັມໄປດ້ວຍພະລັງຊີວິດຢ່າງແທ້ຈິງ. ບາດແຜໄດ້ຮຳໃຫ້ດີແລ້ວ, ຄວາມເຈັບປວດໂດຍທຳມະຊາດກໍ່ຂຶ້ນຢູ່ບ້ານຈຸດ ກໍ່ຄ່ອຍໆຫລຸດລົງແລ້ວ ແລະ ຊີວິດໃໝ່ກໍ່ໄດ້ຮັບການຟື້ນຟູ, ໝັ້ນໝາຍຈະມີອະນາຄົດອັນສົດໃສຢູ່ບ້ານແຫ່ງນີ້./.

(ແຫຼ່ງຄັດຈາກ VOV)

 ສໍາຜັດ ເທດສະການວິຫານ ຊ໋າຍ ກັບພິທີແຫ່ ກະສັດ ຈໍາລອງ ທ່ີເປັນເອກະລັກ

ສໍາຜັດ ເທດສະການວິຫານ ຊ໋າຍ ກັບພິທີແຫ່ “ກະສັດ ຈໍາລອງ” ທ່ີເປັນເອກະລັກ

 ຢູ່ຕາແສງ ທືເລິມ (ຮ່າໂນ້ຍ), ທ່າມກາງບັນຍາກາດອັນຄຶກຄື້ນ ຂອງເທດສະການປະເພນີ, ພິທີແຫ່ “ກະສັດ ຈໍາລອງ” ຢູ່ທີ່ວິຫານ ຊ໋າຍ ໄດ້ ນໍາມາເຊິ່ງປະສົບການ ທາງວັດທະນະທຳ ທີ່ພິເສດ ດ້ວຍຂະບວນແຫ່ ທ່ີສະຫງ່າຜ່າເຜີຍ, ຊຸດເສື້ອຜ້າອາພອນ ທີ່ສວຍສົດງົດງາມ ແລະ ພິທີກຳ ທີ່ເຕັມໄປດ້ວຍລັກສະນະເປັນສັນຍະລັກ, ເທດສະການນີ້ ບໍ່ພຽງແຕ່ຟື້ນຟູ ຄວາມຊົງຈຳ ທາງປະຫວັດສາດ ທີ່ຕິດພັນກັບ ເທບນິຍາຍ ກ່ຽວກັບ ກຳແພງ ໂກ໊ລວາ ເທົ່ານັ້ນ, ແຕ່ຍັງສ່ອງແສງ ໃຫ້ເຫັນເຖິງ ພະລັງຊີວິດ ທີ່ຍືນຍົງ ຂອງ ວັດທະນະທຳ ໝູ່ບ້ານ ຫວຽດນາມ ໃນຊີວິດປັດຈຸບັນ ອີກດ້ວຍ.

Top