ຊີວິດໃໝ່ຢູ່ເຂດໃຈກາງນ້ຳຖ້ວມບ້ານຈຸດ, ຕາແສງວັນບ່ານ, ແຂວງລາວກາຍ ຊື່ງເຄີຍຖືກພະຍຸ ບົວລອຍ ພັດຖະຫຼົ່ມເມື່ອເດືອນຕຸລາ ປີ 2025 ໄດ້ຮັບການຟື້ນຟູຄືນໃໝ່. ບ້ານຈຸດໃນປະຈຸບັນໄດ້ມີການປ່ຽນແປງຫຼາຍແລ້ວ, ບັນດາເຮືອນຫຼັງໃໝ່ໄດ້ຮັບການສ້າງຂຶ້ນໃນພື້ນທີ່ເກົ່າ ແລະ ບັນດາຍອດສີຂຽວໄດ້ປົ່ງຂຶ້ນທົ່ວຂີ້ຕົມອ່ອນເຫຼວ.
ຢູ່ບ້ານຈູດ (ຕາແສງວັນບັນ, ແຂວງລາວກາຍ), ເຮືອນໃໝ່ຂອງຊາວບ້ານໃກ້ຈະສຳເລັດ. ພາບ: ແມ້ງຢຸງ
ຢູ່ບ້ານຈູດ (ຕາແສງວັນບັນ, ແຂວງລາວກາຍ), ເຮືອນໃໝ່ຂອງຊາວບ້ານໃກ້ຈະສຳເລັດ. ພາບ: ແມ້ງຢຸງ
ບ້ານຈຸດ ໃນວັນນີ້ ບໍ່ມີຊາກປະຫຼັກຫັກພັງ, ຂີ້ຕົມທັບຖົມ ຍ້ອນຖືກພະຍຸຄັ້ງປະຫວັດສາດປີ 2025. ການໜູນຊ່ວຍຢ່າງທັນການຂອງອຳນາດການປົກຄອງທ້ອງຖິ່ນ ແລະ ນ້ຳໃຈສາມັກຄີໄດ້ຫັນເຂດຖືກນ້ຳຖ້ວມພັດຖະຫຼົ່ມທຳລາຍ ກາຍເປັນສະຖານທີ່ເຕັມໄປດ້ວຍພະລັງຊີວິດ, ດ້ວຍພື້ນຖານໂຄງລ່າງໄດ້ຮັບການປົວແປງເພື່ອສາມາດທົນທານໄດ້ດີກວ່າໃນອະນາຄົດ. ຢູ່ໃນເຮືອນຫຼັງໃໝ່ທີ່ຫາກໍ່ປຸກສ້າງຂຶ້ນ, ອ້າຍເຢືອງວັນຮຽນ ຍັງຄິດວ່າຕົນເອງກຳລັງຝັນຢູ່, ເຮືອນຫຼັງເກົ່າຂອງຄອບຄົວອ້າຍ ຮຽນ ໄດ້ຖືກນ້ຳຖ້ວມຂີ້ຕົມທັບຖົມຕອນພວມເຮັດພື້ນ, ປະຈຸບັນໄດ້ຮັບການໜູນຊ່ວຍຈຳນວນເງິນ 3000 USD ຈາກຕາແສງ ແລະ ບັນດາຜູ້ມີໃຈບຸນໃຈກຸສົນ, ຄອບຄົວອ້າຍມີເຮືອນຫຼັງໃໝ່ທີ່ຖາວອນຢູ່ໜ້າແຄມທາງເລີຍ:
ຂ້າພະເຈົ້າມີຄວາມພາກພູມໃຈທີ່ສຸດ, ໄດ້ຂຶ້ນເຮືອນໃໝ່ແລ້ວ. ໃນໄລຍະເກີດນ້ຳຖ້ວມ, ບໍ່ມີເຮືອນຢູ່, ພໍ່ແມ່ຕ້ອງອາໄສຢູ່ນຳຜູ້ນັ້ນຜູ້ນີ້, ລູກຫຼານມາກໍ່ບໍ່ມີບ່ອນຢູ່. ພາຍຫຼັງສ້າງເຮືອນໃໝ່ເກືອບ 2 ເດືອນກໍ່ເຫັນວ່າມີຄວາມພາກພູມໃຈທີ່ສຸດ, ບຸນເຕັດກໍ່ມີບ່ອນຢູ່ເພື່ອໃຫ້ພໍ່ແມ່ມາຕ້ອນຮັບບຸນເຕັດນຳ. ຢູ່ທີ່ນີ້ມີຄວາມອຸ່ນອຽນໃຈຫຼາຍ, ບໍ່ຢ້ານຖືກໄພທຳມະຊາດອີກແລ້ວ.
ທາງການທ້ອງຖິ່ນມີຫຼາຍນະໂຍບາຍຊ່ວຍເຫຼືອປະຊາຊົນ ເພື່ອເຮັດໃຫ້ການເປັນຢູ່ມີຄວາມໝັ້ນຄົງ. ພາບ: ແມ້ງຢຸງ
ທາງການທ້ອງຖິ່ນມີຫຼາຍນະໂຍບາຍຊ່ວຍເຫຼືອປະຊາຊົນ ເພື່ອເຮັດໃຫ້ການເປັນຢູ່ມີຄວາມໝັ້ນຄົງ. ພາບ: ແມ້ງຢຸງ
ພ້ອມກັບຄວາມເບີກບານມ່ວນຊື່ນທີ່ມີບ່ອນຢູ່ຖາວອນກ່ອນບຸນປີໃໝ່ແມ່ນເລື່ອງຄອບຄົວຂອງ ລຸງ ຮວ່າງວັນອອນ, ຄອບຄົວທຸກຍາກໃນບ້ານ. ໃນເຫດນ້ຳຖ້ວມທີ່ຮ້າຍແຮງເຮັດໃຫ້ເຮືອນຊານ, ຊັບສິນຂອງຄອບຄົວຖືກຫັກພັງ, ເສຍຫາຍໝົດ. ແຕ່ອຳນາດການປົກຄອງຕາແສງ ແລະ ບັນດາກຳລັງມີໜ້າທີ່ຮັບຜິດຊອບໄດ້ໜູນຊ່ວຍວັດສະດຸພ້ອມກັບແຮງງານກໍ່ສ້າງເຮືອນ, ລຸງ ອອນ ມີຄວາມຕື້ນຕັນໃຈທີ່ສຸດເມື່ອໄດ້ຢູ່ໃນເຮືອນຫຼັງໃໝ່ທີ່ຖາວອນ:
ຊັບສິນໃນເຮືອນເສຍໄປໝົດກ້ຽງ, ຢູ້ໃຕ້ຂີ້ຊາຍໝົດ, ທົ່ງນາກໍ່ເສຍຫາຍໝົດເຊັ່ນດຽວກັນ. ຖ້າບໍ່ມີບັນດານັກທຸລະກິດ, ທະຫານ, ຕຳຫຼວດມາຊ່ວຍ ກໍ່ແມ່ນບໍ່ສາມາດເຮັດໄດ້. ປະຈຸບັນກໍ່ມີຄວາມພາກພູມໃຈທີ່ສຸດ, ອຸ່ນອ່ຽນໃຈອອກແຮງງານທຳການຜະລິດ.
ພາຍຫຼັງເກີດໄພທຳມະຊາດ, ຕາແສງວັນບ່ານ ໄດ້ລະດົມທຸກແຫຼ່ງກຳລັງເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງ ແລະ ຄອບຄົວ ປຊຊ 20 ຄອບຄົວທີ່ເສຍເຮືອນຊານກໍ່ໄດ້ມີບ່ອນຢູ່ອາໄສກ່ອນບຸນເຕັດປະເພນີ ປີມະເມຍ 2026. ຈຸດໃໝ່ໃນວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກພະຍຸນ້ຳຖ້ວມຄັ້ງນີ້ ແມ່ນການແກ້ໄຂລະບຽບການບໍລິຫານກ່ຽວກັບທີ່ດິນໄດ້ປະຕິບັດຢ່າງວ່ອງໄວທີ່ສຸດ, ຮັບປະກັນດ້ານນິຕິກຳສູງສຸດໃຫ້ແກ່ ປຊຊ. ທ່ານ ຫງວຽນແມັ້ງຮ່າ, ຮອງປະທານຄະນະກຳມະການ ປຊຊ ຕາແສງ ວັນບ່ານ ໃຫ້ຮູ້ວ່າ:
ພວກຂ້າພະເຈົ້າໄດ້ປະຕິບັດສຳເລັດທຸກໜ້າທີ່ກ່ອນບຸນເຕັດຕາມການຊີ້ນຳຂອງແຂວງ. ກ່ອນບຸນເຕັດ ປຊຊ ໄດ້ມີໃບຕາດິນ, ມີເຮືອນຢູ່ຢ່າງອົບອຸ່ນ, ຮັບປະກັນຄວາມປອດໄພ.
ເອື້ອຍຫງວຽນທິເຟືອງ (ຊ້າຍ) ມີຄວາມງພາກພູມໃຈຍ້ອນການເກັບກ່ຽວໄດ້ຮັບຜົນດີ (ພາບ: ອານກຽນ)
ຢູ່ຂ້າງເຮືອນ, ໜານຜັກຂຽວງາມໄດ້ປະກົດຕົວອອກມາ ເໝືອນດັ່ງຫຼັກຖານໃຫ້ແກ່ການຟື້ນຄືນຊີວິດຂອງໝູ່ບ້ານຈຸດ ພາຍຫຼັງພາຍຸ ນ້ຳຖ້ວມ. ພາບ: ແມ້ງຢຸງ
ບັນດາເຮືອນຫຼັງໃໝ່ໄດ້ຮັບການສ້າງຂຶ້ນຢ່າງໄວວາແຕ່ເຕັມໄປດ້ວຍນ້ຳຈິດນ້ຳໃຈ, ບັນດາໃບຕາດິນໄດ້ມອບເຖິງມື ແລະ ລະດູການເກັບກ່ຽວພວມລໍຖ້າໃຫ້ເກັບກ່ຽວ… ທຸກສິ່ງທຸກຢ່າງໄດ້ນຳລະດູບານໃໝ່ກັບມາໃຫ້ບ້ານຈຸດ, ປັດເປົ່າຄວາມຊົງຈຳທີ່ບໍ່ດີຂອງໄພທຳມະຊາດໃຫ້ອອກໄປ, ຢືນຢັນພະລັງຊິວິດອັນແຮງກ້າຢູ່ເຂດດິນແດນແຫ່ງນີ້. ຕ້ອງມີເຮືອນຢູ່ຖາວອນຈຶ່ງຈະທຳມາຫາກິນໄດ້. ໄປຄຽງຂ້າງບັນດາເຮືອນຫຼັງໃໝ່, ໃນເຂດທົ່ງນາກ້ວາງ 15 ເຮັກຕາທີ່ເຄີຍຖືກຂີ້ຕົມທັບຖົມນັ້ນ, ສີຂຽວຂອງຕົ້ນມັນຝະລັ່ງລະດູໜາວໄດ້ປົ່ງຂຶ້ນປົກຄຸມໄປທົ່ວ. ເອື້ອຍ ຫງວຽນທິເຟື້ອງ, ຊາວບ້ານຈຸດ ໃຫ້ຮູ້ວ່າ: ຍ້ອນແນວພັນພືດລົ້ມລຸກນີ້, ປຊຊ ຈຶ່ງຈະມີລາຍຮັບຕື່ມອີກເພື່ອຕ້ອນຮັບບຸນເຕັດຄົບຖ້ວນກວ່າເກົ່າ:
ເຮືອນຂ້າພະເຈົ້າໄດ້ປູກຕົ້ນມັນຝະລັ່ງ, ຫົວໃຫຍ່ຫຼາຍ. ມັນຝະລັ່ງໄດ້ເກັບກ່ຽວແລ້ວ, ກໍ່ມີລາຍຮັບຕື່ມອີກໜ້ອຍໜຶ່ງ, ບຸດເຕັດນີ້ປີກໍ່ຫລຸດຜ່ອນຄວາມຫຍຸ້ງຍາກໄດ້ສ່ວນໃດສ່ວນໜຶ່ງ.
ຊີວິດຢູ່ບ້ານຈຸດໃນທຸກວັນນີ້ ໄດ້ມີການປ່ຽນແປງ, ເຕັມໄປດ້ວຍພະລັງຊີວິດຢ່າງແທ້ຈິງ. ບາດແຜໄດ້ຮຳໃຫ້ດີແລ້ວ, ຄວາມເຈັບປວດໂດຍທຳມະຊາດກໍ່ຂຶ້ນຢູ່ບ້ານຈຸດ ກໍ່ຄ່ອຍໆຫລຸດລົງແລ້ວ ແລະ ຊີວິດໃໝ່ກໍ່ໄດ້ຮັບການຟື້ນຟູ, ໝັ້ນໝາຍຈະມີອະນາຄົດອັນສົດໃສຢູ່ບ້ານແຫ່ງນີ້./.