ຄະນະຊາວໜຸ່ມອາສາສະໝັກໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວຮັບປະກັນຊີວິດສັງຄົມ, ໜູນຊ່ວຍປະຊາຄົມ ແລະ ສ້າງກິດຈະກຳຊາວໜຸ່ມ
ຄະນະຊາວໜຸ່ມອາສາສະໝັກ ມອບຂອງຂວັນໃຫ້ແກ່ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກແຂງ ເຊກອງ (ພາບ: TTXVN)
ໃນຂອບເຂດລາຍການອາສາສະໝັກລະດູແລ້ງຄັ້ງທີ 22 ຢູ່ ລາວ ຂອງຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ, ຈັດຂຶ້ນແຕ່ວັນທີ 12 – 28 ມິຖຸນາ, ຄະນະຊາວໜຸ່ມອາສາສະໝັກລະດູແລ້ງຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ລວມມີ 67 ຄົນໄດ້ປະຕິບັດບັນດາການເຄື່ອນໄຫວອາສາສະໝັກຢູ່ຫຼາຍທ້ອງຖິ່ນຂຶ້ນກັບພາກໃຕ້ຂອງ ລາວ.
ຢູ່ບັນດາເມືອງຂອງ ລາວ, ຄະນະຊາວໜຸ່ມອາສາສະໝັກໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວຮັບປະກັນຊີວິດສັງຄົມ, ໜູນຊ່ວຍປະຊາຄົມ ແລະ ສ້າງກິດຈະກຳຊາວໜຸ່ມ ດ້ວຍຍອດມູນຄ່າໜູນຊ່ວຍເກືອບ 1 ຕື້ດົ່ງ (42.000 USD). ຄະນະໄດ້ຈັດການກວດພະຍາດ, ໃຫ້ຄຳປຶກສາ ແລະ ແຈກຢາຍຢາໂດຍບໍ່ເກັບຄ່າໃຫ້ແກ່ປະຊາຊົນນັບພັນຄົນ; ຜັນຂະຫຍາຍການຕິດຕັ້ງລະບົບເຄື່ອງກັ່ນຕອງນ້ຳສະອາດ ເພື່ອໜູນຊ່ວຍເງື່ອນໄຂການດຳລົງຊີວິດ, ຮ່ຳຮຽນຢູ່ທ້ອງຖິ່ນ; ມອບຂອງຂວັນ, ເປິດສະຫຼອງນຳໃຊ້ ແລະ ມອບກິດຈະກຳເຮືອນມິດຕະພາບໃຫ້ແກ່ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ຈັດຕັ້ງການສອນພາສາ ຫວຽດ…
(ແຫຼ່ງຄັດຈາກ VOV)